ຝຶກອົບຮົມການນຳໃຊ້ຖານຂໍ້ມູນ ການບໍລິຫານການເງິນພາກລັດ

10/03/2026 12:33
ຂປລ ຊຸດຝຶກອົບຮົມວຽກງານ ການນໍາໃຊ້ລະບົບຖານຂໍ້ມູນ ການບໍລິຫານການເງິນພາກລັດ (ໂປຣແກຣມບັນຊີ) ໃຫ້ແກ່ຜູ້ຮັບຜິດຊອບວຽກ ງານການເງິນຂອງບັນດາກົມ, ທຽບເທົ່າກົມພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 2-4 ມີນາ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ.

      ຂປລ.  ໂດຍການເປັນປະທານ ຂອງ ທ່ານ ບຸນເພັງ ຈັນທະດາລາ ຫົວໜ້າ ຫ້ອງການຄະນະໂຄສະນາອົບຮົມ ສູນກາງພັກ, ມີຫົວໜ້າພະແນກ, ຮອງພະແນກ ຜູ້ຮັບຜິດຊອບວຽກ ງານການເງິນ ຂອງບັນດາກົມ, ທຽບເທົ່າກົມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. 

      ທ່ານ ສົດ ວົງພະຈັນ ຫົວໜ້າພະແນການເງິນ ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ໄດ້ຜ່ານບົດສະຫລຸບກ່ຽວກັບຜົນການຝຶກອົບຮົມການນໍາໃຊ້ລະບົບຖານຂໍ້ມູນການບໍລິຫານການເງິນພາກລັດໃນຄັ້ງນີ້. ຜ່ານການຝຶກອົບຮົມເຮັດໃຫ້ສໍາມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບົບການບໍລິຫານການເງິນພາກລັດ, ກໍາແໜ້ນຂັ້ນຕອນການປ້ອນຂໍ້ມູນ, ການນຳໃຊ້ເຄື່ອງມື ແລະ ແບບຟອມຕ່າງໆໃນລະບົບໃຫ້ຖືກຕ້ອງຕາມເຕັກນິກວິຊາສະເພາະຂອງການເຄື່ອນໄຫວບັນຊີ, ຮູ້ຈັກວິທີການຕິດຕາມ, ກວດກາຄວາມ ຖືກຕ້ອງຂອງການເຄື່ອນໄຫວ ແລະ ການສະຫລຸບລາຍງານລາຍຮັບ- ລາຍຈ່າຍງົບປະມານ ໃຫ້ມີຄວາມ ຊັດເຈນ, ສາມາດສ້າງເອກະສານ ລາຍງານ ການເງິນ ແລະ ສະຫລຸບ ຕົວເລກຜົນການຈັດຕັ້ງປະຕິບັດ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ທັນຕາມກຳນົດເວລາ. ພ້ອມນັ້ນ, ສໍາມະນາກອນຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາທີ່ມີຄວາມສົນໃຈ ດ້ວຍຄວາມຮັບຜິດຊອບສູງ ແລະ ເຕັມໄປດ້ວຍເນື້ອໃນຄົບຖ້ວນ.

     ໃນໂອກາດນີ້, ທ່ານ ບຸນເພັງ ຈັນທະດາລາກໍໄດ້ມີຄໍາເຫັນວ່າ: ການຫັນເປັນທັນສະໄໝ ດ້ວຍການນໍາໃຊ້ລະບົບຖານຂໍ້ມູນການບໍລິຫານການເງິນພາກລັດ (ໂປຣແກຣມບັນຊີ) ແມ່ນມີຄວາມສໍາຄັນ ແລະ ຈຳເປັນຮີບດ່ວນໃນເງື່ອນໄຂປັດຈຸບັນເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານລັດ ກ້າວໄປສູ່ລະບົບທີ່ທັນສະໄໝໃນການລວມສູນຂໍ້ມູນພາກລັດ ເພື່ອຍົກລະດັບປະສິດທິພາບໃນການບໍລິຫານ ແລະ ການຄຸ້ມຄອງງົບປະມານລັດໃຫ້ມີຄວາມສະດວກ, ວ່ອງໄວ, ພ້ອມທັງເນັ້ນໃຫ້ສໍາມະນາກອນຜູ້ຮັບຜິດຊອບວຽກງານບັນຊີ-ການ ເງິນຂອງບັນດາກົມ, ທຽບເທົ່າກົມພາຍໃນ ຄອສພ ຈົ່ງພ້ອມກັນນຳເອົາບົດຮຽນທິດສະດີ ແລະ ພຶດຕິກໍາຕົວຈິງ ທ່ີໄດ້ຝຶກອົບຮົມໃນຄ້ັງນີ້ໄປຈັດຕັ້ງຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ. 

ຂ່າວ-ພາບ: ພະແນກການເງິນຫ້ອງການ ຄອສພ

KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

    • ຂົວມິດຕະພາບແຫ່ງທີ  5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ ບົດ-ສາລະຄະດີ

      ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

      3/10/2026 2:08:28 PM

      ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.

    •  ວັນແມ່ຍິງສາກົນ 8 ມີນາ 2026ບົດ-ສາລະຄະດີ

      ວັນແມ່ຍິງສາກົນ 8 ມີນາ 2026

      3/10/2026 2:02:39 PM

      ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !

    • ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວບົດ-ສາລະຄະດີ

      ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວ

      3/10/2026 1:59:38 PM

      ຂປລ. ສືບຕໍ່ນໍາເອົາບັນດາ ຄໍາ ທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ, ມີສະຫລະ ແລະ ຕົວ ສະກົດຕາຍ ມານໍາສະເໜີຕື່ມອີກ ໃນບົດນີ້ ເພື່ອທົບທວນນໍາກັນ ໃຫ້ ການຂຽນຖືກຕາມຫລັກການຂີດ ຂຽນພາສາລາວ. ຄໍາ “ຫລີກ” ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜີກ, ຫຍັບອອກ ຈາກທາງ ເຊັ່ນ ຫລີກທາງ, ຫລີກ ເວັ້ນ, ຫລີກເສື້ອມາພໍ້ແຂ້... ຄໍາ “ລີກ” ເປັນຄໍານາມ ໝາຍ ເຖິງ ໄມ້ດິ້ວນ້ອຍໆ ແລະ ຍາວ;ຖັກ

    • ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດບົດ-ສາລະຄະດີ

      ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

      3/10/2026 1:56:20 PM

      ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.

ads
ads

Top