ບຸນ"ພະທາດດອກແກ້ວ" ປີ 2026 ຈັດຂຶ້ນຢ່າງຢ່າງຍິ່ງໃຫຍ່

10/03/2026 13:29
ຂປລ ຂປລ. ຈົບລົງດ້ວຍຄວາມປະ ທັບໃຈ ສໍາລັບບຸນ “ພະທາດດອກ ແກ້ວ” ປີ 2026 ລະຫວ່າງວັນທີ 2-3 ມີນາ 2026, ທີ່ວັດທາດດອກ ແກ້ວອັກຄະຣາມ, ເມືອງອາດສະ ພອນ ຊຶ່ງເປັນສິ່ງສັກສິດຄູ່ບ້ານຄູ່ ເມືອງ ໂດຍມີຈຸດປະສົງຫລັກເພື່ອ ສືບສານຮີດຄອງປະເພນີອັນດີງາມ ແລະ ຊຸກຍູ້ການທ່ອງທ່ຽວທາງ ດ້ານວັດທະນະທຳໃຫ້ກາຍເປັນທີ່ ຮູ້ຈັກຢ່າງກວ້າງຂວາງ.


ຂປລ. ຈົບລົງດ້ວຍຄວາມປະ ທັບໃຈ ສໍາລັບບຸນ “ພະທາດດອກ ແກ້ວ” ປີ 2026 ລະຫວ່າງວັນທີ 2-3 ມີນາ 2026, ທີ່ວັດທາດດອກ ແກ້ວອັກຄະຣາມ, ເມືອງອາດສະ ພອນ ຊຶ່ງເປັນສິ່ງສັກສິດຄູ່ບ້ານຄູ່ ເມືອງ ໂດຍມີຈຸດປະສົງຫລັກເພື່ອ ສືບສານຮີດຄອງປະເພນີອັນດີງາມ ແລະ ຊຸກຍູ້ການທ່ອງທ່ຽວທາງ ດ້ານວັດທະນະທຳໃຫ້ກາຍເປັນທີ່ ຮູ້ຈັກຢ່າງກວ້າງຂວາງ. ໂດຍພາຍໃນງານກໍມີຫລາຍ ກິດຈະກໍາທີ່ສ້າງຄວາມເບີກບານ ມ່ວນຊື່ນໃຫ້ມວນຊົນທີ່ເຂົ້າຮ່ວມ ງານ ເປັນຕົ້ນແມ່ນຂະບວນແຫ່ຜາ ສາດເຜິ້ງ ແລະ ຕົ້ນກາລະພຶກ ອັນ ສວຍງາມຈາກຫ້ອງວ່າການເມືອງ ເຂົ້າສູ່ວັດທາດດອກແກ້ວ, ພິເສດ ກວ່ານັ້ນ, ຍັງມີການແຂ່ງຂັນ “ຕີ [5o rtmkffvdcdh; xu 2026 9af0Bo1jk'pyj'.spj “ ” ກອງຕຸ້ມ-ກອງຫາງ” ປະກອບການ ຟ້ອນ ຊຶ່ງເປັນເຄື່ອງດົນຕີເອກະລັກ ຂອງເຜົ່າຜູ້ໄທ ເມືອງອາດສະພອນ ໂດຍມີ 6 ບ້ານເຂົ້າຮ່ວມປະຊັນສີມື ແລະ ບ້ານທີ່ຄວ້າລາງວັນທີໜຶ່ງໄດ້ ແກ່ ບ້ານນາໝາກເກືອ, ລາງວັນທີ 2: ບ້ານນາຮັງນ້ອຍ, ລາງວັນທີ 3: ບ້ານນາກຸດຈານ. ພ້ອມດຽວກັນນີ້, ຍັງໄດ້ຮັບຊົມການສະແດງສິລະ ປະ-ວັນນະຄະດີ ທີ່ສ່ອງແສງເຖິງ ວິຖີຊີວິດ ເຊັ່ນ: ລຳຜູ້ໄທ, ບົດຟ້ອນ ຫັດຖະກຳຈັກສານ, ບົດຟ້ອນເຄື່ອງ ປັ້ນດິນເຜົາ ແລະ ລຳຕັງຫວາຍ ຈາກນ້ອງນັກຮຽນ ແລະ ສະຫະ ພັນແມ່ຍິງ, ເຮັດໃຫ້ບຸນປີນີ້ມີຊີວິດ ຊີວາ ແລະ ສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງເມືອງ ແລະ ຈຸດເດັ່ນ ອີກຢ່າງໜຶ່ງຂອງງານແມ່ນ ການ ເລົ່າຂານເຖິງປະຫວັດອັນລ້ຳຄ່າ ຂອງ “ຍາທ່ານດອກ” ເກີດ ຄສ 1880, ພະເຖຣະຜູ້ມີພອນສະຫວັນ ດ້ານສິລະປະກຳຢ່າງວິຈິດພິດສະ ດານ. ທ່ານເປັນຜູ້ນຳພາສ້າງສາ ໄວ້ຫລາຍແຫ່ງ ເຊັ່ນ: ການຫລໍ່ ພະພຸດທະຮູບ, ການແກະສະຫລັກ ໄມ້ ແລະ ສ້າງຫໍແຈກ.



ພະທາດ ດອກແກ້ວແຫ່ງນີ້ ຖືກສ້າງຂຶ້ນໃນ ປີ ພສ 2495 ເພື່ອບັນຈຸອັດຖິທາດ ຂອງເພິ່ນ ຕາມເຈດຈຳນົງທີ່ເພິ່ນໄດ້ບອກໄວ້ກ່ອນລະສັງຂານ ໃຫ້ ໄວ້ທີ່ສາມແຍກ ບ້ານຜັກຂະຫຍ່າ, ບ້ານນາກຸດຈານ ແລະ ບ້ານຊາຍ ມູນ ຊຶ່ງເປັນທີ່ຕັ້ງຂອງພະທາດໃນ ປັດຈຸບັນ. ການຈັດບຸນໃນທຸກໆປີບໍ່ພຽງ ແຕ່ເປັນການຂໍພອນເພື່ອຄວາມ ເປັນສິລິມົງຄຸນເທົ່ານັ້ນ ແຕ່ຍັງ ເປັນການເຕົ້າໂຮມຄວາມສາມັກຄີ ຂອງຊຸມຊົນ ແລະ ຄົນຮຸ່ນໃໝ່ໃຫ້ ປົກປັກຮັກສາຮີດຄອງປະເພນີ ທີ່ ຫາເບິ່ງໄດ້ຍາກໃຫ້ຍືນຍົງ. ພ້ອມ ດຽວກັນນີ້, ຍັງເປັນການຊຸກຍູ້ເສດ ຖະກິດ ຜ່ານການທ່ອງທ່ຽວວັດທະ ນະທຳ ແລະ ສົ່ງເສີມຜະລິດຕະພັນ ທ້ອງຖິ່ນ, ດຶງດູດນັກທ່ອງທ່ຽວມາ ທ່ຽວເມືອງອາດສະພອນ, ມາໄຫວ້ ພະທາດດອກແກ້ວ, ມາຟັງສຽງ ກອງຕຸ້ມ-ກອງຫາງ ແລະ ສຳຜັດ ມົນສະເໜ່ເຜົ່າຜູ້ໄທໃຫ້ຫລາຍຂຶ້ນ.
KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

    • ຂົວມິດຕະພາບແຫ່ງທີ  5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ ບົດ-ສາລະຄະດີ

      ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

      3/10/2026 2:08:28 PM

      ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.

    •  ວັນແມ່ຍິງສາກົນ 8 ມີນາ 2026ບົດ-ສາລະຄະດີ

      ວັນແມ່ຍິງສາກົນ 8 ມີນາ 2026

      3/10/2026 2:02:39 PM

      ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !

    • ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວບົດ-ສາລະຄະດີ

      ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວ

      3/10/2026 1:59:38 PM

      ຂປລ. ສືບຕໍ່ນໍາເອົາບັນດາ ຄໍາ ທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ, ມີສະຫລະ ແລະ ຕົວ ສະກົດຕາຍ ມານໍາສະເໜີຕື່ມອີກ ໃນບົດນີ້ ເພື່ອທົບທວນນໍາກັນ ໃຫ້ ການຂຽນຖືກຕາມຫລັກການຂີດ ຂຽນພາສາລາວ. ຄໍາ “ຫລີກ” ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜີກ, ຫຍັບອອກ ຈາກທາງ ເຊັ່ນ ຫລີກທາງ, ຫລີກ ເວັ້ນ, ຫລີກເສື້ອມາພໍ້ແຂ້... ຄໍາ “ລີກ” ເປັນຄໍານາມ ໝາຍ ເຖິງ ໄມ້ດິ້ວນ້ອຍໆ ແລະ ຍາວ;ຖັກ

    • ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດບົດ-ສາລະຄະດີ

      ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

      3/10/2026 1:56:20 PM

      ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.

ads
ads

Top