ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງ

21/10/2024 18:53
Email Print 176
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ ພ້ອມຄະນະ ໄດ້ລົງຕິດຕາມ-ຊຸກຍູ້ ການສ້ອມແປງເສັ້ນທາງຫລວງທ້ອງຖິ່ນແຕ່ ທາງເລກ 11 ໃຕ້ ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຫາ ທາງເລກ 13 ໃຕ້ ບ້ານວຽງທອງ ເມືອງຫີນບູນ ແຂວງຄຳມ່ວນ.



ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້
, ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ ພ້ອມຄະນະ ໄດ້ລົງຕິດຕາມ-ຊຸກຍູ້ ການສ້ອມແປງເສັ້ນທາງຫລວງທ້ອງຖິ່ນແຕ່ ທາງເລກ 11 ໃຕ້ ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຫາ ທາງເລກ 13 ໃຕ້ ບ້ານວຽງທອງ ເມືອງຫີນບູນ ແຂວງຄຳມ່ວນ.



ທ່ານ ເສິກ ເພຍແກ້ວ ນາຍບ້ານບຸ່ງກວາງ ໄດ້ໃຫ້ຮູ້ວ່າ: ການສ້ອມແປງເສັ້ນທາງດັ່ງກ່າວ
, ແມ່ນທຶນທີ່ໄດ້ລະດົມຈາກ ພໍ່ແມ່ປະຊາຊົນພາຍໃນບ້ານບຸ່ງກວາງ, ພ້ອມດ້ວຍນັກທຸລະກິດ ແລະ ພໍ່ຄ້າຊາວຂາຍ ລວມທັງກຸ່ມຊາວສວນຢາງພາລາ. ນອກນີ້, ຍັງໄດ້ຮັບທຶນສົມທົບ ຈາກບັນດາບ້ານ ທີ່ຢູ່ໃກ້ຄຽງ ທີ່ໄດ້ນຳໃຊ້ເສັ້ນທາງດັ່ງກ່າວ ໃນການສັນຈອນໄປ-ມາ, ຄ້າຂາຍ ແລະ ເປັນທ່າແຮງໃນການຂົນສົ່ງສິນຄ້າ ໂດຍສະເພາະຢາງພາລາ ແລະ ສິນຄ້າກະສິກຳ. ໄລຍະທາງໃນການສ້ອມແປງ ມີຄວາມຍາວປະມານ 11 ກິໂລແມັດ, ລວມມູນຄ່າ 166 ລ້ານກີບ ເຊິ່ງການກໍ່ສ້າງແມ່ນ ໄດ້ເອົາດິນແດງຖົມບາງຈຸດ ແລະ ເອົາລົດປັບເກດໜ້າດິນ ໃຫ້ໄດ້ລະດັບ ແລະ ໂລດິນຢຽບແໜ້ນ, ພ້ອມທັງເກດປັບໃຫ້ມີຄອງລະບາຍນໍ້າ. ຄາດວ່າຈະໃຊ້ເວລາ 5 ວັນໃຫ້ສຳເລັດ.

ໂອກາດນີ້, ທ່ານເຈົ້າເມືອງປາກກະດິງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງບ້ານບຸ່ງກວາງ ແລະ ທຸກໆພາກສ່ວນ ທີ່ມີຄວາມຕັດສິນໃຈສູງ ໃນການສົມທົບທຶນສ້ອມແປງ ເສັ້ນທາງຫລວງພາຍໃນທ້ອງຖິ່ນຂອງຕົນ ເພື່ອເຮັດໃຫ້ການສັນຈອນ ມີຄວາມສະດວກສະບາຍ ແລະ ທ່ານເຈົ້າເມືອງປາກກະດິງ ຍັງໄດ້ມອບສົດຈຳນວນ 10 ລ້ານກີບ ໃຫ້ແກ່ພາກສ່ວນທີ່ຮັບຜິດຊອບ ການສ້ອມແປງທາງ ເພື່ອສົມທົບທຶນເຂົ້າໃນ ການສ້ອມແປງເສັ້ນທາງຕື່ມອີກ.


ຂ່າວ: ແສງທອງ

KPL

ຂ່າວອື່ນໆ

ads
ads

Top