ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025

10/03/2026 13:24
ຂປລ ຂປລ. ພິທີສະເຫລີມສະຫລອງໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ໂຮງໝໍແຂວງວຽງຈັນ ໂດຍມີທ່ານ ດຣ. ບຸນຊູ ແກ້ວມະຫາວົງ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ

ຂປລ. ພິທີສະເຫລີມສະຫລອງໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ໂຮງໝໍແຂວງວຽງຈັນ ໂດຍມີທ່ານ ດຣ. ບຸນຊູ ແກ້ວມະຫາວົງ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ວັນເພັງ ພັນທະນາໄລ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ການສະໜັບສະໜູນ ແລະ ພະນັກງານພາຍໃນໂຮງໝໍແຂວງເຂົ້າຮ່ວມ.

ທ່ານ ດຣ. ບຸນຊູ ແກ້ວມະຫາວົງ ໄດ້ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນກ່ຽວກັບສຸຂະພາບຂອງປະຊາຊົນລາວ ກໍຄື ກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ເບິ່ງແຍງຕໍ່ສຸຂະພາບ ໂດຍຖືເອົາການສົ່ງເສີມສຸຂະພາບ ແລະ ປິ່ນປົວເປັນສຳຄັນ, ນ້ຳນົມແມ່ ແມ່ນສານອາຫານທີ່ຈຳເປັນທີ່ສຸດສຳລັບເດັກອ່ອນ ແລະ ເດັກນ້ອຍ ເພື່ອສ້າງພູມຕ້ານທານຕໍ່ກັບເຊື້ອພະຍາດ ຫລຸດຜ່ອນອັດຕາການເຈັບເປັນ, ການຕາຍຂອງເດັກຫລັງເກີດ, ພ້ອມທັງສາມາດຊ່ວຍຫລຸດຜ່ອນອັດຕາການຂາດສານອາຫານຂອງເດັກນ້ອຍ. ການຈັດຕັ້ງປະຕິບັດການປະເມີນ ແລະ ຮັບຮອງໂຮງໝໍຕົວແບບການລ້ຽງລູກດ້ວຍນ້ຳນົມແມ່ ເປັນບາດກ້າວສຳຄັນໃນການສົ່ງເສີມ ແລະ ປັບປຸງຄຸນນະພາບຂອງການບໍລິການ ວຽກງານສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ ຢູ່ໃນສະຖານທີ່ບໍລິການສຸຂະພາບ ໃຫ້ມີການພັດທະນາໄປເທື່ອລະກ້າວ ຊຶ່ງພິທີປະກາດໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ຄັ້ງນີ້ ຈະເປັນໂຮງໝໍຕົວແບບທີ່ສຳຄັນ ເພື່ອຈະເປັນການຜັນຂະຫຍາຍໃຫ້ໂຮງໝໍປະເພດ ກ ຂັ້ນເມືອງ ທີ່ມີຄວາມພ້ອມເປັນໂຮງໝໍຕົວແບບເຊັ່ນດຽວກັນກັບໂຮງໝໍແຂວງ.

ທ່ານ ດຣ. ນາງ ວັນເພັງ ພັນທະນາໄລ ຫົວໜ້າພະແນກສາທາລະນະສຸກ ແຂວງວຽງຈັນ ກ່າວວ່າ: ໃນໄລຍະຜ່ານມາ ພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳ ແລະ ຊຸກຍູ້ໃຫ້ບັນດາສະຖານທີ່ບໍລິການສາທາລະນະສຸກ ຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງລູກດ້ວຍນົມແມ່ຢ່າງຕັ້ງໜ້າ ໂດຍສະເພາະ ການຜັນຂະຫຍາຍ 10 ຂັ້ນຕອນ ສູ່ການລ້ຽງລູກດ້ວຍນົມແມ່ທີ່ສຳເລັດ. ການສ້າງຄວາມເຂັ້ມແຂງໃນການເປັນໂຮງໝໍສົ່ງເສີມລ້ຽງລູກດ້ວຍນົມແມ່ ນັບແຕ່ຂັ້ນແຂວງລົງຮອດສຸກສາລາ ແລະ ການມີສ່ວນຮ່ວມຂອງພາກສ່ວນອົງການປົກຄອງທ້ອງຖິ່ນ,3 ອົງການຈັດຕັ້ງມະຫາຊົນ ໃນການເຜີຍແຜ່ໃຫ້ຊຸມຊົນຮັບຮູ້ຕໍ່ກັບຄວາມສຳຄັນຂອງການໃຫ້ນົມແມ່ແກ່ເດັກແຕ່ແລກເກີດເຖິງ 6 ເດືອນ ແລະ ສືບຕໍ່ຮອດ 2 ປີ. ນອກນັ້ນ, ກໍໄດ້ມີເປົ້າໝາຍຂະຫຍາຍໂຮງໝໍສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃນຂັ້ນໂຮງໝໍເມືອງ ໂດຍການຊຸກຍູ້ຕິດຕາມຈາກໂຮງໝໍແຂວງ ທີ່ມີປະສົບການໃນການຈັດຕັ້ງປະຕິບັດຜ່ານມາແລ້ວ ໂດຍມີແຜນຄາດຄະເນ ໃນປີ 2026 ໃຫ້ໄດ້ 1-2 ເມືອງ ທີ່ເປັນໂຮງໝໍສົ່ງເສີມການລ້ຽງລູກດ້ວຍນົມແມ່ ຂອງແຂວງວຽງຈັນ.


ທ່ານ ນາງ ຈັນຫອມ ຄອນສະຫວັນ ຄະນະອຳນວຍການໂຮງໝໍແຂວງວຽງຈັນ ໃຫ້ຮູ້ວ່າ: ປີ 2022 ໂຮງໝໍແຂວງວຽງຈັນ ຖືກຮັບຮອງເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ຄັ້ງທີ I ແລະ ປີ 2025 ຖືກຮັບຮອງເປັນ ຄັ້ງທີ II. ນັບແຕ່ປີ 2022 ຫາ ປັດຈຸບັນ, ຄະນະກຳມະການຮັບຜິດຊອບວຽກງານການສົ່ງເສີມການລ້ຽງລູກດ້ວຍນົມແມ່ ໄດ້ເຄື່ອນໄຫວປົກກະຕິ ມີການປະເມີນຕາມຕົວຊີ້ວັດ ເພື່ອພັດທະນາຮັກສາໄວ້ ໃຫ້ໄດ້ຕົວແບບ ຄັ້ງທີ 2; ປັດຈຸບັນ ຄະນະກຳມະການຮັບຜິດຊອບວຽກງານລ້ຽງລູກດ້ວຍນົມແມ່ ມີທັງໝົດ 34 ທ່ານ. ຜົນການຈັດຕັ້ງປະຕິບັດໃນ ປີ 2025 ແມ່ຍິງທີ່ມາຝາກທ້ອງທັງໝົດ 3.524 ເທື່ອຄົນ, ເກີດລູກ 1.480 ຄົນ, ກວດເດັກດີ 15.343 ຄົນ, ເດັກນອນຫ້ອງມໍລະສຸມເດັກເກີດໃໝ່ 275 ຄົນ, ຮັບນົມບໍລິຈາກ ຈຳນວນ 5 ແມ່ 50 ຖົງ, ຮັບນົມຈາກໂຮງໝໍເພື່ອນລາວ 2 ຄັ້ງ 15 ກ່ອງ. ດ້ານການບໍລິການກັບຄົນເຈັບ ມີຜູ້ມານໍາໃຊ້ບໍລິການໃຫ້ຄໍາປຶກສາ 47 ຄົນ, ໄດ້ໃຫ້ຄໍາປຶກສາກັບທີ່ ແລະ ຊ່ວຍແມ່ດ້ວຍວິທີ່ຕ່າງໆ ທີ່ຈໍາເປັນ 503 ຄົນ, ໄດ້ຊ່ວຍແມ່ໃນການເອົາລູກເຂົ້າເຕົ້າ ແລະ ທ່າອຸ້ມຕ່າງໆ 93 ຄົນ, ຊ່ວຍກະຕຸ້ນ, ນວດ, ບີບນໍ້ານົມຊ່ວຍແມ່ ພ້ອມແນະນໍາວິທີເກັບຮັກສານ້ຳນົມແມ່ 185 ຄົນ, ສອນ ແລະ ຊ່ວຍແມ່ວິທີປ້ອນນົມດ້ວຍບ່ວງ, ຈອກ ແລະ ສະແລ້ງ 275 ຄົນ. ສຳລັບແຜນການໃນຕໍ່ໜ້າສືບຕໍ່ນະໂຍບາຍ 162 ສາຍໃຍຮັກຈາກແມ່ ຫາ ລູກ; ປະຕິບັດນະໂຍບາຍສົ່ງເສີມການລ້ຽງລູກດ້ວຍນົມແມ່ ແລະ ວຽກໂພຊະນາການ ໃຫ້ມີຄວາມເຂັ້ມແຂງ ແລະ ຕໍ່ເນື່ອງຂຶ້ນ, ສືບຕໍ່ປະຕິບັດຕົວຊີ້ວັດໃໝ່ຂອງໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້, ສ້າງຄວາມເຂັ້ມແຂງໃຫ້ທີມງານໃນໂຮງໝໍ ແລະ ຂະຫຍາຍວຽກງານລ້ຽງລູກດ້ວຍນົມແມ່ລົງສູ່ເມືອງ, ສຸກສາລາ ແລະ ຊຸມຊົນ, ສ້າງໂຮງໝໍເຄືອຂ່າຍໄດ້ 3 ໂຮງໝໍ ແລະ ຈະສືບຕໍ່ສ້າງຈົນໃຫ້ໄດ້ທຸກເມືອງທົ່ວແຂວງວຽງຈັນ. ໃນໂອກາດນີ້, ຍັງໄດ້ມີການມອບປ້າຍໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ໃຫ້ໂຮງໝໍແຂວງວຽງຈັນ ໂດຍການມອບຂອງ ທ່ານ ດຣ. ບຸນຊູ ແກ້ວມະຫາວົງ ແລະ ຮັບໂດຍ ທ່ານ ດຣ. ວົງເທວີ ຈັນຄຳມະວົງ ອຳນວຍການໂຮງໝໍແຂວງວຽງຈັນ.

KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

    • ຂົວມິດຕະພາບແຫ່ງທີ  5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ ບົດ-ສາລະຄະດີ

      ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

      3/10/2026 2:08:28 PM

      ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.

    •  ວັນແມ່ຍິງສາກົນ 8 ມີນາ 2026ບົດ-ສາລະຄະດີ

      ວັນແມ່ຍິງສາກົນ 8 ມີນາ 2026

      3/10/2026 2:02:39 PM

      ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !

    • ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວບົດ-ສາລະຄະດີ

      ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວ

      3/10/2026 1:59:38 PM

      ຂປລ. ສືບຕໍ່ນໍາເອົາບັນດາ ຄໍາ ທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ, ມີສະຫລະ ແລະ ຕົວ ສະກົດຕາຍ ມານໍາສະເໜີຕື່ມອີກ ໃນບົດນີ້ ເພື່ອທົບທວນນໍາກັນ ໃຫ້ ການຂຽນຖືກຕາມຫລັກການຂີດ ຂຽນພາສາລາວ. ຄໍາ “ຫລີກ” ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜີກ, ຫຍັບອອກ ຈາກທາງ ເຊັ່ນ ຫລີກທາງ, ຫລີກ ເວັ້ນ, ຫລີກເສື້ອມາພໍ້ແຂ້... ຄໍາ “ລີກ” ເປັນຄໍານາມ ໝາຍ ເຖິງ ໄມ້ດິ້ວນ້ອຍໆ ແລະ ຍາວ;ຖັກ

    • ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດບົດ-ສາລະຄະດີ

      ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

      3/10/2026 1:56:20 PM

      ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.

ads
ads

Top