ຂປລ
ຂປລ. ໃນກາງເດືອນມັງກອນ 2026 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ກ່ຽວກັບເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນສະກັດກັ້ນໄຟໄໝ້ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2.5) ໃນຂອບເຂດທົ່ວປະເທດ.

ຂປລ. ໃນກາງເດືອນມັງກອນ 2026 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ກ່ຽວກັບເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນສະກັດກັ້ນໄຟໄໝ້ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2.5) ໃນຂອບເຂດທົ່ວປະເທດ. ເພື່ອກະກຽມຄວາມພ້ອມ ໃນການຮັບມືກັບສະພາບໄຟໄໝ້ລາມປ່າ ທີ່ຄາດວ່າເກີດຂຶ້ນໃນໄລຍະເດືອນມັງກອນ ຫາ ເດືອນເມສາ ໂດຍມີສາເຫດຫລັກແມ່ນມາຈາກການຈູດໂດຍບໍ່ມີການຄວບຄຸມ (ການຈູດໄຮ່, ສວນ, ນາເຂົ້າ ເພື່ອກະກຽມພື້ນທີ່ທໍາການຜະລິດ ແລະ ການຈູດຫຍ້າເພື່ອລ້ຽງສັດ), ການຈູດພ້ອມກັນຫລາຍໆຕອນ, ການທີ່ບໍ່ສ້າງແລວກັນໄຟ, ລວມທັງການຈູດເພື່ອລ່າເນື້ອ. ການກະທໍາເຫລົ່ານີ້ ກໍໃຫ້ເກີດບັນຫາມົນລະພິດທາງອາກາດ (ໝອກ ຄວັນ) ເຊັ່ນ: ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (ຝຸ່ນ PM2.5) ເພີ່ມຂຶ້ນຢ່າງຫລວງຫລາຍ, ຊຶ່ງສົ່ງຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບ ແລະ ການດໍາລົງຊີວິດຂອງປະຊາຊົນ.
ເນື້ອໃນແຈ້ງການໄດ້ລະບຸວ່າ: ໃຫ້ກົມປ່າໄມ້, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນຫລວງ ເປັນເຈົ້າການປະສານພາກສ່ວນກ່ຽວຂ້ອງ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງການນໍາໃຊ້ລະບົບຕິດຕາມຈຸດຄວາມຮ້ອນໄຟ (Fire Hotspot) ເພື່ອສະກັດກັ້ນໄຟໄໝ້ລາມປ່າໃຫ້ທັນກັບສະພາບການ. ສ້າງແຜນທີ່ຜົນກະທົບຈາກໄຟໄໝ້ລາມປ່າເຂົ້າໃນການລາຍງານປະຈໍາອາທິດ, ປະຈໍາເດືອນ ແລະ ປະຈໍາປີ ໃນລະດັບທ້ອງຖິ່ນ ແລະ ສ້າງແຜນທີ່ຄວາມສ່ຽງໄຟໄໝ້ລາມປ່າ ເພື່ອເປັນບ່ອນອີງໃນການວາງແຜນງົບປະມານ ແລະ ກໍານົດມາດຕະການປ້ອງກັນ. ນອກຈາກນີ້, ຕ້ອງໄດ້ແຈ້ງເຫດການໄຟໄໝ້ໃນເຂດທີ່ດິນປ່າໄມ້ ແລະ ທີ່ດິນກະສິກໍາ ໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ໄດ້ຮັບຊາບເປັນປົກກະຕິຜ່ານສື່ຕ່າງໆ (ອອນລາຍ, ວິດີໂອ, ໂປສະເຕີ, ປະຕິທິນ, ວິທະຍຸ, ໂທລະພາບ ແລະ ສື່ສິ່ງພິມອື່ນໆ ຕາມຄວາມເໝາະສົມ); ໃຫ້ຫ້ອງການກະຊວງເປັນໃຈກາງໃນການຈັດຕັ້ງຄະນະວິຊາການສະເພາະກິດໃນການຕິດຕາມ, ປ້ອງກັນ ແລະ ຄວບຄຸມທຸກແຫລ່ງກໍາເນີດມົນລະພິດທາງອາກາດ (ໝອກ ຄັວນ) ໃນໄລຍະຂອງການເຝົ້າລະວັງຂອງລະດູການ 2025-2026; ໃຫ້ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ຄົ້ນຄວ້າ ແລະ ຈັດສັນງົບປະມານສະເພາະ ເພື່ອສະໜັບສະໜູນແຜນດໍາເນີນງານສໍາລັບການປ້ອງກັນ ແລະ ຄວບຄຸມມົນລະພິດທາງອາກາດໃນແຕ່ລະປີ; ໃຫ້ກົມປ່າໄມ້ ດໍາເນີນການຢັ້ງຢືນຈຸດຮ້ອນໄຟ ແລະ ສ້າງແຜນທີ່ໄຟໄໝ້ປ່າໃນພື້ນທີ່ສ່ຽງ,

ເພື່ອຈັດລຽງບຸລິມະສິດ ໃນການສ້າງມາດຕະການສະກັດກັ້ນ ແລະ ຮັບມື. ມາດຕະການເຫລົ່ານັ້ນລວມມີ: ການສ້າງແລວກັນໄຟ (ຊົ່ວຄາວ ແລະ ຖາວອນ), ການຈຸດກັບ (Control Burning), ແລະ ການນໍາໃຊ້ຫລັກການເຕັກນິກອື່ນໆທີ່ເໝາະສົມ; ໃຫ້ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມປ່າໄມ້ ເອົາໃຈໃສ່ສືບຕໍ່ ປະ ສານສົມທົບກັບຄະນະຮັບຜິດຊອບເພື່ອຕິດຕາມ ແລະ ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະ ບັບເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ຂອງບັນດາແຂວງ, ນະຄອນຫລວງວຽງຈັນ. ຈຸດປະ ສົງຫລັກ ແມ່ນເພື່ອລົງຊຸກຍູ້ພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ໃຫ້ເພີ່ມທະວີໃນການສະກັດກັ້ນ ແລະ ຕ້ານໄຟໄໝ້ລາມປ່າ ລວມທັງບັນຫາຝຸ່ນ PM2.5 ຢ່າງເຂັ້ມງວດ; ໃຫ້ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງກວດກາ ການຈັດຕັ້ງປະຕິບັດຄໍາ ສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ໃຫ້ ກົມປ່າໄມ້ດໍາເນີນການ ສ້າງແຜນດໍາເນີນງານວຽກງານສະກັດໄຟໄໝ້ລາມປ່າ ທັງໄລຍະສັ້ນ ແລະ ໄລຍະຍາວຂອງ ສປປ ລາວ ໃຫ້ເປັນລະບົບທີ່ເປັນຮູບປະທໍາ (Systematic Forest Fire Management), ມີຄວາມເປັນເອກະພາບ, ມີປະສິດທິຜົນສູງ ແລະ ທ່ວງທັນກັບສະພາບການ. ແຜນງານນີ້ ຈະເປັນບ່ອນອີງທີ່ສໍາຄັນໃນການຄົ້ນຄວ້າຊອກຫາແຫລ່ງທຶນສະໜັບສະໜູນ ຈາກພາຍໃນ ແລ ະຕ່າງປະເທດ; ໃຫ້ກົມສິ່ງແວດລ້ອມ ເປັນໃຈກາງປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ແລະ ແຜນດໍາເນີນງານ ເພື່ອຫລຸດຜ່ອນ, ປ້ອງກັນ ແລະ ຄວບຄຸມແຫລ່ງປ່ອຍ ແລະ ກໍາເນີດມົນລະພິດທາງອາກາດ ພ້ອມທັງຄົ້ນຄວ້າ ແລະ ສະເໜີສ້າງນິຕິກໍາໃໝ່ທີ່ຈໍາເປັນ ພາຍໃຕ້ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະ ປັງປຸງບັນດານິຕິ ກໍາທີ່ມີຢູ່ແລ້ວ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ ເພື່ອແກ້ໄຂບັນຫາມົນລະພິດທາງ ອາກາດ ທີ່ເກີດຂຶ້ນຈາກຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ; ໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນຫລວງວຽງຈັນ ເປັນເຈົ້າການ ປະສານ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ (ຂັ້ນແຂວງ, ເມືອງ, ບ້ານ) ເພື່ອດໍາເນີນການກວດກາ, ເກັບກໍາຂໍ້ມູນ ແລະ ແກ້ໄຂການບຸກລຸກປ່າໄມ້, ການຈັບຈອງ, ຊື້-ຂາຍທີ່ດິນປ່າໄມ້, ແລະ ການດໍາເນີນກິດຈະການ ຫລື ທຸລະກິດຂອງບຸກຄົນ ຫລື ການຈັດຕັ້ງຢູ່ໃນເຂດປ່າໄມ້ ແລະ ທີ່ດິນປ່າໄມ້. ກໍລະນີພົບ ການກະທໍາທີ່ບໍ່ໄດ້ຮັບອະນຸຍາດ ຫລື ເຄື່ອນໄຫວບໍ່ຖືກຕ້ອງ, ຕ້ອງດໍາເນີນການຢຸດຕິ, ຍຸບເລີກ, ຮື້ຖອນ ປະຕິບັດມາດຕະການ ແລະ ດໍາເນີນຄະດີຕໍ່ຜູ້ລະເມີດຕາມກົດໝາຍຢ່າງເຂັ້ມງວດ; ໃຫ້ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ແລະ ນະຄອນຫລວງວຽງຈັນ ເປັນເຈົ້າການຄຸ້ມຄອງໃນການປ້ອງກັນ ແລະ ສະກັດກັ້ນການຈູດປ່າແບບຊະຊາຍຂອງປະຊາຊົນ. ພ້ອມກັນນັ້ນ, ຕ້ອງ ເປັນເຈົ້າການດັບມອດໄຟໄໝ້ລາມປ່າ ທີ່ເກີດຂຶ້ນໃນທ້ອງຖິ່ນທີ່ຕົນເອງຮັບຜິດຊອບ ເພື່ອຮັບປະກັນບໍ່ໃຫ້ ໄຟແຜ່ລາມອອກເປັນບໍລິເວນກວ້າງ ແລະ ເກີດຄວາມເສຍຫາຍຮ້າຍແຮງ; ໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ແລະ ນະຄອນຫລວງວຽງຈັນ ປະສານສົມທົບກັບຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເພື່ອຖືເອົາວຽກງານສະກັດກັ້ນໄຟໄໝ້ລາມປ່າ ແລະ ມົນລະພິດທາງອາກາດ (ຝຸ່ນ PM2.5) ເປັນວຽກງານບຸລິມະສິດໜຶ່ງ ຂອງໄພພິບັດແຫ່ງຊາດ ພ້ອມທັງສະ ເຫນີຂໍງົບປະມານ ແລະ ກະກຽມວັດຖຸອຸປະກອນທີ່ຈໍາເປັນ ໃນການສະກັດກັ້ນ, ຕ້ານ, ແລະ ດັບມອດ ໄຟໄໝ້ລາມປ່າ ໃຫ້ຢູ່ໃນທ່າກຽມພ້ອມຢ່າງຕໍ່ເນື່ອງ ແລະ ອື່ນໆ.
KPL