ສປປ ລາວ ສະຫລອງວັນແມ່ຍິງສາກົນ ຄົບຮອບ 116 ປີ

10/03/2026 12:27
ຂປລ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດງານສະເຫລີມສະຫລອງວັນ ແມ່ຍິງສາກົນ ຄົບຮອບ 116 ປີ ພາຍໃຕ້ຄຳຂວັນ “ສິດທິ, ຄວາມຍຸຕິທຳ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃນວັນທີ 6 ມີນາ 2026.

     ຂປລ.  ໂດຍການເປັນປະທານ ຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະບໍລິຫານງານສະຫະພັນແມ່ຍິງລາວ, ສະມາຊິກສະຫະພັນແມ່ຍິງລາວ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ຫວນຄືນປະຫວັດວັນແມ່ຍິງສາກົນ ໂດຍສະເພາະການຕໍ່ສູ້ຂອງກຳມະກອນແມ່ຍິງທີ່ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຕໍ່ສະພາບດັ່ງກ່າວ, ກຳມະກອນແມ່ຍິງ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ໂຮມຊຸມນຸມປະທ້ວງ. ວັນທີ 8 ມີນາ ຈຶ່ງເປັນຂີດໝາຍແຫ່ງໄຊຊະນະພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາຈົນມາເຖິງປັດຈຸບັນ, ສະເພາະ ສປປ ລາວ ພັກ ແລະ ລັດຖະບານລາວ ໄດ້ກຳນົດແນວທາງນະໂຍບາຍຕໍ່ການພັດທະນາ, ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຫລາຍສະບັບ; ໄດ້ສ້າງຕັ້ງບັນດາກົນໄກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊັ່ນ: ສະຫະພັນແມ່ຍິງລາວ, ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ  ແລະ  ແມ່-ເດັກ ແລະ ຄະນະສະມາຊິກສະພາແຫ່ງຊາດເພດຍິງ. 

     ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030)   ໄດ້ກຳນົດໃນເປົ້າໝາຍວຽກຈຸດສຸມ ເຊັ່ນ: ສູ້ຊົນເຮັດໃຫ້ຄ່າດັດສະນີຄວາມບໍ່ສະເໝີພາບຍິງ-ຊາຍ ຫລຸດລົງຈາກ 0,467 ໃນ ປີ 2024 ເປັນ 0,436 ໃນປີ 2030, ດັດສະນີການພັດທະນາຄວາມສະເໝີພາບຍິງ-ຊາຍໃຫ້ເພີ່ມຂຶ້ນຈາກ 0,919 ໃນປີ 2024 ມາເປັນ 0,927 ໃນປີ 2030; ຊຸກຍູ້ສ້າງເງື່ອນໄຂໃຫ້ແມ່ຍິງເປັນ ສສຊ- ສສຂ ກວມ 30% ຂຶ້ນໄປ, ເປັນການນໍາຂັ້ນສູນກາງກວມ 30% ຂຶ້ນໄປ, ເປັນການນໍາຂັ້ນແຂວງກວມ 20% ຂຶ້ນໄປ, ເປັນການນໍາຂັ້ນຕາແສງ, ບ້ານກວມ 10%.  ເຫັນວ່າເປັນຄາດໝາຍສູ້ຊົນທີ່ສູງຫລາຍສໍາລັບເອື້ອຍນ້ອງແມ່ຍິງພວກເຮົາທີ່ຈະຕ້ອງພ້ອມກັນສູ້ຊົນບຸກບືນໃຫ້ບັນລຸຕົວເລກຄາດໝາຍທີ່ວາງໄວ້ ເພື່ອບັນລຸເປົ້າໝາຍດັ່ງກ່າວ ກໍບໍ່ອາດປາສະຈາກໄດ້ການໃຫ້ຄວາມຊ່ວຍເຫລືອ, ຊຸກຍູ້ຈາກທຸກພາກສ່ວນໃນສັງຄົມທັງພາກລັດ, ອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາ, ການສົ່ງເສີມແມ່ຍິງໃຫ້ມີບົດບາດໃນການນໍາພາ ແມ່ນສໍາຄັນຫລາຍຕໍ່ການຊຸກຍູ້ຂະບວນການພັດທະນາໃນປະເທດ ກໍຄືທົ່ວໂລກ. ດັ່ງນັ້ນ, ບັນຫາຂອງແມ່ຍິງຈຶ່ງຖືກກໍານົດໃນເປົ້າໝາຍສະຫັດສະວັດດ້ານການພັດທະນາ ຫລື SDG ໃນເປົ້າໝາຍທີ 5 ບັນລຸຄວາມສະເໝີພາບລະຫວ່າງຍິງ- ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມຍິງ.

    ປີ 2025 ຜ່ານມາ, ສະຫະພັນແມ່ຍິງລາວໄດ້ເຄື່ອນໄຫວຕາມແຜນງານ, ໂຄງການຂອງຕົນຕິດພັນກັບຂະບວນການລວມຂອງພັກ, ຂອງລັດ, ຂອງຊາດ ແລະ ສາກົນ, ໄດ້ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນຢ່າງຕັ້ງໜ້າຮ່ວມກັບແມ່ຍິງໃນຂອບສອງຝ່າຍ, ຂົງເຂດອາຊຽນ ແລະ ພົວພັນອົງການຈັດຕັ້ງສາກົນ ໃນການແລກປ່ຽນບົດຮຽນ ໂດຍສະເພາະວຽກງານທ່ີຕິດພັນກັບການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ, ການສົ່ງເສີມບົດບາດຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງມີຜົນສໍາເລັດເປັນຕົ້ນ.

ຂ່າວ: ກິດຕາ;  ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

    • ຂົວມິດຕະພາບແຫ່ງທີ  5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ ບົດ-ສາລະຄະດີ

      ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

      3/10/2026 2:08:28 PM

      ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.

    •  ວັນແມ່ຍິງສາກົນ 8 ມີນາ 2026ບົດ-ສາລະຄະດີ

      ວັນແມ່ຍິງສາກົນ 8 ມີນາ 2026

      3/10/2026 2:02:39 PM

      ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !

    • ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວບົດ-ສາລະຄະດີ

      ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວ

      3/10/2026 1:59:38 PM

      ຂປລ. ສືບຕໍ່ນໍາເອົາບັນດາ ຄໍາ ທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ, ມີສະຫລະ ແລະ ຕົວ ສະກົດຕາຍ ມານໍາສະເໜີຕື່ມອີກ ໃນບົດນີ້ ເພື່ອທົບທວນນໍາກັນ ໃຫ້ ການຂຽນຖືກຕາມຫລັກການຂີດ ຂຽນພາສາລາວ. ຄໍາ “ຫລີກ” ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜີກ, ຫຍັບອອກ ຈາກທາງ ເຊັ່ນ ຫລີກທາງ, ຫລີກ ເວັ້ນ, ຫລີກເສື້ອມາພໍ້ແຂ້... ຄໍາ “ລີກ” ເປັນຄໍານາມ ໝາຍ ເຖິງ ໄມ້ດິ້ວນ້ອຍໆ ແລະ ຍາວ;ຖັກ

    • ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດບົດ-ສາລະຄະດີ

      ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

      3/10/2026 1:56:20 PM

      ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.

ads
ads

Top