ປາ ພາຮັ່ງມີ

10/03/2026 13:15
ຂປລ ຂປລ. ການລ້ຽງປາ ແມ່ນ ອາຊີບໜຶ່ງທີ່ບໍ່ງ່າຍ ແລະ ກໍບໍ່ຍາກ, ເມື່ອເຮົາມີຄວາມມັກຮັກເອົາໃຈໃສ່ ຢ່າງຈິງຈັງ ແລະ ລ້ຽງໃຫ້ຫລາຍ ກໍຈະນຳເອົາລາຍຮັບເຂົ້າຄອບຄົວ ເປັນກອບເປັນກຳ. ແນວໃດກໍດີ, ມື້ ນີ້ “ຄໍລຳ ພັດທະນາອາຊີບ ໜັງສືພິມ ປະເທດລາວ” ຂໍພາທ່ານຜູ້ອ່ານໄປ ຮູ້ກັບຄອບຄົວໜຶ່ງຢູ່ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ



ຂປລ. ການລ້ຽງປາ ແມ່ນ ອາຊີບໜຶ່ງທີ່ບໍ່ງ່າຍ ແລະ ກໍບໍ່ຍາກ, ເມື່ອເຮົາມີຄວາມມັກຮັກເອົາໃຈໃສ່ ຢ່າງຈິງຈັງ ແລະ ລ້ຽງໃຫ້ຫລາຍ ກໍຈະນຳເອົາລາຍຮັບເຂົ້າຄອບຄົວ ເປັນກອບເປັນກຳ. ແນວໃດກໍດີ, ມື້ ນີ້ “ຄໍລຳ ພັດທະນາອາຊີບ ໜັງສືພິມ ປະເທດລາວ” ຂໍພາທ່ານຜູ້ອ່ານໄປ ຮູ້ກັບຄອບຄົວໜຶ່ງຢູ່ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍຖືເອົາການລ້ຽງປາດຸກລັດເຊຍ ສະໜອງແກ່ຕະຫລາດພາຍໃນ ແຂວງບໍລິຄຳໄຊ, ຄຳມ່ວນ, ຊຽງ ຂວາງ ແລະ ແຂວງສະຫວັນນະເຂດ ຊຶ່ງເດືອນໜຶ່ງສາມາດສະໜອງປາ ໄດ້ 15-20 ໂຕນ. ເມື່ອບໍ່ດົນມານີ້, ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມ ສື່ມວນຊົນ ຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ນຳພາຄະນະນັກ ຂ່າວຈາກສຳນັກຂ່າວສານປະເທດ ລາວ, ວິທະຍຸກະຈາຍສຽງແຫ່ງ ຊາດ ແລະ ໂທລະພາບແຫ່ງຊາດ ເຄື່ອນໄຫວລົງຈັດກິດຈະກຳເຜີຍແຜ່ ຜົນສຳເລັດການສະເຫລີມສະ ຫລອງ 3 ວັນປະຫວັດສາດຂອງ ຊາດລາວເຮົາຢູ່ວິທະຍາໄລເຕັກ ນິກ-ວິຊາຊີບແຂວງບໍລິຄຳໄຊ ໂດຍ ຄະນະພວກເຮົາກໍໄດ້ຮັບການຮ່ວມມື ເປັນຢ່າງດີຈາກຄະນະໂຄສະນາ ອົບຮົມແຂວງບໍລິຄຳໄຊ ໃນການນຳ ທາງໄປຈັດການກິດຈະກຳດັ່ງກ່າວ ແລະ ນຳທາງໄປຫາຄອບຄົວຕົວ ແບບໃນການລ້ຽງປາດຸກລັດເຊຍ ຂອງທ້າວ ກິຕ່າ ສົມວົງສັກ ເຈົ້າ ຂອງຟ້າໃສຟາມຢູ່ບ້ານປາກປຶງ ເມືອງປາກຊັນ. ພາຍຫລັງທີມງານນັກຂ່າວພວກ ເຮົາໄດ້ຊອກຖາມຄວາມເປັນມາ ຂອງການລ້ຽງປາດຸກລັດເຊຍ. ທ້າວ ກິຕ່າ ສົມວົງສັກ ໄດ້ເລົ່າສູ່ຟັງວ່າ: ພາຍຫລັງຮຽນຈົບວິຊາຊີບກໍໄດ້ໄປ ສະໝັກເຮັດວຽກອາສາຢູ່ອາກອນ, ແຕ່ຍ້ອນຄວາມມັກຮັກໃນອາຊີບ ລ້ຽງປາ ຈຶ່ງໄດ້ມາທົດລອງລ້ຽງປາ ໂດຍໄດ້ເລີ່ມມາແຕ່ປີ 2016 ເປັນ ຕົ້ນມາ ຊຶ່ງໃນເບື້ອງຕົ້ນລ້ຽງພຽງ 3 ໜອງ ໂດຍຜ່ານການລ້ຽງມາ ໂດຍ: ຢ່າຕົ່ງ ໄລຍະໜຶ່ງເຫັນວ່າສາມາດສ້າງ ລາຍຮັບເຂົ້າຄອບຄົວໄດ້ເປັນກອບ ເປັນກຳສາມາດເຮັດໃຫ້ຄອບຄົວ ມີລາຍໄດ້ໝັ້ນຄົງຈຶ່ງບໍ່ລໍຊ້າ ໂດຍ ນຳເອົາຜົນກຳໄລຈາກການຂາຍ ປາໃນໄລຍະຜ່ານມາຈົກໜອງເພີ່ມ ອີກເປັນ 9 ໜອງໃນປີ 2020.

ໃນນັ້ນ, ການລ້ຽງປາແຕ່ລະຊຸດແມ່ນ ໄດ້ຊື້ລູກປາມາລ້ຽງໃນຈຳນວນ 3 ແສນກວ່າໂຕ, ໃຊ້ເວລາໃນການ ລ້ຽງ 4 ເດືອນ ແມ່ນສາມາດເອົາ ອອກຂາຍ ໂດຍຕະຫລາດຫລັກໃນ ການຈຳໜ່າຍແມ່ນພາຍໃນແຂວງ ບໍລິຄຳໄຊ, ຊຽງຂວາງ, ຄຳມ່ວນ ແລະ ຕະຫລາດແຂວງສະຫວັນນະ ເຂດ ໂດຍສະເລ່ຍແຕ່ລະເດືອນເອົາ ປາຂາຍອອກໄດ້ 15-20 ໂຕນ. ໃນນັ້ນ, ສ້າງລາຍຮັບເຂົ້າຄອບຄົວ 30-40 ລ້ານກີບຕໍ່ເດືອນ. ກິຕ່າ ສົມວົງສັກ ເລົ່າຕື່ມວ່າ: ການລ້ຽງປາດຸກ ແມ່ນເປັນປະເພດ ປາທີ່ລ້ຽງງ່າຍ. ອັນສຳຄັນແມ່ນ ການຖ່າຍເທນ້ຳໄດ້ສະດວກມັນຈະ ໃຫຍ່ໄວ. ນອກຈາກນີ້, ການເກືອ ອາຫານໃຫ້ປາແມ່ນເກືອມື້ 1 ສອງ ເທື່ອຄື: ເຊົ້າ-ແລງ. ສ່ວນອັດຕາ ການໃຫ້ອາຫານແມ່ນຢູ່ທີ່ 5% ຂອງນ້ຳໜັກປາ ໂດຍຕ້ອງຊັ່ງເບິ່ງ ທຸກໆອາທິດແລ້ວຄູນໃຫ້ 5% ເພີ່ມ ຕາມຄະໜາດຂອງປາແຕ່ລະເດືອນ. ນອກຈາກນີ້, ພະແນກກະສິກຳ ແລະ ສິ່ງແວດລ້ອມກໍຄືຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກຊັນ ກໍໄດ້ເອົາໃຈໃສ່ລົງໃກ້ຊິດຕິດແທດ ໃຫ້ການແນະນຳທາງດ້ານວິຊາ ການເປັນປະຈຳ. ແນວໃດກໍຕາມ, ຖ້າທຽບຄວາມ ຕ້ອງການຂອງຕະຫລາດແມ່ນຍັງ ບໍ່ສາມາດຕອບສະໜອງພຽງພໍ ຊຶ່ງ ໃນຕໍ່ໜ້າຈະໄດ້ມີການຂະຫຍາຍ ໜອງຕື່ມອີກໃຫ້ໄດ້ 15-20 ໜອງ ເພື່ອສາມາດຕອບສະໜອງປາໃຫ້ ໄດ້ 20-30 ໂຕນຕໍ່ເດືອນ. ການ ຂະຫຍາຍໜອງຕື່ມ ແມ່ນມີແຜນ ລ້ຽງໃຫ້ຫລາຍ ແລະ ສົ່ງໄປຈຳ ໜ່າຍເອງ ໂດຍບໍ່ຜ່ານພໍ່ຄ້າແມ່ຄ້າ ຄົນກາງທັງນີ້ກໍເພື່ອໃຫ້ປະຊາຊົນ ໄດ້ບໍລິໂພກປາທີ່ມີລາຄາຖືກ. ທ້າວ ກິຕ່າ ສົມວົງສັກ ກ່າວ. ນອກຈາກການລ້ຽງປາແລ້ວ, ຄອບຄົວຂອງທ້າວ ກິຕ່າ ຍັງໄດ້ປູກ ຢາງພາລາ 6-7 ພັນຕົ້ນໄປພ້ອມໆ ກັບການປູກເຂົ້ານາປີ ແລະ ນາແຊງ ຕື່ມອີກ. ຂະນະທີ່ທ່ານ ນາງ ບຸນຮຽງ ໝັ່ນລຽມ ຮອງຫົວໜ້າຂະແໜງ ປູກຝັງພະແນກກະສິກຳ ແລະ ສິ່ງ ແວດລ້ອມກໍໄດ້ກ່າວວ່າ: ປະຊາຊົນ ຢູ່ພາຍໃນແຂວງບໍລິຄຳໄຊ ແມ່ນມີ ມູນເຊື້ອດຸໝັ່ນຂະຫຍັນພຽນຕໍ່ການ ປູກຝັງ-ລ້ຽງສັດ ອັນເຮັດໃຫ້ການ ປູກ-ການລ້ຽງ ມີການຂະຫຍາຍ ຕົວ ແລະ ເປັນຂະບວນຟົດຟື້ນ ໂດຍ ສະເພາະແມ່ນການປູກເຂົ້ານາປີ- ນາແຊງ, ມັນຕົ້ນ, ຢາງພາລາ, ພືດ ຜັກ ແລະ ການລ້ຽງນ້ອຍ-ໃຫຍ່ ແບບເປັນຟາມ ເພື່ອຮັບປະກັນດ້ານ ສະບຽງອາຫານພາຍໃນ ແລະ ເປັນສິນຄ້າສົ່ງອອກ. ດ້ວຍຄວາມ ດຸໝັ່ນຂອງປະຊາຊົນພາຍໃນ ແຂວງນັ້ນ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ກໍໄດ້ເອົາໃຈ ໃສ່ຊຸກຍູ້ສົ່ງເສີມທາງດ້ານເຕັກນິກ ວິຊາການລົງຊ່ວຍປະຊາຊົນ, ໃກ້ ຊິດຕິດແທດ-ນຳພາປະຕິບັດຕົວ ຈິງ ຊຶ່ງສະແດງອອກໃນການລ້ຽງ ແບບປະຖົມປະຖານກໍກ້າວສູ່ການ ລ້ຽງແບບເປັນຟາມ. ໜຶ່ງໃນນີ້ ກໍ ແມ່ນຟາມລ້ຽງປາດຸກພັນລັດເຊຍ ຂອງ “ຟ້າໃສຟາມ” ຢູ່ບ້ານປາກ ປຶງ ເມືອງປາກຊັນ ຊຶ່ງໃນປີ 2016 ລ້ຽງພຽງແຕ່ 3 ໜອງ, ແຕ່ຍ້ອນ ມີຕະຫລາດຮອງຮັບບວກໃສ່ການ ສົ່ງເສີມຢ່າງໃກ້ຊິດຕິດແທດເຮັດໃຫ້ ການລ້ຽງປາໄດ້ມີການຂະຫຍາຍ ຕົວຮອດ 9 ໜອງໃນປັດຈຸບັນ, ລ້ຽງ ປາແຕ່ຊຸດ ຫລື ໝວດ 3 ແສນໂຕ ແລະ ສາມາດຕອບສະໜອງປາສູ່ ຕະຫລາດໄດ້ 15-20 ໂຕນຕໍ່ເດືອນ ທັງແມ່ນຄອບຄົວໜຶ່ງທີ່ລ້ຽງຫລາຍ ກວ່າໝູ່ຂອງກຸ່ມລ້ຽງປາດຸກຢູ່ບ້ານ ປາກປຶງ ທີ່ໄດ້ສ້າງລາຍຮັບເຂົ້າ ຄອບຄົວ 30-40 ລ້ານກີບຕໍ່ເດືອນ. ລາຍຮັບດັ່ງກ່າວ ໄດ້ເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວນີ້ ມີການ ພັດທະນາດີຂຶ້ນເທື່ອລະກ້າວ.

ໂດຍ: ຢ່າຕົ່ງ



KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

    • ຂົວມິດຕະພາບແຫ່ງທີ  5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ ບົດ-ສາລະຄະດີ

      ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

      3/10/2026 2:08:28 PM

      ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.

    •  ວັນແມ່ຍິງສາກົນ 8 ມີນາ 2026ບົດ-ສາລະຄະດີ

      ວັນແມ່ຍິງສາກົນ 8 ມີນາ 2026

      3/10/2026 2:02:39 PM

      ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !

    • ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວບົດ-ສາລະຄະດີ

      ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວ

      3/10/2026 1:59:38 PM

      ຂປລ. ສືບຕໍ່ນໍາເອົາບັນດາ ຄໍາ ທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ, ມີສະຫລະ ແລະ ຕົວ ສະກົດຕາຍ ມານໍາສະເໜີຕື່ມອີກ ໃນບົດນີ້ ເພື່ອທົບທວນນໍາກັນ ໃຫ້ ການຂຽນຖືກຕາມຫລັກການຂີດ ຂຽນພາສາລາວ. ຄໍາ “ຫລີກ” ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜີກ, ຫຍັບອອກ ຈາກທາງ ເຊັ່ນ ຫລີກທາງ, ຫລີກ ເວັ້ນ, ຫລີກເສື້ອມາພໍ້ແຂ້... ຄໍາ “ລີກ” ເປັນຄໍານາມ ໝາຍ ເຖິງ ໄມ້ດິ້ວນ້ອຍໆ ແລະ ຍາວ;ຖັກ

    • ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດບົດ-ສາລະຄະດີ

      ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

      3/10/2026 1:56:20 PM

      ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.

ads
ads

Top