ອິນເດຍ-ເອີຣົບ ບັນລຸຂໍ້ຕົກລົງ ການຄ້າເສລີ ຄັ້ງປະຫວັດສາດ

28/01/2026 13:42
ຂປລ ອິນເດຍ ແລະ ສະຫະພາບ ເອີຣົບ (EU) ໄດ້ບັນລຸ ຂໍ້ຕົກລົງ ການຄ້າເສລີ ຄັ້ງປະຫວັດສາດ ທີ່ມີ ການເຈລະຈາ ມາຍາວນານ ຕັ້ງແຕ່ ປີ 2007, ໂດຍຂໍ້ຕົກລົງ ດັ່ງກ່າວ ໄດ້ຖືກຂະໜານນາມວ່າ ເປັນມານດາ ແຫ່ງຂໍ້ຕົກລົງ ທັງປວງ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 27 ມັງກອນ 2026, ອິນເດຍ ແລະ ສະຫະພາບ ເອີຣົບ (EU) ໄດ້ບັນລຸ ຂໍ້ຕົກລົງ ການຄ້າເສລີ ຄັ້ງປະຫວັດສາດ ທີ່ມີ ການເຈລະຈາ ມາຍາວນານ ຕັ້ງແຕ່ ປີ 2007, ໂດຍຂໍ້ຕົກລົງ ດັ່ງກ່າວ ໄດ້ຖືກຂະໜານນາມວ່າ ເປັນມານດາ ແຫ່ງຂໍ້ຕົກລົງ ທັງປວງ. ເນື່ອງຈາກ ຄວບຄຸມ ອັດຕາ ສ່ວນປະມານ 25% ຂອງ ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (ຈີດີພີ) ຂອງໂລກ ແລະ ກວມເອົາ 1 ໃນ 3 ຂອງ ການຄ້າ ລະຫວ່າງ ປະເທດ ທັງໝົດ.

ໂດຍ ທ່ານ ນະເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ກ່າວ ໃນພິທີ ເປີດງານ India Energy Week 2026  ວ່າ: ຂໍ້ຕົກລົງ ການຄ້າ ເສລີ ລະຫວ່າງ ອິນເດຍ-ອີຢູ ຈະເປີດ ໂອກາດ ທາງເສດຖະກິດ ຄັ້ງໃຫຍ່ ໃຫ້ກັບປະຊາຊົນ ທັງສອງຝ່າຍ , ພ້ອມທັງ ລະບຸວ່າ ຂໍ້ຕົກລົງ ດັ່ງກ່າວ ຈະຊ່ວຍ ກະຕຸ້ນ ພາກການຜະລິດ ຂອງ ອິນເດຍ ຢ່າງມີໄນສຳຄັນ ແລະ ສົ່ງຜົນໃຫ້ ພາກບໍລິການ ຂະຫຍາຍຕົວ ອີກດ້ວຍ.

ນອກນີ້ ຂໍ້ຕົກລົງ ດັ່ງກ່າວ ຍັງຊ່ວຍ ເສີມສ້າງ ຄວາມເຊື່ອໝັ້ນ ໃຫ້ກັບ ນັກທຸລະກິດ ແລະ ພາກທຸລະກິດ ໃນການເຂົ້າມາ ລົງທຶນ ໃນອິນເດຍ ຫລາຍຂຶ້ນ, ຂະນະດຽວກັນ ຂໍ້ຕົກລົງນີ້ ຍັງສອດຄ່ອງ ແລະ ຊ່ວຍເສີມ ຄວາມເຂັ້ມແຂງ ໃຫ້ແກ່ ຂໍ້ຕົກລົງ ທາງການຄ້າ ທີ່ ອິນເດຍ ມີຢູ່ແລ້ວ ກັບ ອັງກິດ ແລະ ສະມາຄົມ ການຄ້າ ເສລີ ເອີຣົບ (EFTA)./

 

KPL

ຂ່າວອື່ນໆ

ads
ads

Top