ຫລວງພະບາງຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 1 ລ້ານກວ່າຄົນຕໍ່ປີ

23/04/2024 09:46
Email Print 557
ຂປລ ນະຄອນຫລວງພະບາງປັບລະດັບຕົວເລກນັກທ່ອງທ່ຽວເຂົ້າມາຢ້ຽມ ຢາມເມືອງມໍລະດົກຄາດວ່າຈະເພີ່ມ 1 ລ້ານ 7 ແສນກວ່າຄົນພາຍໃນປີ 2024 ນີ້.

     *ນະຄອນຫລວງພະບາງປັບລະດັບຕົວເລກນັກທ່ອງທ່ຽວເຂົ້າມາຢ້ຽມຢາມເມືອງມໍລະດົກຄາດວ່າຈະເພີ່ມ 1 ລ້ານ 7 ແສນກວ່າຄົນພາຍໃນປີ 2024 ນີ້ ພາຍຫລັງກຸ່ມນັກທ່ອງທ່ຽວຈາກໄທ, ສປ ຈີນ, ເອີຣົບ, ອາເມລິກາ, ເກົຫລີ, ຍີ່ປຸ່ນ ແລະ ຊາດອື່ນໆປ່ຽນການເດີນທາງຈາກປະເທດອື່ນເຂົ້າມາລາວ ເພີ່ມຂຶ້ນແບບກ້າວກະໂດດອັນສືບເນື່ອງມາຈາກ ສປປ ລາວ ມີຄວາມສະຫງົບດີ, ຄ່າໃຊ້ຈ່າຍການເດີນທາງບໍ່ແພງ, ອາຫານການກິນ ແລະ ທີ່ຢູ່ຂ້ອນຖືກກວ່າຊາດອື່ນໃນອາຊຽນ.

  

    ຫລ້າສຸດອໍານາດການປົກຄອງເມືອງມໍລະດົກໂລກ ນະຄອນຫລວງພະບາງໄດ້ລາຍງານວ່າປີທ່ອງທ່ຽວລາວ 2024 ນີ້ ແຂວງຫລວງພະບາງ ວາງຄາດໝາຍຈະດຶງດູດນັກທ່ອງທ່ຽວໃນ 2 ລະດັບ ຄື: ລະດັບກາງໃຫ້ໄດ້ 1.125.133 ຄົນ ແລະ ລະດັບສູງ 1.778.758 ຄົນ. ໃນນັ້ນນັກທ່ອງທ່ຽວພາຍໃນ 182.560 ຄົນ (ລະ ດັບກາງ) ແລະ 373.259 ຄົນ (ລະ ດັບສູງ), ນັກທ່ອງທ່ຽວຕ່າງປະເທດ 942.573 ຄົນ (ລະດັບກາງ) ແລະ1.405.499 ຄົນ (ລະດັບສູງ), ສ່ວນຄາດໝາຍສ້າງລາຍຮັບໃນ 2 ລະດັບ ຄື: ລະດັບກາງ 645.519.165 ໂດລາສະຫະລັດ ແລະ ລະດັບສູງ 993.773.906 ໂດລາສະຫະລັດ. ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ໃຫ້ຮູ້ໃນໂອກາດລາຍງານຕໍ່ພິທີຖະແຫລງຂ່າວ ການຈັດງານປີທ່ອງທ່ຽວລາວ 2024 ຂອງແຂວງຫລວງພະບາງ ແລະ ສະເຫລີມສະຫລອງຫລວງພະບາງ ເຂົ້າເປັນເມືອງມໍລະດົກໂລກ ຄົບຮອບ 28 ປີ ຈັດຂຶ້ນໃນວັນທີ 15 ມັງກອນ 2024 ທ່ີຫ້ອງວ່າການແຂວງຫລວງພະບາງວ່າ: ໃນໂອກາດປີທ່ອງທ່ຽວລາວ 2024, ແຂວງຫລວງພະບາງໄດ້ກະກຽມ ຈັດ 9 ແຜນງານ 41 ກິດຈະກຳ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຂະນະທີ່ບັນດາແຫລ່ງທ່ອງທ່ຽວພາຍໃນແຂວງ ໄດ້ຮັບການພັດທະນາ, ຄຸ້ມຄອງ ແລະ ຮັກສາໃຫ້ຄົງຄຸນຄ່າ.

   ປັດຈຸບັນທົ່ວແຂວງ ມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ປະຫວັດສາດ 39 ແຫ່ງ.ໃນນັ້ນ, ສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການ ໃຫ້ແຂກເຂົ້າໄປທ່ຽວຊົມແລ້ວມີ 158 ແຫ່ງ. ເອົາໃຈໃສ່ພັດທະນາ ແລະ ປັບປຸງສີ່ງອໍານວຍຄວາມສະດວກ, ສະຖານທີພັກເຊົາດ້ວຍການສົ່ງເສີມນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ຄຽງຄູ່ກັບການປະຕິບັດນະໂຍບາຍເປີດກວ້າງການລົງທຶນຂອງຕ່າງປະເທດ. ທົ່ວແຂວງມີບໍລິສັດທ່ອງທ່ຽວ 106 ບໍລິສັດ, ມີໂຮງແຮມ-ລີ ສອດ 100  ແຫ່ງ, ມີຫ້ອງນອນ 2.732 ຫ້ອງ, ຕຽງນອນ 5.579 ຕຽງ, ເຮືອນພັກ416 ຫລັງ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ ແລະ ຄາລາໂອເກະ 45 ຮ້ານ, ຮ້ານນວດ-ສະປາ 41 ຮ້ານ ແລະ ພະນັກງານນຳທ່ຽວ 768 ຄົນ, ຍິງ 162 ຄົນ.ສໍາລັບປີ 2023 ຜ່ານມາ ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມແຂວງຫລວງພະບາງທັງໝົດ 1.029.698 ເທື່ອຄົນ, ທຽບໃສ່ປີ 2022 ຜ່ານມາເພີ່ມຂຶ້ນ 491.979 ເທື່ອຄົນ, ໃນນີ້, ມີນັກທ່ອງທ່ຽວພາຍໃນ 265.102 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 764.596 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງນັກ ທ່ອງທ່ຽວໄດ້ ທັງໝົດ 559.789.018 ໂດລາສະຫະລັດ.ເຖິງແນວໃດກໍດີ ນາງ ພອນມະນີ ຜູ້ປະກອບການຄ້າຂາຍອາຫານຢູ່ຕະ ຫລາດກາງຄືນໃນນະຄອນຫລວງພະ ບາງໃຫ້ຮູ້ວ່າ: ພາຍຫລັງໂຄວິດຈາງ ຫາຍໄປ ເຮັດໃຫ້ພໍ່ຄ້າແມ່ຄ້າ ແລະ ຜູ້ປະກອບການທຸລະກິດບໍລິການຕ່າງໆມີຊວິດຊີວາ, ເບີກບານມ່ວນຊື່ນ ແລະ ມີຄວາມສຸກເປັນພິເສດເພາະຊາວຫລວງພະບາງສ່ວນໃຫຍ່ເກືອບ 80% ອາໃສທຸລະກິດບໍລິການທ່ີຕິດພັນກັບການທ່ອງທ່ຽວນັບແຕ່ຮ້ານອາຫານ, ໂຮງແຮມ, ເຮືອນພັກ, ຄ້າຂາຍຍົກ-ຄ້າຂາຍຍ່ອຍ, ແລ່ນເຮືອນ, ລົດຕູ້ ແລະ ອື່ນໆ ເຊິ່ງປັດຈຸບັນນີ້ມີນັກທ່ອງທ່ຽວໄດ້ເຂົ້າມາຫລວງພະບາງຢ່າງຫລວງຫລາຍ ໂດຍຜ່ານເສັ້ນທາງລົດໄຟ, ເຮືອບິນ ແລະ ຊ່ອງທາງຕ່າງໆຕາມເຂດຊາຍແດນ ເມື່ອເປັນແນວນັ້ນສິ່ງສໍາຄັນພວກເຮົາຕ້ອງເຕົ້າໂຮມຈິດໃຈ ແລະ ສາມາດມັກຄີກັນຢ່າງແທ້ຈິງໃນການເປີດ ຮັບເອົານັກທ່ອງທ່ຽວດ້ວຍໄມຕີຈິດມິດຕະພາບທີ່ດີ, ຢ່າເອົາປຽບນັກທ່ອງທ່ຽວ, ຄ້າຂາຍ ຫລື ໃຫ້ບໍລິການຕ່າງໆຕ້ອງມີຄວາມໂປ່ງໃສ, ອາຫານຕ້ອງເຮັດໃຫ້ສະອາດ ແລະ ແຊບເປັນເອກະລັກ, ຮັກສາອະນາໄມຕົວເມືອງໃຫ້ສະອາດ, ຮັກຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອງໃຫ້ໄດ້ໂດຍພ້ອມຈະຮັບໃຊ້ນັກທ່ອງທ່ຽວທຸກໆເວລາ, ການຄວບຄຸມລາຄາສິນຄ້າ ແລະ ການບໍລິການອື່ນໆທີ່ຕິດພັນກັບການທ່ອງທ່ຽວກໍຕ້ອງເຮັດແທ້ທໍາຈິງ ແລະ ສ້າງຈິດສໍານຶກເປັນເຈົ້າພາບທີ່ດີ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ຄາດວ່ານັກທ່ອງທ່ຽວ ຈະເຂົ້າຊົມຖໍ້າກອງລໍ ຢ່າງໜ້ອຍ 6 ພັນຄົນ ໃນປີ 2024 ນີ້ທ່ອງທ່ຽວ

      ຄາດວ່ານັກທ່ອງທ່ຽວ ຈະເຂົ້າຊົມຖໍ້າກອງລໍ ຢ່າງໜ້ອຍ 6 ພັນຄົນ ໃນປີ 2024 ນີ້

      5/2/2024 10:13:43 AM

      ນັກທ່ອງທ່ຽວພາຍໃນ​ ແລະ​ ຕ່າງປະເທດຫລາຍຮ້ອຍຄົນຕໍ່ມ້ື ຫລັງໄຫລເຂົ້າທ່ຽວຊົມສະຖານ​ທ່ອງທ່ຽວຖໍ້າກອງລໍຢູ່ເມືອງຄູນຄໍາ​ ແຂວງຄໍາມ່ວນ​ ແລະ​ ຄາດວ່າປີ 2024​ ຈະສາມາດຶງດູດນັກທ່ອງ​ທ່ຽວໄດ້ຢ່າງໜ້ອຍ​6-8​ພັນກວ່າຄົນ.

    • ຫາດຫົົກ ຍັງລໍຄອຍໄປສຳພັດທ່ອງທ່ຽວ

      ຫາດຫົົກ ຍັງລໍຄອຍໄປສຳພັດ

      4/30/2024 10:57:14 AM

      ຄິດວ່າ​ຫລາຍທ່ານຄົງໄດ້ສະເຫລີມສະຫລອງບຸນປີໃໝ່ລາວຢ່າງ​ເບີກບານມ່ວນຊື່ນ​ ທັງໄດ້ໄປທ່ອງ​ທ່ຽວຕາມຈຸດປະສົງຂອງໃຜລາວ,​ ບ່ໍວ່າການທ່ອງທ່ຽວທາງທຳມະ​ຊາດ,​ປະຫວັດສາດ ​ແລະ​ ທຳມະ​ຊາດມາແລ້ວ.​

    • ຜູ້ປະກອບການລາວ ຫວັງວ່າຄວ້າລາງວັນທ່ອງທ່ຽວອາຊຽນແບບຍືນຍົງທ່ອງທ່ຽວ

      ຜູ້ປະກອບການລາວ ຫວັງວ່າຄວ້າລາງວັນທ່ອງທ່ຽວອາຊຽນແບບຍືນຍົງ

      4/29/2024 9:16:48 AM

      ຜູ້ປະກອບທຸລະກິດໂຮງແຮມ,ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວອື່ນໆຫວັງຈະຄວ້າລາງວັນທ່ອງທ່ຽວອາຊຽນໃນປີຕໍ່ໜ້າ ຂະນະທີ່ 10 ປະເທດສະມາຊິກອາຊຽນຍັງເນັ້ນການພັດທະນາທ່ອງທ່ຽວແບບຍືນຍົງ ຕິດພັນກັບທໍາມະຊາດ, ວັດທະນະທໍາຮີດຄອງປະເພນີອັນດີງາມ, ປະຫວັດສາດ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ອື່ນໆ.

    • ສິ່ງທີເປັນຫົວໃຈສຳຄັນ ຂອງສວນອາຫານຫ້ວຍວີທ່ອງທ່ຽວ

      ສິ່ງທີເປັນຫົວໃຈສຳຄັນ ຂອງສວນອາຫານຫ້ວຍວີ

      4/25/2024 11:07:37 AM

      ​ຫ່າງ​ຫາຍ​ມາ​ດດົນພໍສົມຄວນສໍາ​ລັບກາ​ນນໍາ​ສະ​ເໜີ​ທຸລະ​ກິດກ່ຽວ​ກັບຮ້ານອາຫານ,​ ມື້ນີ້ຄໍ​ລໍາ​ສົ່ງເສີມ​ທຸລະ​ກິດຈະ​ມາຫວນຄືນບັນຍາກາດ​ເກົ່າເກ່ົາ ​ແລະ​​ ພາ​ບັນດາ​ທ່ານມາ​​ຮູ້​ຈັກ​​ ຮ້ານ​ອາຫານສວນອາຫານ​ ຫ້ວຍວີ​ ທີ່​ມີ​ຊື່ສຽງຂອງ​ເມືອງ​ລະ​ມາມ​ ​ແຂວງ​ເຊ​ກອງ.

    • ແກ້ງຊັນ ອີກແຫລ່ງທ່ອງທ່ຽວນອດນິຍົມທີ່ຄວນໄປສຳຜັດທ່ອງທ່ຽວ

      ແກ້ງຊັນ ອີກແຫລ່ງທ່ອງທ່ຽວນອດນິຍົມທີ່ຄວນໄປສຳຜັດ

      4/25/2024 11:00:53 AM

      ໃນໄລຍະບຸນປີໃໝ່ລາວ,​ນອກ​ຈາກຊາວລາວ​ແລະ​ນັກທ່ອງທ່ຽວ​ ມັກຫລິ້ນນໍ້າດ້ວຍວິທີຫົດສົງພະທະ​ຮູບ,​ຄູບາອາຈານ,​ພໍ່ແມ່,​ລຸງປ້າ​ອາວອາ​ ແລະ​ ໝູ່ເພື່ອນ​ ເພື່ອສະ​ແດງເຖິງຄວາມກະຕັນຍູຮູ້ບຸນຄຸນ,​ ລ້າງກໍາຈັດປັດເປົ່າສິ່ງບໍ່ດີອອກ​ຈາກຮ່າງ​ແລະ​ຮັບໂຊກຮັບໄຊໃຫຍ່​ຫລວງກວ່າເກົ່າ​ແຕ່ອີກທາງເລືອກ​ໜຶ່ງຄືຄົນເຮົາມັກຊອກຫາແຫລ່ງ​ທ່ອງທ່ຽວເປັນທໍາມະຊາດທ່ີມີນ້ໍາ​ໄຫລເຢັນຕະຫລອດປີເພື່ອ​ ເປັນ​ຂອງຂວັນໃນວັນພັກຜ່ອນດ້ວຍບັນ​ຍາກາດງຽບສະຫງົບ,​ຢູ່ຫ່າງຈາກ​ຜູ້ຄົນ​ແລະ​ລວມທັງມົນລະພິດ.

ads
ads

Top