ຍີ່ປຸ່ນ ເລີ່ມຈຳໜ່າຍ ຢາຄຸມ ສຸກເສີນ ໂດຍບໍ່ຕ້ອງໃຊ້ໃບສັ່ງຈາກແພດ

04/02/2026 17:41
ຂປລ ຮ້ານຂາຍຢາ ປະມານ 7.000 ແຫ່ງທົ່ວປະເທດ ຍີ່ປຸ່ນ ເລີ່ມຈຳໜ່າຍ ຢາຄຸມ ສຸກເສີນ ແບບບໍ່ຕ້ອງ ມີໃບສັ່ງ ຈາກແພດ, ນັບແຕ່ ວັນທີ 2 ກຸມພາ 2026 ນີ້, ໂດຍບໍ່ມີ ຂໍ້ຈຳກັດ ດ້ານອາຍຸ ຫລື ຕ້ອງໄດ້ຮັບ ຄວາມຍິນຍອມ ຈາກ ຜູ້ປົກຄອງ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸານວ່າ:​ ຮ້ານຂາຍຢາ ປະມານ 7.000 ແຫ່ງທົ່ວປະເທດ ຍີ່ປຸ່ນ ເລີ່ມຈຳໜ່າຍ ຢາຄຸມ ສຸກເສີນ ແບບບໍ່ຕ້ອງ ມີໃບສັ່ງ ຈາກແພດ, ນັບແຕ່ ວັນທີ 2 ກຸມພາ 2026 ນີ້, ໂດຍບໍ່ມີ ຂໍ້ຈຳກັດ ດ້ານອາຍຸ ຫລື ຕ້ອງໄດ້ຮັບ ຄວາມຍິນຍອມ ຈາກ ຜູ້ປົກຄອງ. ຢາຄຸມ ສຸກເສີນ ນໍຣເລໂວ (NorLevo) ມີຜົນດີທີ່ສຸດ ພາຍໃນ 72 ຊົ່ວໂມງ, ພາຍຫລັງ ມີເພດສຳພັນ ໂດຍບໍ່ປ້ອງກັນ, ​ຊຶ່ງຜູ້ຊື້ຕ້ອງໄດ້ ຮັບປະທານ ຢູ່ສະຖານທີ່ ຊື້ຢາເລີຍ. ກ່ອນໜ້ານີ້ ການຊື້ຢາ ຊະນິດ ດັ່ງກ່າວ ຈຳເປັນຕ້ອງມີໃບສັ່ງແພດ.

ນອກຈາກນັ້ນ, ກະຊວງສາທາລະນະສຸກ ຍີ່ປຸ່ນ ເປີດເຜີຍ ລາຍຊື່ ຮ້ານຂາຍຢາ ທີ່ໄດ້ຮັບ ອະນຸຍາດ ໃຫ້ຈຳໜ່າຍ ຢາຄຸມ ສຸກເສີນ ຜ່ານເວັບໄຊ ແລະ ລາຍລະອຽດອື່ນໆ ເຊັ່ນ: ຈຳນວນ ພະນັກງານ ຮ້ານຂາຍຢາ, ເພດ ແລະ ຄວາມພ້ອມ ໃນການໃຫ້ຄຳປຶກສາ ນອກເວລາເຮັດວຽກ./

KPL

ຂ່າວອື່ນໆ

ads
ads

Top