ຂປລ
ທ່ານ ເນດຣ ພັກຕຣາ ລັດຖະມົນຕີກະຊວງສື່ສານຂອງ ກຳປູເຈຍ ເປີດເຜີຍວ່າ: ລັດຖະບານກຳປູເຈຍ ໄດ້ອະນຸມັດຮ່າງກົດໝາຍ ປາບປາມການສໍ້ໂກງ ທາງອອນລາຍ ທີ່ຈະລົງໂທດຜູ້ທີ່ຢູ່ເບື້ອງຫລັງຢ່າງຮຸນແຮງລະຫວ່າງ ກອງປະຊຸມ ຄະນະລັດຖະມົນຕີ ປະຈຳອາທິດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ເນດຣ ພັກຕຣາ ລັດຖະມົນຕີກະຊວງສື່ສານຂອງ ກຳປູເຈຍ ເປີດເຜີຍວ່າ: ລັດຖະບານກຳປູເຈຍ ໄດ້ອະນຸມັດຮ່າງກົດໝາຍ ປາບປາມ ການສໍ້ໂກງ ທາງອອນລາຍ ທີ່ຈະລົງໂທດຜູ້ທີ່ຢູ່ເບື້ອງຫລັງ ຢ່າງຮຸນແຮງລະຫວ່າງ ກອງປະຊຸມ ຄະນະລັດຖະມົນຕີ ປະຈຳອາທິດ.
ກົດໝາຍສະບັບນີ້ ຖືເປັນເຄື່ອງມື ທາງກົດໝາຍ ທີ່ສຳຄັນທີ່ສຸດຂອງ ກຳປູເຈຍ ໃນການຕໍ່ສູ້ກັບ ການສໍ້ໂກງທາງອອນລາຍ ແລະ ການຟອກເງິນ ຈະຊ່ວຍປ້ອງກັນແລະ ກຳຈັດ ການສໍ້ໂກງ ທາງອອນລາຍໃຫ້ໝົດໄປ ຈາກປະເທດ ເພື່ອສະແດງ ໃຫ້ເຫັນວ່າ ກຳປູເຈຍ ບໍ່ແມ່ນສະຫວັນ ອັນປອດໄພ ສຳລັບອາຊະຍະກຳ ເຫລົ່ານີ້.
ຮ່າງກົດໝາຍສະບັບນີ້ ລະບຸອີກວ່າ ຜູ້ທີ່ຢູ່ເບື້ອງຫລັງການສໍ້ໂກງ ທາງອອນລາຍ ຈະຕ້ອງໂທດຈຳຄຸກ 5-10 ປີ ແລະ ປັບເງິນສູງສຸດ 1 ຕື້ຣຽວ, ແຕ່ຫາກສໍ້ໂກງດັ່ງກ່າວ ກ່ຽວພັນ ກັບຄວາມຮຸນແຮງ, ການທາລຸນ, ການກັກຂັງ, ການຄ້າມະນຸດ ຫລື ການບັງຄັບໃຊ້ແຮງງານ ຈະຕ້ອງໂທດຈຳຄຸກ 10-20 ປີ ແລະ ປັບເງິນສູງເຖິງ 2 ຕື້ຣຽວ.
KPL