​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

09/03/2022 14:08
Email Print 54758
ຂປລ ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີ ເອກະລັກສະເພາະ.







ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີເອກະລັກສະເພາະ. ດັ່ງນັ້ນ, ຄໍລໍາ​ສົ່ງ​ ເສີມທຸລະ​ກິດມື້ນີ້ ຂໍພາທ່ານ​ມາ​ຮູ້ຈັກ ຮ້ານ​​ເຝີ​ແຊບອີກຮ້ານໜຶ່ງ ທີ່ຢູ່​​ເຂດບ້ານໜອງພະຍາ ​ເມືອງ​ໄຊທາ​ນີ ນະຄອນຫລວງ​ວຽງຈັນ ນັ້ນກໍຄືຮ້ານເຝີແຊບນໍ້າໜຶ່ງ ຊຶ່ງຈຸດ ເດັ່ນຂອງຮ້ານນີ້ ແມ່ນ​ນໍ້າ​ເຝີ ທີ່ມີລົດຊາດ​ແຊບ ເປັນ​ເອກະ​ລັກສະ​ເພາະ​ ຖ້າທ່ານໄດ້ກິນ ແລ້ວ ຮັບປະກັນວ່າຖືກໃຈ ແລະ ຢາກກັບມາກິນອີກແນ່ນອນ. 

ທ່ານນາງ ສົມອຸໄທ ເສົາມະນີ ຫລື ນໍ້າໜຶ່ງ ​ເຈົ້າຂອງຮ້ານຜູ້ໃຈດີໄດ້ເວົ້າ​ໃຫ້​ຟັງ​ວ່າ: ຮ້ານເຝີແຊບນໍ້າໜຶ່ງ ເກີດຈາກແຮງບັນດານໃຈ ທີ່ຕົນເອງ ມັກຮັບປະທານອາຫານ ປະເພດເສັ້ນເປັນພື້ນຖານຢູ່ແລ້ວ ແລະ ໃນຄອບຄົວ ກໍມີພໍ່ປູ່ທີ່ເຄີຍເປີດຮ້ານອາຫານຮ້ານເຝີ ແລະ ເພິ່ນກໍມີສູດແຊບ ສະເພາະທີ່ບໍ່ຄືໃຜ ຊຶ່ງເປັນສູດ ທີ່ໃຜໄດ້ກິນ ແມ່ນຕິດອົກຕິດຕິດໃຈ ແລະ ຢາກກິນອີກ. ດັ່ງນັ້ນ, ເພື່ອສືບທອດມູນເຊື້ອ ສູດເຝີດັ່ງກ່າວໃຫ້ຍາວນານ ຂ້າພະເຈົ້າຈຶ່ງຕັດສິນໃຈ ເລີ່ມຕົ້ນເປີດ ຮ້ານເຝີແຊບນໍ້າໜຶ່ງ ໃນປີ 2021. ພາຍຫລັງເປີດແລ້ວ ກໍໄດ້ຮັບຄວາມນິຍົມ ຈາກລູກຄ້າພໍສົມຄວນ ຊຶ່ງ ໃນຮ້ານ ມີທັງອາຫານປະເພດເສັ້ນ ເຊັ່ນ: ເຝີ, ເຂົ້າປຽກ ແລະ ຍັງມີ ລາບ, ແກງເຄື່ອງໃນ ແລະ ລວກເສືອຮ້ອງໄຫ້, ໃນນີ້ລາຍການອາຫານ ທີ່ມີຄວາມໂດດເດັ່ນ ແລະ ປະທັບໃຈລູກຄ້າທີ່ສຸດແມ່ນເຝີ. ສຳລັບລາຄາ ເລີ່ມຕົ້ນມີດັ່ງນີ້ : ເຝີຖ້ວຍນ້ອຍ 20.000ກີບ , ເຝີຖ້ວຍໃຫຍ່ 30.000ກີບ, ເຂົ້າປຽກ ຖ້ວຍນ້ອຍ 15.000ກີບ, ເຂົ້າປຽກຖ້ວຍໃຫຍ່ 20.000ກີບ, ລາບ 25.000ກີບ/ຊຸດ, ແກງເຄື່ອງໃນ 15.000 ກີບ, ລວກເສືອຮ້ອງໄຫ້ 25.000ກີບ.

ທ່ານນາງ ສົມອຸໄທ ຍັງເຜີຍໃຫ້ຮູ້ເຖິງເຄັດລັບ ການເຮັດທຸລະກິດ ດ້ານຮ້ານອາຫານ ໃຫ້ປະສົບຜົນສຳເລັດນັ້ນຄວາມສຳຄັນທີ່ສຸດ ຄືການເອົາໃຈໃສ່ໃນວັດຖຸ ດິບທີ່ນຳມາປຸງແຕ່ງ ຕ້ອງສົດໃໝ່ໃນແຕ່ລະມື້ ເພື່ອຮັບປະກັນໃຫ້ລູກຄ້າ ໄດ້ຮັບປະທານອາຫານທີ່ແຊບ, ຄຸນນະພາບດີ ທີ່ສຸດ.






ທ່ານນາງ ສົມອຸໄທ ໃນໄລຍະທີ່ສັງຄົມເຮົາ ຍັງມີການແຜ່ລະບາດ ຂອງໂຄວິດ-19 ນີ້ ຂ້າພະເຈົ້າຈະໃຫ້ຄວາມສຳຄັນເປັນພິເສດ ທາງດ້ານການຮັກສາ ຄວາມສະອາດ ເພື່ອຄວາມປອດໄພ ແລະ ໝັ້ນໃຈໃຫ້ກັບລູກຄ້າທຸກໆທ່ານ ດ້ວຍການຈັດໂຕະ ພາຍໃນຮ້ານແບບ ມີການເວັ້ນໄລຍະ ຫ່າງ ແລະ ໝັ່ນແຈ້ງໃຫ້ລູກຄ້າລ້າງມື ດ້ວຍນໍ້າຢາຂ້າເຊື້ອກ່ອນຈະເຂົ້າຮ້ານ ແລະ ພະນັກງານທຸກຄົນ ໃນຮ້ານຈະໃສ່ຜ້າປິດປາກ ແລະ ໃສ່ໝວກໃນເວລາປຸງອາຫານ; ເພື່ອອຳນວຍຄວາມສະດວກຕື່ມ ໃຫ້ກັບລູກຄ້າໃນນີ້ສຳລັບລູກຄ້າ ໃນເຂດໃກ້ຄຽງ ຂອງຮ້ານເຝີແຊບນໍ້າໜຶ່ງ ພວກຂ້າພະເຈົ້າ ແມ່ນມີນະໂຍບາຍ ສົ່ງອາຫານຟຣີຮອດເຮືອນລູກຄ້າ ແລະ ມີບໍລິການຈັດສົ່ງ ຜ່ານຂົນສົ່ງໃຫ້ກັບລູກຄ້າ ທີ່ຢູ່ເຂດໄກອອກໄປນຳດ້ວຍ ແລະ ຫລັງປິດຮ້ານພວກຂ້າພະເຈົ້າ ຈະເອົາໃຈໃສ່ໃນດ້ານການຮັກສາ ຄວາມສະອາດ ບໍລິເວນຮ້ານດ້ວຍນໍ້າຢາຂ້າເຊື້ອທຸກຄັ້ງ.

ສຳລັບຮ້ານເຝີແຊບນໍ້າໜຶ່ງ ເປີດບໍລິການລູກຄ້າໃນທຸກໆມື້ໃນເວລາ 7:00ໂມງ - 23:00ໂມງ, ສະຖານທີ່ຕັ້ງຢູ່ເສັ້ນທາງຕັດໃໝ່ ບ້ານໜອງພະຍາ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ, ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ Facebook : ຮ້ານເຝີແຊບນ້ຳ1-Num1 Food  ຫລື ໂທ : 020 54087553. ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ທາງຮ້ານໄດ້ເອົາໃຈໃສ່ ເປັນພິເສດໃນການປະຕິບັດ ມາດຕະການຕ່າງໆ ເພື່ອໃຫ້ລູກຄ້າມີຄວາມປອດໄພ. ພ້ອມນີ້ທາງຮ້ານຍັງມີບໍລິການ ສົ່ງອາຫານເຖິງບ້ານ ທີ່ຢູ່ເຂດໃກ້ຄຽງໂດຍບໍ່ເສຍຄ່າ ຫລື ລູກ ຄ້າທີ່ຢູ່ໄກ ກໍມີບໍລິການ ຈັດສົ່ງຜ່ານຂົນສົ່ງຕື່ມອີກ.



ໂດຍ: ລູກສາວຫລ້າ

KPL

ຂ່າວອື່ນໆ

    • ຖອດຖອນບົດຮຽນ (ແມ່ນສໍາຄັນ)ວາລະສານ-ຂ່າວພາບ

      ຖອດຖອນບົດຮຽນ (ແມ່ນສໍາຄັນ)

      2/28/2022 3:25:09 PM

      ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

    • ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?ວາລະສານ-ຂ່າວພາບ

      ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?

      2/28/2022 3:21:24 PM

      *ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .

    • ພ້ອມກັນສະຫລອງປີສາມັກຄີມິດຕະພາບ  ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນວາລະສານ-ຂ່າວພາບ

      ພ້ອມກັນສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ

      2/23/2022 2:48:13 PM

      *ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.

    • ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆວາລະສານ-ຂ່າວພາບ

      ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆ

      2/14/2022 2:36:13 PM

      ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.

    •  ມັອດ ສິລະປິນໄຟແຮງຈາກຄ້າຍ ​ເຟີ​ສ​ໂມ​ເດ​ວລິງ​ລາວວາລະສານ-ຂ່າວພາບ

      ມັອດ ສິລະປິນໄຟແຮງຈາກຄ້າຍ ​ເຟີ​ສ​ໂມ​ເດ​ວລິງ​ລາວ

      2/9/2022 3:02:07 PM

      ມື້​ນີ້ ຄໍ​ລໍາ​ບັນ​ເທີ​ງ ຂໍ​ພາສາ​ວໆມາ​ຮູ້ຈັກ ສິລະ​ປິນນ້ອງ​​ໃໝ່​ໄຟ​ແຮງ ທີ່​ມີ​ຄວາມ​ສາມາດ​ຮອບດ້ານ ບວກ​ກັບ​ບຸກຄະ​ລິກ ​ແລະ ໜ້າຕາ​ທີ່​ມີສະ​ເໜ່ ຍິ່ງ​ເຮັດ​ໃຫ້ບ່າວ​ຜູ້​ນີ້​ມີ​ແຟນໆ​ຕິດຕາມ ​ເປັນ​ຈໍານວນ​ຫລວງຫລາຍ ບໍ່​ວ່າຈະ​ເຮັດ​ຜົນງານ​ ໃດອອກ​ມາ​ ກໍ​ໄດ້​ຮັບ​ການ​ຕອບ​ຮັບ​ທີ່​ດີ ສະ​ນັ້ນ​, ມື້​ນີ້ ​ເຮົາ​ຈະ​ມາ​ຮູ້ຈັກ ໜຸ່ມຄົນ​ນີ້ມີນາ​ມວ່າ ແສງອາ ທິດ ເສນາບັນດິດ ຫລື ມັອ​ດ ສິລະປິນນ້ອງ​ໃໝ່ຈາກຄ້າຍ Firstmodelinglao ​

ads
ads

Top