ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກ

02/06/2022 13:05
Email Print 26435
ຂປລ *ເມື່ອກ້າວເຂົ້າສູ່ລະດູຝົນພະຍາດຕ່າງໆ ມັກຈະເກີດຂຶ້ນຫລາຍ ໂດຍສະເພາະ ພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍ ຊຶ່ງຈະພົບຫລາຍ ໃນລະດູນີ້ ແລະ ມີຜູ້ຕິດເຊື້ອເພີ່ມຂຶ້ນທຸກໆປີ.






*ເມື່ອກ້າວເຂົ້າສູ່ລະດູຝົນພະຍາດຕ່າງໆ ມັກຈະເກີດຂຶ້ນຫລາຍ ໂດຍສະເພາະ ພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍ ຊຶ່ງຈະພົບຫລາຍ ໃນລະດູນີ້ ແລະ ມີຜູ້ຕິດເຊື້ອເພີ່ມຂຶ້ນທຸກໆປີ; ບາງປີມີຄົນ ຕິດເຊື້ອຫລາຍ ຢູ່ຕາມໂຮງໝໍ ຈົນບໍ່ມີບ່ອນ ໃຫ້ຄົນເຈັບນອນ ເຖິງຢ່າງໃດກໍ່ ຕາມ ຄົນສ່ວນຫລາຍ ກໍຍັງຖືເບົາ ໃນການປະຕິບັດ ມາດຕະການປ້ອງກັນຢູ່. ດັ່ງນັ້ນ,ມື້ນີ້ຄໍລໍາສຸຂະພາບ ຂໍແນະນໍາ ອາການຂອງຜູ້ທີ່ ຕິດເຊື້ອພະຍາດ ໄຂ້ເລືອດອອກ ຈະມີອາການສະແດງອອກແນວໃດນັ້ນ ເຮົາໄປສຶກສານຳກັນເລີຍ.

ພະຍາດໄຂ້ເລືອດອອກມັກຕິດຕໍ່ ຈາກຄົນໄປສູ່ຄົນ ຊຶ່ງມີຍຸງເປັນພະຫະນະ ໂດຍຍຸງຈະດູດເລືອດ ຂອງຜູ້ທີ່ມີເຊື້ອ ຈາກນັ້ນເຊື້ອ ຈະເຂົ້າໄປຝັກໂຕຢູ່ໃນຍຸງ ແລະ ເພ່ີ່ມຈຳນວນເຊື້ອຂຶ້ນ ໃນໂຕຍຸງປະມານ 1-2 ເດືອນ ສາມາດຖ່າຍທອດເຊື່ອ ໄປສູ່ຄົນທີ່ຖືກຍຸງກັດໄດ້. ເມື່ອຄົນ ຖືກຍຸງ ທີ່ມີເຊື້ອກັດ ເຊື້ອພະຍາດ ຈະຢູ່ໃນຮ່າງກາຍ ຄົນປະມານ 5-8 ວັນ; ຫລັງຈາກນັ້ນ ຈະເລີ່ມມີອາການ ໄຂ້ສູງ 2-7 ມື້, ພະຍາດນີ້ ສາມາດເກີດຂຶ້ນໄດ້ ທັງເດັກນ້ອຍ ແລະ ຜູ້ໃຫຍ່. ສໍາລັບຜູ້ຕິດເຊື້ອ ພະຍາດຈະມີ ອາການດັ່ງນີ້: ມີໄຂ້ຂຶ້ນສູງ 2-3 ມື້, ເຈັບຫົວ, ໜ້າແດງ, ເມື່ອຍຕາມຕົນໂຕ, ເຈັບເບົ້າຕາ, ກ້າມຊີ້ນ, ເຈັບຕາມຂໍ້ກະດູກ, ຮາກ, ມີຕຸ່ມແດງຕາມຜິວໜັງ, ເລືອດຊຶມ ຕາມເຟັນແຂ້ວ, ບາງຄົນເລືອດ ຈະອອກຕາມແຂນຂາ, ດັງ, ຖ່າຍເປັນສີດຳ ຊຶ່ງໄລຍະອັນຕະລາຍ ແມ່ນ 2-7 ມື້. ແຕ່ພະຍາດ ໄຂ້ເລືອດອອກ ສາມາດປິ່ນປົວໄດ້ ຖ້າມີອາ ການດັ່ງກ່າວມານີ້ ໃຫ້ຮີບຮ້ອນໄປພົບແພດທັນທີ ເພື່ອປິ່ນປົວໃຫ້ທັນເວລາ.

ຍຸງລາຍທີ່ອາໄສຢູ່ບໍລິເວນບ້ານເຮືອນ ມັກກັດດູດກິນເລືອດຄົນ ໃນເວລາກາງເວັນ ມີແຫລ່ງແພ່ພັນຄື: ໃນພາຊະນະຕ່າງໆ ທີ່ມີນໍ້າຂັງເຊັ່ນ: ໂອ່ງນ້ຳ, ໂຖດອກໄມ້, ຖາດຮອງ ຂາຕູ້, ກະໂປະ ປະປ໋ອງ, ໝໍ້ , ຢາງ ລົດເກົ່າ ເຫລົ່ານີ້ເປັນຕົ້ນ. ສະນັ້ນ ເພື່ອກຳຈັດ ແຫລ່ງແພ່ພັນ ຂອງຍຸງລາຍ ແລະ ປ້ອງກັນ ບໍ່ໃຫ້ຄົນໃນຄອບຄົວ ຫລື ລູກຫລານ ທີ່ທ່ານຮັກຕິດເຊື້ອນັ້ນ ຈົ່ງພ້ອມກັນ ປະຕິບັດຕາມຫລັກການ 5 ຄື: 1 ປິດຝາພາຊະນະ ທຸກຊະນິດທີ່ຢູ່ໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2. ປ່ຽນນໍ້າ ແລະ ຜັດຖູພາຊະນະ ເຊັັ່ນ: ເຕົ້າດອກ ໄມ້, ຖາດຮ່ອງຕີນຕູ້, ຖາດຮອງຈອກນໍ້າ ແລະ ອື່ນໆ,3. ປ່ອຍ ປາຫາງນົກຍຸງ ເພື່ອກິນໜອນນ້ຳ, 4. ປັບປຸງ ບໍ່ໃຫ້ມີນ້ຳຄ້າງຂັງ ກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນ ລົດເກ່ົາ...,5. ປະຕິບັດເປັນ ປະຈຳ ທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ ໄປປິ່ນປົວຢູ່ໂຮງໝໍ ຫລື ສຸກສາ ລາໃກ້ບ້ານ.


ຮຽບຮຽງໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top