ຂປລ
ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ ໄດ້ຢືນຢັນຄວາມມຸ່ງໝັ້ນຮ່ວມມືກັນ ເພື່ອຮັກສາຊ່ອງແຄບ ມາລາກາ ແລະ ສິງກະໂປ (SOMS) ໃຫ້ເປັນ ເສັ້ນທາງເດີນກຳປັ່ນ ລະຫວ່າງ ປະເທດ ທີ່ມີ ຄວາມເສລີ, ເປີດກວ້າງ ແລະ ປອດໄພ.
ຂປລ.ສຳນັກຂ່າວຊິນຮວາ ລາຍງານວ່າ: ໃນວັນທີ 25 ສິງຫາວ່າ: ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ ໄດ້ຢືນຢັນຄວາມມຸ່ງໝັ້ນຮ່ວມມືກັນ ເພື່ອຮັກສາຊ່ອງແຄບ ມາລາ ກາ ແລະ ສິງກະໂປ (SOMS) ໃຫ້ເປັນ ເສັ້ນທາງເດີນກຳປັ່ນ ລະຫວ່າງ ປະເທດ ທີ່ມີ ຄວາມເສລີ, ເປີດກວ້າງ ແລະ ປອດໄພ.
ກອງປະຊຸມການຮ່ວມມື ຄັ້ງທີ 17 ຊຶ່ງຈັດຂຶ້ນ ຢູ່ປະເທດ ສິງກະໂປ, ທັງສາມປະເທດ ໄດ້ຢືນຢັນໃນຖະແຫລງການຮ່ວມ ກ່ຽວກັບ ສະຖານະຂອງ SOMS ໃນຖານະເປັນ ຊ່ອງແຄບ ທີ່ໃຊ້ ສຳລັບ ການເດີນກຳປັ່ນ ລະຫວ່າງ ປະເທດ ພາຍໃຕ້ ສິດການຜ່ານແດນ (transit passage) ຕາມທີ່ໄດ້ລະບຸໄວ້ ໃນອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍ ກົດ ໝາຍທະເລ ຄ.ສ. 1982 ເຊິ່ງໄດ້ ສະແດງໃຫ້ເຫັນ ໃນກົດໝາຍ ຈາລີດປະເພນີ ລະຫວ່າງ ປະເທດ.
ກົມການຂົນສົ່ງ ທາງທະເລ ຂອງ ອິນໂດເນເຊຍ, ກົມການເດີນກຳປັ່ນ ຂອງ ມາເລເຊຍ ແລະ ສຳນັກງານບໍລິຫານການເດີນກຳປັ່ນ ແລະ ທ່າກຳປັ່ນສິງກະໂປ ໄດ້ລະບຸ ຮ່ວມກັນວ່າ: “ທຸກຝ່າຍໄດ້ເນັ້ນໜັກ ເຖິງ ຄວາມສຳຄັນ ຂອງ ການເຄົາລົບສິດ ແລະ ເສລີພາບໃນການ ເດີນກຳປັ່ນ ທັງໃນຫລັກການ ແລະ ການປະຕິບັດ.
ນອກຈາກນັ້ນ, ທັງສາມປະເທດ ຍັງໄດ້ຢືນຢັນເຖິງ ບົດບາດ ອັນສຳຄັນ ຂອງ ລັດ ຜູ້ໃຊ້ຊ່ອງແຄບ, ອົງການຈັດຕັ້ງ ລະຫວ່າງ ປະເທດ, ອຸດສາຫະກຳ ການແລ່ນກຳປັ່ນ ແລະ ຜູ້ມີສ່ວນກ່ຽວຂ້ອງອື່ນໆ ໃນການຮ່ວມມືກັນຮັບຜິດຊອບ ແລະ ສະໜັບສະໜູນ ຄວາມປອດໄພ ໃນການເດີນກຳປັ່ນ ພ້ອມທັງ ການປົກປ້ອງ ສິ່ງແວດລ້ອມ ໃນພື້ນທີ່ SOMS ອີກດ້ວຍ./.
KPL