ຮອງ​ປະ​ທານ​ປະ​ເທດ ຕ້ອນ​ຮັບທູດສະ​ວິດ ຂົ້າ​ຢ້ຽມ​ອຳ​ລາ

13/05/2026 10:33
Email Print 192
ຂປລ ໃນວັນທີ 12 ພຶດສະພາ 2026, ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເປໂດ ສະວາເລັນ (H.E. Pedro Zwahlen) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ.

       ຂປລ.  ຊຶ່ງມີສໍານັກງານສະ ຖານທູດ ຕັ້ງຢູ່ບາງກອກ, ລາຊະ ອານາຈັກໄທ.ໃນໂອກາດນີ້, ທ່ານ ນາງ ວຽງ ທອງ ສີພັນດອນ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາ ເລັດ ໃນການປະຕິບັດໜ້າທີ່ການ ທູດ ຂອງ ທ່ານ ເປໂດ ສະວາເລັນ ຢູ່ ສປປ ລາວ ຕະຫລອດໄລຍະເວລາ 3 ປີກວ່າທີ່ຜ່ານມາ, ທ່ານ ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດ ສະວິດ. ພ້ອມກັນນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນສະວິດ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຕະຫລອດມາ. 

     ທ່ານເອກອັກຄະລັດຖະທູດ ເປໂດ ສະວາເລັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ກໍຄືພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງໄດ້ຢືນຢັນວ່າສະມາພັນທະລັດ ສະວິດ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

ads
ads

Top