ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 28.01.2026 ປີທີ 25 ສະບັບທີ 6.364ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j xt-k-q og,n v'\nj o c]t g,n v'g2n v' wfh Ia [g7nj v'-j ;pgs]n v 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh xtdq fzq ogxa o9y 'K lv'xtmkoxtgmf]k;{s;Pfok, rq [xtlv'/j kp Ia fc|h odkoIj ;,,n F ອ່ານຕໍ່ໜ້າ 2່ າໍ່ ໜ້າ ]a f4t[kopuj x5j o lt|a [lt|6 o pq d]tfa [75 ootrk[dkolb dlk c0;'[+ cdh ; 5 s]a ddkorN o4ko dkog]n vd8A ' ll- c]t ll0 lt4kom6 fvy ogfp lts]v' ;a o-kf 7q [Iv[ 77 xu lkoltcf'7;k,-q ,g-u p lh k'v5 xtdvo-j ;pgs]n v76 lq j 'glu ,dkolb dlkIPoIj ;, F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຫວຽດນາມ ຄັ້ງນີ້ ແມ່ນເຫດການ ທາງດ້ານການເມືອງ ທີ່ມີຄວາມ ໝາຍສໍາຄັນທາງປະຫວັດສາດ, ມີຂຶ້ນທ່າມກາງບັນຍາກາດອັນສະ ຫງ່າລາສີ ພາຍຫລັງທີ່ສອງພັກ ພວກເຮົາ ຫາກໍສໍາເລັດກອງປະຊຸມ ໃຫຍ່ຂອງຕົນຢ່າງສະຫງ່າງາມ. ໃນໂອກາດນີ້, ສະຫາຍ ປະທານ ປະເທດ ເລືອງ ເກືອງ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບ ຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງ ຕໍາແໜ່ງເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝ ທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະ ເທດທໍາອິດ ຂປລ. ໃນວັນທີ 26 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນ ທາງໄປຢ້ຽມຢາມລັດຖະກິດຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026 ຊຶ່ງ ການມາຢ້ຽມຢາມລັດຖະກິດ ສສ c9h 'zq oleg]a fdv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d xx ]k; 8+ dkooera ddv,,6 oy fs;Pfok, ສະຫາຍ ທອງລຸນ ສີສຸລິດ (ຂວາ) ຂປລ. ກອງປະຊຸມແຈ້ງຜົນສໍາ ເລັດ ຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຈັດຂຶ້ນໃນ ວັນທີ 26 ມັງກອນ 2026 ຢູ່ສູນ ປະຊຸມສາກົນ, ນະຄອນຫລວງ ຮ່າໂນ້ຍ ໂດຍການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນ ສູງຂອງທັງສອງຝ່າຍ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າຄະນະ ນໍາຂອງສູນກາງພັກປະຊາຊົນປະ ຕິວັດລາວ ແຈ້ງບັນຫາທີ່ເປັນພື້ນ ຖານ ກ່ຽວກັບຜົນສໍາເລັດຂອງການ ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ໃຫ້ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ບັນດາສະຫາຍການນໍາ ຂອງພັກ ກອມມູນິດ ຫວຽດນາມ ໄດ້ຮັບ ຊາບຢ່າງເປັນທາງການ ໂດຍໄດ້ ຂປລ. ລັດຖະບານຍີ່ປຸ່ນໄດ້ໃຫ້ ການຊ່ວຍເຫລືອເປັນມູນຄ່າປະ ມານ 70.526 ໂດລາສະຫະລັດ ໃນການສະໜັບສະໜູນ “ໂຄງການ ກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ໃນວັນທີ 26 ມັງກອນ 2026 ເພື່ອຍົກລະດັບ ຄຸນນະພາບການຮຽນ-ການສອນ ຂປລ. ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນການເສີມຂະຫຍາຍ ສິດປະຊາທິປະໄຕ ຂອງພົນລະ ເມືອງລາວຜູ້ມີສິດເລືອກຕັ້ງເຂົ້າ ໃນການເລືອກເອົາບຸກຄົນທີ່ມີມາດ ຖານ ແລະ ເງື່ອນໄຂຄົບຖ້ວນກວ່າ ໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອຳ ນາດ ຂອງປະຊາຊົນລາວບັນດາ ເຜົ່າຢູ່ໃນອົງການອໍານາດລັດຂັ້ນ ສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ອີງ ໃສ່ 5 ຫລັກການພື້ນຖານທີ່ສຳຄັນ. 5 ຫລັກການພື້ນຖານດັ່ງກ່າວ, ປະກອບມີ: ຫລັກການທົ່ວໄປ ມີ ຄວາມໝາຍວ່າ: ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ແຕ່ອາຍຸ 18 ປີ ຂຶ້ນ ໄປ ລ້ວນແຕ່ມີສິດປ່ອນບັດເລືອກ ຕັ້ງ ແລະ ຜູ້ມີອາຍຸ 21 ປີຂຶ້ນໄປ ລ້ວນແຕ່ມີສິດສະໝັກຮັບເລືອກຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ; ຂປລ. ວັນທີ 26 ມັງກອນ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ນາງ ແຊມ ມອສຕິນ ຜູ້ສໍາເລັດຣາຊະການ ແຫ່ງ ເຄືອຈັກກະພົບອົດສະ ຕຣາລີ ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ອົດສະຕຣາລີ ຄົບຮອບ 238 ປີ. ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄໍາຊົມເຊີຍອັນ ອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ອົດສະຕຣາລີ ເພື່ອນມິດ ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ອົດສະຕຣາລີ ຄົບຮອບ 238 ປີ. ຂ້າພະເຈົ້າ ມີຄວາມເພິ່ງພໍໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວແລະ ອົດສະຕຣາລີມີສາຍພົວພັນມິດຕະພາບ ອັນຍາວນານ ແລະ ການຮ່ວມມືທີ່ມີປະສິດທິຜົນຕະຫລອດໄລຍະ 74 ປີ ທີ່ ຜ່ານມາ ຊຶ່ງໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງ ໃນຫລາຍຂົງເຂດສຳຄັນ ໂດຍສະເພາະພາຍໃຕ້ການຈັດຕັ້ງປະຕິບັດ ການ ເປັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດພວກເຮົາ. ຂ້າພະເຈົ້າ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລໍ້າຄ່າຂອງອົດ ສະຕຣາລີແກ່ສປປລາວທັງໃນຂອບສອງຝ່າຍແລະຫລາຍຝ່າຍແລະຫວັງ ຢ່າງຍິ່ງວ່າຈະໄດ້ສືບຕໍ່ຮ່ວມເຮັດວຽກ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ສະຖານທູດອິນເດຍ ປະ ຈຳລາວ ໄດ້ຈັດງານລ້ຽງສະເຫລີມ ສະຫລອງ ສາທາລະນະລັດອິນເດຍ ຄົບຮອບ 77 ປີ ໃນວັນທີ 26 ມັງ ກອນ 2026 ຢູ່ນະຄອນຫລວງວຽງ ຈັນ ໂດຍການເປັນປະທານຂອງ ທ່ານ ໂຢເກສວາ ສັງວານ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດ ເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈຳລາວ, ມີ ທ່ານ ສັນຕິສຸກ ສິມ ມາລາວົງ ລັດຖະມົນຕີກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຟອງສະໝຸດ ອັນລາວັນ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ມີຮອງລັດຖະມົນຕີ ກະຊວງ ຂອງຄູ-ນັກຮຽນຂອງໂຮງຮຽນດັ່ງ ກ່າວ ພາຍໃຕ້ໂຄງການເສີມສ້າງ ຄວາມໝັ້ນຄົງຂອງມະນຸດຂັ້ນຮາກ ຖານ (GGP). ໂຄງການຈະໃຫ້ການສະໜັບ ສະໜູນທຶນຮອນເພື່ອກໍ່ສ້າງອາຄານ ຮຽນແລະຫ້ອງນໍ້າໃໝ່ພ້ອມທັງສະ lkoxt-k-q ol6 'l5 f lts]v';a o8h ko dkol= h ]kf[a 's];'lkdq o 7q [Iv[ 22 xu ຂປລ. ເມື່ອບໍ່ດົນມານີ້, ສາມອົງ ການຈັດຕັ້ງມະຫາຊົນ(ກໍາມະບານ, ຊາວໜຸ່ມ ແລະ ສະຫະພັນແມ່ຍິງ) ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ (ຫສນຍ) ນຳໂດຍ ທ່ານ ຄົມສັນ ໄຊຍະສານ ຄະນະພັກ ຫສນຍ, ຫົວໜ້າກົມຈັດຕັ້ງ, ພ້ອມ ດ້ວຍ ທ່ານ ສົມຄວນ ມາສຸວັນ ຄະ ນະພັກ ຫສນຍ, ຫົວໜ້າກົມປະຊາ ສຳພັນ, ເລຂາຄະນະບໍລິຫານງານ ຊາວໜຸ່ມ ຫສນຍ, ທ່ານ ວິຣະພົງສ໌ ພົມດວງສີ ຫົວໜ້າກົມ, ປະທານ ສະຫະພັນກຳມະບານ ຫສນຍ ແລະ ຄະນະໄດ້ນຳເອົາເຄື່ອງອຸປະໂພກບໍລິໂພກ ໄປຊ່ວຍເຫລືອປະຊາຊົນ ຂປລ. ໜ່ວຍພັກກົມກວດກາ ສານປະຊາຊົນສູງສຸດ ຈັດພິທີສະ ເຫລີມສະຫລອງ ວັນຕ້ານການສໍ້ ລາດບັງຫລວງສາກົນ ຄົບຮອບ 22 ປີ ແລະ ກອງປະຊຸມໂຄສະນາ ເຜີຍແຜ່ຕິດຕາມ, ຊຸກຍູ້ວຽກງານ ສະກັດກັ້ນ, ກວດກາ, ສືບສວນສອບສວນການສໍ້ລາດບັງຫລວງ, ການຟອກເງິນທີ່ຕິດພັນກັບການ ສໍ້ລາດບັງຫລວງ ແລະ ການແຈ້ງ ຊັບສິນຂອງສານປະຊາຊົນ ຂຶ້ນ ໃນວັນທີ 26 ມັງກອນ 2026 ທີ່ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພົມມະຫາ ປັນຍານຸເດດ ຄະ ນະປະຈຳພັກ ປະທານຄະນະກວດ ກາພັກ ເລຂາໜ່ວຍພັກກົມກວດກາ ສານປະຊາຊົນສູງສຸດ. ທ່ານ ພອນສະຫວັນ ພວງພິ ດົກ ຮອງເລຂາໜ່ວຍພັກ ໄດ້ຜ່ານ ບົດລາຍງານວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃນໄລຍະ 1 ປີຜ່ານມາ ຊຶ່ງຄະນະ ນໍາສານປະຊາຊົນ ໄດ້ເອົາໃຈໃສ່ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ
@ 0j k; c]t gsfdko j 28/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສອງປະທານປະເທດ... ສານສະແດງ... ຂອງການເຄື່ອນໄຫວວຽກງານ ການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ເປັນເຫດ ການທາງດ້ານການເມືອງ ທີ່ມີ ຄວາມໝາຍສໍາຄັນທາງປະຫວັດ ສາດ, ຊຶ່ງປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍການ ພົວພັນຮ່ວມມືສອງຝ່າຍ ໃຫ້ເຂົ້າສູ່ ລວງເລິກ. ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບ ໂດຍຫຍໍ້ກ່ຽວກັບສະພາບການພາຍ ໃນ ຂອງ ສປປ ລາວ ກໍຄື ຜົນສໍາ ເລັດຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ທີ່ໄດ້ອັດລົງ ຢ່າງຈົບງາມ ໃນຕົ້ນເດືອນມັງກອນ 2026 ຜ່ານມາ, ພ້ອມທັງໄດ້ຖືໂອ ກາດນີ້ສະແດງຄວາມຂອບໃຈແລະ ຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດແລະປະຊາຊົນຫວຽດນາມອ້າຍ ນ້ອງທີ່ຍາມໃດກໍໃຫ້ການສະໜັບ ສະໜູນແລະຊ່ວຍເຫລືອສປປລາວ ຢ່າງສະເໝີຕົ້ນສະເໝີປາຍ, ແຕ່ ໄລຍະແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອ ກ່ອນ ກໍຄື ໃນພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງທີ່ເຫັນວ່າເຖິງສະ ພາບການພາກພື້ນ ແລະ ສາກົນ ຈະສືບຕໍ່ຜັນແປໄປຢ່າງສະຫລັບ ສັບຊ້ອນ ແລະ ຄາດຄະເນໄດ້ຍາກ ກໍຕາມ, ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງປະເທດ ລາວ-ຫວຽດ ນາມ ແມ່ນສືບຕໍ່ໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ພັດທະນາເຂົ້າສູ່ລວງ ເລິກຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ວຽກງານອັນພົ້ນເດັ່ນແມ່ນການ ພົວພັນຮ່ວມມືທາງດ້ານການເມືອງ ທີ່ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນ ໃນລະດັບສູງສຸດ; ວຽກງານການ ຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນ ເສົາຫລັກທີ່ໝັ້ນຄົງໃນການພົວພັນ ສອງຝ່າຍ; ມູນຄ່າການຄ້າສອງປະ ເທດ ມີການເຕີບໂຕໃນຕົວເລກທີ່ ໜ້າເພິ່ງພໍໃຈ ແລະ ບັນດາໂຄງການ ຮ່ວມມືຍຸດທະສາດ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງມີປະສິດທິຜົນ. ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນ ຄູນສ້າງ “ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບ ການຂະຫຍາຍຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍໄດ້ ເຫັນດີຈະສືບຕໍ່ຮັກສາມູນເຊື້ອການ ແລກປ່ຽນຢ້ຽມຢາມ ແລະ ການ ພົບປະເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ, ສອງ ລັດ ກໍຄື ບັນດາກະຊວງ-ຂະແໜງ ການ ນັບແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ; ສືບຕໍ່ຮັດແໜ້ນ ແລະ ປະສານສົມທົບກັນຢ່າງໃກ້ ຊິດ ໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ; ສືບຕໍ່ ເສີມຂະຫຍາຍການຮ່ວມມືດ້ານ ການຄ້າ, ການລົງທຶນ, ການເຊື່ອມ ໂຍງເສດຖະກິດ, ດ້ານວັດທະນະ ທໍາ-ສັງຄົມ ແລະ ການສຶກສາ ໃຫ້ ມີບາດກ້າວໃໝ່ ແລະ ມີຄຸນນະພາບ ກວ່າເກົ່າ. ຂປລ. ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ແລະ ກິລາ (ສສກ) ສຳເລັດການຖ່າຍຮູບປະກອບຊຸດ ອຸປະກອນຊ່ວຍເຫລືອຄູ ຫົວຂໍ້ໃໝ່ ຍົກໃຫ້ເຫັນເຖິງຄວາມໝາຍຄວາມ ສໍາຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ ຊຶ່ງດໍາເນີນພາຍໃຕ້ຄໍາຂວັນ “ຍົກ ສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ ບູລະນະລະບອບປະຊາທິປະໄຕປະ ຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງ ຄົມນິຍົມ”, ກອງປະຊຸມໄດ້ທົບທວນ ຄືນຜົນຂອງການຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກໍານົດແນວທາງ, ນະໂຍບາຍ, ແຜນປະຕິບັດງານ ຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ, ຍຸດທະສາດພັດທະນາ 10 ປີ, ກໍານົດວິໄສທັດຮອດປີ 2055 ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງການປ່ຽນແປງໃໝ່ຂອງ ພັກ ສູ່ລວງເລິກຕໍ່ໆໄປ, ສ້າງ ແລະ ຍົກລະດັບບັນດາປັດໄຈການບູລະ ນະລະບອບປະຊາທິປະໄຕປະຊາ ຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ໃນໄລ ຍະ 5 ປີຜ່ານມາ, ເຖິງວ່າສະພາບ ແວດລ້ອມຂອງໂລກ ໄດ້ມີການຜັນ ແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫລັບສັບ ຊ້ອນບວກກັບການຜະເຊີນໜ້າ ກັບສະພາບຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ລວມທັງ ການກະທົບຢ່າງແຮງຈາກການ ແຜ່ລະບາດຂອງພະຍາດໂຄວິດ19, ແຕ່ພັກປະຊາຊົນປະຕິວັດ ລາວ ກໍໄດ້ເດັດດ່ຽວແກ້ໄຂທຸກໆ ຄວາມທ້າທາຍ ສາມາດເຮັດໃຫ້ທິດ ທາງ, ຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດທີ່ເປັນ ພື້ນຖານ. ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຜົນສໍາ ເລັດທີ່ພົ້ນເດັ່ນຂອງກອງປະຊຸມ ໃຫຍ່ ຄັ້ງທີ XII ຊຶ່ງໄດ້ມີການຮັບ ຮອງເອົາເອກະສານສໍາຄັນຂອງ ພັກ, ຂອງຊາດ ແລະ ເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດັ່ງນີ້: ກອງປະຊຸມໄດ້ ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ 3 ຊຶ່ງເປັນເອ ກະສານສໍາຄັນທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາເຜົ່າສືບ ຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການ ເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍ ປະຊາຊົນ ເພື່ອປະຊາຊົນນັ້ນ ໃຫ້ ໜັກແໜ້ນ ເຂັ້ມແຂງຍິ່ງໆຂຶ້ນ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງ ໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະ ນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບ ທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກ ພັກດີ. ຕະຫລອດໄລຍະ 70 ປີ ແຫ່ງ ການນໍາພາຂອງພັກ ໃນພາລະກິດ ຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. ນອກນັ້ນ, ໂຄງ ການການເມືອງສະບັບທີ3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ຂອງການ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ; ຮັບຮອງເອົາ 10 ທິດທາງວຽກ ງານຈຸດສຸມແຕ່ລະຂົງເຂດ; ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (20262030); ກົດລະບຽບຂອງພັກ ສະ ບັບປັບປຸງ; ໄດ້ເລືອກຕັ້ງເອົາຄະນະ ບໍລິຫານງານສູນກາງພັກ ຊຸດໃໝ່ (ສະໄໝທີ XII) ຊຶ່ງປະກອບມີ ກໍາ ມະການສົມບູນສູນກາງພັກ ຈໍາ ນວນ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງສູນກາງ ພັກ ຈໍານວນ 15 ສະຫາຍ ຍິງ 1 ສະຫາຍ; ໄດ້ເລືອກຕັ້ງເອົາກໍາມະ ການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ ແລະ ຄະນະ ເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ. ສະຫາຍ ໂຕ ເລິມ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ໄດ້ຕາງ ໜ້າໃຫ້ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ປະກອບ ຄໍາເຫັນຕໍ່ຜົນສໍາເລັດຂອງກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ໂດຍໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາຜົນສໍາເລັດທີ່ພັກປະ ຊາຊົນປະຕິວັດລາວ ຍາດມາໄດ້ ໃນຕະຫລອດໄລຍະ 5 ປີ ຜ່ານມາ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພ້ອມທັງໄດ້ຕີລາຄາ ສູງຕໍ່ຜົນສໍາເລັດຂອງກອງປະຊຸມ ຢ່າງໃກ້ຊິດກັບທ່ານ ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືທີ່ໃກ້ຊິດດັ່ງກ່າວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ທ່ານ ຈົ່ງມີພະ ລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນມີກຽດສູງ ສົ່ງຂອງທ່ານ ແລະ ປະຊາຊົນອົດສະຕຣາລີ ເພື່ອນມິດຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຕີລາຄາສູງຕໍ່ການເດີນທາງ ຢ້ຽມຢາມລັດຖະກິດ ສສ ຫວຽດ ນາມ ເປັນຄັ້ງທໍາອິດ ພາຍຫລັງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສໍາເລັດ ພ້ອມທັງໄດ້ສະແດງຄວາມ ຂອບໃຈຕໍ່ການແຈ້ງຜົນສໍາເລັດ ຂອງກອງປະຊຸມ ໃນຄັ້ງນີ້. ໜອງສິ່ງອຳນວຍຄວາມສະດວກ ທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມ ບ້ານປາງທອງເມືອງຜາອຸດົມແຂວງ ບໍ່ແກ້ວ ເພື່ອຍົກລະດັບໂອກາດໃນ ການເຂົ້າເຖິງການສຶກສາຊັ້ນປະ ຖົມ ຂອງເດັກນ້ອຍໃນທ້ອງຖິ່ນ ຊຶ່ງ ຕາງໜ້າລົງນາມໂດຍທ່ານ ໂຄອິຊຶ ມິ ຊຶໂຕະມຸ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງ ການທີ່ກ່ຽວຂ້ອງຈາກທ້ອງຖິ່ນ. ທ່ານ ໂຄອິຊຶມິ ຊຶໂຕະມຸ ໄດ້ ກ່າວວ່າ: ລັດຖະບານຍີ່ປຸ່ນ ໄດ້ໃຫ້ ການສະໜັບສະໜູນວຽກງານການ ສຶກສາ ຊຶ່ງເປັນໜຶ່ງໃນຂົງເຂດທີ່ ພວກເຮົາໄດ້ໃຫ້ຄວາມສຳຄັນຫລາຍ ທີ່ສຸດ ເນື່ອງຈາກການສຶກສາເປັນ ກຸນແຈສຳຄັນ ໃນການພັດທະນາ ຊັບພະຍາກອນມະນຸດ ທີ່ຈະກາຍ ເປັນອະນາຄົດຂອງຊາດ ແລະ ຫວັງ ວ່າ ຄວາມສຳເລັດຂອງໂຄງການນີ້ ຈະນຳໄປສູ່ການປັບປຸງສະພາບ ແວດລ້ອມ ການສຶກສາຮ່ຳຮຽນ ຂອງຜູ້ທີ່ຈະເປັນຜູ້ສ້າງອະນາຄົດ ໃຫ້ແກ່ແຂວງບໍ່ແກ້ວ ແລະ ປະເທດ ລາວ ກໍຄືເດັກນ້ອຍໃນບ້ານປາງ ທອງ ແລະ ໝູ່ບ້ານອ້ອມຂ້າງໃຫ້ດີ ຂຶ້ນຢ່າງກ້າວກະໂດດ. ໂຄງການ ເສີມສ້າງຄວາມໝັ້ນຄົງຂອງມະນຸດ ຂັ້ນຮາກຖານ (GGP) ແມ່ນການ ສະໜອງທຶນທີ່ຈຳເປັນ ໃຫ້ແກ່ ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນ ປະໂຫຍດໂດຍກົງແກ່ປະຊາຊົນຜູ້ ອາໄສ ແລະ ມີຈຸດປະສົງເພື່ອການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດລາວ ໂດຍອີງຕາມຄວາມ ຕ້ອງການພື້ນຖານຂອງມະນຸດ ເປັນຫລັກ. ໃນໄລຍະຜ່ານມາ ລັດຖະບານ ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແກ່ແຂວງບໍ່ແກ້ວ ລວມເປັນມູນຄ່າ ຫລາຍກວ່າ 1.140.000 ໂດລາ ສະຫະລັດ ເປັນຕົ້ນ ດ້ານການສຶກ ສາແລະພື້ນຖານໂຄງລ່າງ. ປະເທດ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ປະເທດລາວ ໃນການປັບປຸງພື້ນ ຖານຊີວິດການເປັນຢູ່ຂັ້ນຮາກຖານ ຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກ ຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂ ຄວາມແຕກໂຕນດ້ານການພັດທະ ນາເສດຖະກິດ-ສັງຄົມ ໃນພາກພື້ນ. ຂໍ້ມູນ: ສະຖານທູດຍີ່ປຸ່ນ ປະຈຳລາວ ຫລັກການສະເໝີພາບ ມີຄວາມ ໝາຍວ່າ: ພົນລະເມືອງລາວຜູ້ມີສິດ ເລືອກຕັ້ງ ມີສິດເທົ່າທຽມກັນ ໃນ ການເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງ ໂດຍບໍ່ຈໍາແນກເພດ, ເຜົ່າ, ຖານະທາງດ້ານສັງຄົມ, ລະດັບ ການສຶກສາ ແລະ ຄວາມເຊື່ອຖື; ຫລັກການໂດຍກົງ ມີຄວາມໝາຍ ວ່າ: ພົນລະເມືອງລາວຜູ້ມີສິດເລືອກ ຕັ້ງ ເປັນຜູ້ດໍາເນີນການປ່ອນບັດ ດ້ວຍຕົນເອງ ເພື່ອເລືອກເອົາຜູ້ສະ ໝັກຮັບເລືອກຕັ້ງທີ່ຕົນເຫັນວ່າ ມີມາດຕະຖານ ແລະ ເງື່ອນໄຂຄົບ ຖ້ວນເປັນສະມາຊິກສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ຍົກເວັ້ນກໍລະນີ ທີ່ກຳນົດໄວ້ ສະເພາະຢູ່ໃນກົດໝາຍ; ຫລັກການ ລົງຄະແນນສຽງປິດລັບ ມີຄວາມ ໝາຍວ່າ: ພົນລະເມືອງລາວ ຜູ້ມີສິດ ເລືອກຕັ້ງແຕ່ລະຄົນ ເປັນຜູ້ຕັດສິນ ໃຈຂີດບັດດ້ວຍຕົນເອງແລະນໍາເອົາ ບັດທີ່ຂີດນັ້ນໄປປ່ອນໃສ່ຫີບບັດ ໂດຍບໍ່ໃຫ້ຄົນອື່ນຮູ້ ແລະ ເຫັນນໍາ, ຍົກເວັ້ນກໍລະນີສະເພາະທີ່ໄດ້ກຳນົດ ໄວ້ໃນກົດໝາຍ ແລະ ຫລັກການຍຸ ຕິທໍາມີຄວາມໝາຍວ່າ: ການປ່ອນ ບັດເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງ ເປັນສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຕ້ອງມີຄວາມ ໂປ່ງໃສ, ບໍ່ມີການລັກໂລບ, ປອມ ແປງຄະແນນສຽງ, ບໍ່ໂຄສະນາໃສ່ ຮ້າຍປ້າຍສີ ເຊິ່ງກັນ ແລະ ກັນ. ຢ່າງໃດກໍຕາມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດ ທີ V ມີຄວາມສໍາຄັນທີ່ສຸດ, ເນື່ອງ ຈາກວ່າ ແມ່ນການເສີມຂະຫຍາຍ ແລະ ປະຕິບັດສິດ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າ ໃນການປັບປຸງ, ບູລະນະລະບົບອົງ ການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງ. ຂ່າວ: ທະນູທອງ “ການຊ່ວຍເຫລືອນັກຮຽນພິການ ໃນຫ້ອງຮຽນ” ໂດຍໄດ້ຮັບການສະ ໜັບສະໜູນຈາກ ລັດຖະບານອົດ ສະຕຣາລີ ຜ່ານແຜນງານການປັບ ປຸງຄຸນນະພາບ ແລະ ຂະຫຍາຍໂອ ກາດເຂົ້າຮຽນ ສຳລັບການສຶກສາ ຂັ້ນພື້ນຖານໃນ ສປປ ລາວ ຫລື ແຜນງານບີຄວາ ໂດຍມີຜູ້ຕາງໜ້າ ຈາກກົມສ້າງຄູ, ສູນສົ່ງເສີມການ ສຶກສາຮຽນຮ່ວມ, ພະແນກສຶກສາ ທິການ ແລະ ກິລາແຂວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ້ວອຸດົມ ເຂົ້າຮ່ວມ. ທ່ານ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ແຫລ່ງຂໍ້ມູນຮຽນຮູ້ໃໝ່ສຳລັບຄູ ແມ່ນສ່ວນໜຶ່ງຂອງຫລາຍຫົວຂໍ້ ໃນຊຸດອຸປະກອນຊ່ວຍເຫລືອຄູ ທີ່ ພັດທະນາຂຶ້ນເພື່ອຕອບສະໜອງ ຕໍ່ ຄວາມຮຽກຮ້ອງຕ້ອງການຂອງຄູ ແລະ ທີມງານຜູ້ເຮັດວຽກສຶກສານິ ເທດ ກ່ຽວກັບສິ່ງທ້າທາຍທີ່ຍາກ ທີ່ສຸດທີ່ເຂົາເຈົ້າໄດ້ຜະເຊີນເວລາ ສອນຢູ່ໃນຫ້ອງຮຽນ. ຊຸດອຸປະກອນ ຊ່ວຍເຫລືອຄູ ມີໂມດູນເຄື່ອງມືສຳ ຫລວດພຶດຕິກຳຂອງເດັກສຳລັບຄູ ຊຶ່ງເປັນແບບສອບຖາມທີ່ງ່າຍດາຍ ທີ່ຊ່ວຍໃຫ້ຄູສາມາດລະບຸນັກຮຽນ ທີ່ມີຄວາມຫຍຸ້ງຍາກໃນການຮຽນ, ການສື່ສານ, ການຈື່ຈຳ, ການເຄື່ອນ ໄຫວ, ການເບິ່ງເຫັນ ຫລື ການໄດ້ ຍິນ ໂດຍການໃຊ້ເຄື່ອງມືນີ້, ຄູສາ ມາດເຂົ້າໃຈຄວາມຕ້ອງການ ການ ຮຽນຮູ້ຂອງນັກຮຽນໄດ້ດີຂຶ້ນ ແລະ ເລືອກວິທີການປະຕິບັດໃນຫ້ອງ ຮຽນທີ່ເໝາະສົມ. ເຄື່ອງມືນີ້ ຍັງ ສາມາດໃຊ້ເພື່ອພັດທະນາແຜນ ການຮຽນລາຍບຸກຄົນ ໂດຍນຳເອົາ ຄູ, ພໍ່ແມ່ ແລະ ນັກຮຽນມາຮ່ວມກັນ ເພື່ອວາງແຜນການສະໜັບສະໜູນ ທີ່ເໝາະສົມ ແລະ ແນະນຳ ນັກຮຽນ ຂອງເຂົາເຈົ້າໃຫ້ຮູ້ຈັກກັບບັນດາ ສູນທີ່ໃຫ້ຄວາມຊ່ວຍເຫລືອ. ຊຸດອຸປະກອນຊ່ວຍເຫລືອຄູດັ່ງ ກ່າວ, ພາຍຫລັງໄດ້ຮັບການອະນຸ ມັດຈາກກົມສ້າງຄູ ກະຊວງສຶກສາ ທິການ ແລະ ກິລາ ຈະຖືກທົດລອງ ໃນ 30 ເມືອງເປົ້າໝາຍ ເພື່ອທົດ ສອບການນຳໃຊ້, ກຳນົດສິ່ງທີ່ເຮັດ ໄດ້ດີ ແລະ ສິ່ງທີ່ຈຳເປັນຕ້ອງການ ປັບປຸງກ່ອນນຳໃຊ້ທົ່ວປະເທດ. ແຈ້ງຜົນສຳເລັດ...້ົັ ລັດຖະບານຍີ່ປຸ່ນ...ັີຸ່່ 5 ຫລັກການ...ັ ສ້າງອຸປະກອນ....ຸ້ ອຸດສາຫະກຳ ແລະ ການຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ. ໂອກາດນີ້, ທ່ານ ໂຢເກສວາ ສັງ ວານ ໄດ້ຍົກໃຫ້ເຫັນສະພາບລວມ ຂອງຄວາມສຳພັນທະວິພາຄີ ແລະ ເນັ້ນເຖິງຜົນສຳເລັດຂອງອິນເດຍ ໃນຕະຫລອດໄລຍະ 77 ປີຜ່ານມາ, ພ້ອມທັງໄດ້ກ່າວເຖິງຄຸນຄ່າຮ່ວມ ກັນ ຊຶ່ງເປັນພື້ນຖານສຳຄັນຂອງ ຄວາມສຳພັນລະຫວ່າງ ສ ອິນເດຍສປປ ລາວ. ສ ອິນເດຍ ແລະ ສປປ ລາວ ກຳລັງສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສາຍສຳ ພັນທາງການທູດໃນປີນີ້, ໄດ້ກຳ ນົດກິດຈະກຳສະເຫລີມສະຫລອງ ຕ່າງໆຕະຫລອດທັງປີ ເພື່ອສະແດງ ເຖິງຄວາມສຳພັນອັນໃກ້ຊິດ ແລະ ມໍລະດົກທາງວັດທະນະທຳຮ່ວມ ກັນຂອງສອງປະເທດ. ໃນງານລ້ຽງຄັ້ງນີ້, ນັກສະແດງ ຈາກໂຮງຮຽນສິລະປະການສະ ແດງແຫ່ງຊາດ ໄດ້ສະແດງສີລະປະ ຕອນໜຶ່ງ ຈາກມະຫາກາບ ຣາມາ ຍະນະ ຫລື ຣາມະກຽນ ຊຶ່ງເປັນ ສ່ວນສຳຄັນຂອງມໍລະດົກຮ່ວມກັນ ຂອງສອງປະເທດ. ນອກຈາກນັ້ນ, ຄະນະນາງລໍາຮ່ວມສະໄໝ “ຟັງ ລາວ” ຍັງໄດ້ສະແດງການເຕັ້ນ ປະກອບເພງ ທີ່ສ້າງຄວາມປະທັບ ໃຈແກ່ແຂກຜູ້ຮ່ວມງານ. ກ່ອນຈັດງານລ້ຽງດັ່ງກ່າວ, ໄດ້ ມີການຈັດພິທີສະເຫລີມສະຫລອງ ຢູ່ສະຖານທູດອິນເດຍ ປະຈຳລາວ ໂດຍໄດ້ມີພິທີຊັກທຸງຊາດຂຶ້ນສູ່ຍອດ ເສົາ ແລະ ການສະແດງດ້ານວັດທະ ນະທຳ ໂດຍຊຸມຊົນຊາວອິນເດຍໃນ ສປປ ລາວ. ຢູ່ເມືອງໝື່ນ ແລະ ເມືອງເຟືອງ ແຂວງວຽງຈັນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມໃນທ້າຍປີ 2025 ຜ່ານມາ. ການມອບເຄື່ອງຊ່ວຍເຫລືອ ໃນຄັ້ງນີ້ ປະກອບມີ 3 ຈຸດຄື: ຈຸດ ທີ 1 ຢູ່ຫ້ອງວ່າການເມືອງໝື່ນ ໄດ້ ມອບ ແນວພັນເຂົ້າ 1 ໂຕນ, ເຄື່ອງ ຟັກໄຂ່ 9 ຊຸດ, ຖົງເຄື່ອງບັນເທົາ ທຸກຄົວເຮືອນ 20 ຊຸດ, ສາດ 50 ຜືນ, ເຄື່ອງສຸຂະອະນາໄມ 20 ຊຸດ, ມຸ້ງ 25 ຜືນ, ເຄື່ອງນຸ່ງຫົ່ມ 5 ຖົງ, ຕາງໜ້າຮັບໂດຍ ທ່ານ ລັດຖະພອນ ວົງພະຈັນ ຄະນະປະຈໍາພັກ, ປະ ທານແນວລາວສ້າງຊາດເມືອງ ໝື່ນ; ຈຸດທີ 2 ຢູ່ໂຮງຮຽນປະຖົມ ສົມບູນນາອ່າງ, ເຂດຈຸດສຸມຜາສັງ ເມືອງເຟືອງ ຊຶ່ງເມືອງໄດ້ມີການ ສະຫລຸບຜົນການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫລືອທຶນການ ສຶກສາໃຫ້ນ້ອງນັກຮຽນຄອບຄົວ ທຸກຍາກຈຳນວນ 12 ນ້ອງ ໂດຍ ແມ່ນອົງການຈັດຕັ້ງສະຫະພັນກຳ ສະຖານທູດ...ູ ມະບານ ຫສນຍ ຮ່ວມກັບສະມາຄົມ ຊ່ວຍເຫລືອນັກຮຽນ ACVG ຂອງ ສປ ຈີນ ຊຶ່ງໄດ້ຈັດຕັ້ງປະຕິບັດມາ ແຕ່ປີ 2017. ພ້ອມນັ້ນ, ກໍໄດ້ມອບ ແນວພັນເຂົ້າ 2 ເປົາ, ເຄື່ອງຟັກ ໄຂ່ 2 ຊຸດ, ຖົງເຄື່ອງບັນເທົາທຸກ ຄົວເຮືອນ 10 ຊຸດ, ເຄື່ອງສຸຂະອະ ນາໄມ 10 ຊຸດ, ເຄື່ອງນຸ່ງຫົ່ມ 2 ຖົງ, ຄອມພິວເຕີ 1 ເຄື່ອງ, ເງິນ ຊ່ວຍເຫລືອ 3 ລ້ານກີບ, ຕາງໜ້າ ຮັບໂດຍ ທ່ານ ອາດ ວິໄລພົນ ຄະ ນະປະຈຳພັກເມືອງ, ປະທານກວດ ກາພັກເມືອງເຟືອງ ແລະ ຈຸດທີ 3 ຢູ່ ຫ້ອງວ່າການເມືອງເຟືອງ ໂດຍໄດ້ ມອບ ແນວພັນເຂົ້າ 1 ໂຕນ, ເຄື່ອງ ຟັກໄຂ່ 9 ຊຸດ, ຖົງເຄື່ອງບັນເທົາ ທຸກຄົວເຮືອນ 20 ຊຸດ, ສາດ 50 ຜືນ, ເຄື່ອງສຸຂະອະນາໄມ 20 ຊຸດ, ມຸ້ງ 25 ຜືນ, ເຄື່ອງນຸ່ງຫົ່ມ3 ຖົງ, ຕາງໜ້າຮັບໂດຍ ທ່ານ ທອງດຳ ສີວິໄລລັກ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງ ເມືອງເຟືອງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ປະຊາຊົນ...ົ
28/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ວັນນທາັ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ບົດສະເໜີົີ ltrkcsj '-kf ,u ,kf8t4ko ly f c]t |h kmuj co;.fL 40 xu csj 'dkoxj Pocx'.\j c]t oerkxtgmf-kfdh k;wxl6j dkora fmtok.op5 d.\j ຂປລ. ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ແຕ່ລະ ເທື່ອລ້ວນເປັນເຫດການທາງປະ ຫວັດສາດທີ່ສໍາຄັນຂອງຊາດ, ມີ ຄວາມໝາຍສໍາຄັນ ແລະ ຈຳເປັນ ໃນການເສີມຂະຫຍາຍສິດປະຊາ ທິປະໄຕຂອງປະຊາຊົນລາວບັນດາ ເຜົ່າ ເພື່ອບູລະນະລະບອບປະຊາທິ ປະໄຕປະຊາຊົນ, ປັບປຸງລະບົບອໍາ ນາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ X ແລະ ສະມາຊິກສະ ພາປະຊາຊົນຂັ້ນແຂວງ ຊຸດທີ V (2026-2030) ເປັນເຫດການ ການເມືອງທີ່ສໍາຄັນຍິ່ງຂອງຊາດ ຊຶ່ງດໍາເນີນໃນບັນຍາກາດທີ່ທົ່ວ ພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ສະເຫລີມສະຫລອງ 3 ວັນປະຫວັດ ສາດທີ່ຍິ່ງໃຫຍ່ຂອງຊາດ (ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນ ເກີດປະທານ ໄກສອນ ພົມວິຫານ ຜູ້ ນໍາທີ່ແສນເຄົາລົບຮັກຂອງປະຊາ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIV ຂອງພັກ ກອມມູນິດຫວຽດນາມ, ພາຍໃຕ້ ຫົວຂໍ້: “ພາຍໃຕ້ທຸງອັນສະຫງ່າ ລາສີຂອງພັກ, ສາມັກຄີເປັນຈິດ ໜຶ່ງໃຈດຽວ ຈັດຕັ້ງປະຕິບັດບັນດາ ເປົ້າໝາຍການພັດທະນາປະ ເທດ ຊາດໃຫ້ມີໄຊຮອດປີ 2030 ; ເປັນເຈົ້າຕົນເອງທາງດ້ານຍຸດທະ ສາດ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ມີຄວາມໝັ້ນໃຈ, ກ້າວ ຂຶ້ນຢ່າງແຂງແຮງໃນຍຸກສະໄໝ ແຫ່ງການບຸກທະລຸຂອງຊາດ, ເພື່ອ ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງ ສີວິໄລ, ມີຄວາມສຸກ, ກ້າວຂຶ້ນ ສູ່ສັງຄົມນິຍົມຢ່າງໜັກແໜ້ນ”, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ໄດ້ປຸກ ລະດົມຢ່າງແຂງແຮງນ້ຳໃຈອັນເດັດ ດ່ຽວ, ສະຕິປັນຍາຂອງທົ່ວພັກ ແລະ ເຈດຈຳນົງຂອງທົ່ວປວງຊົນ. ກອງປະຊຸມໃຫຍ່ໄດ້ຮັບການ ກະກຽມຢ່າງລະອຽດໃນທຸກດ້ານ, ຕັ້ງແຕ່ການກະກຽມບຸກຄະລາກອນ ແລະ ການຮ່າງເອກະສານຈົນເຖິງ ຂັ້ນຕອນການຈັດຕັ້ງ, ຮັບປະກັນ ຄວາມປອດໄພຢ່າງແທ້ຈິງ, ຄວາມ ເຂັ້ມງວດທາງວິທະຍາສາດ, ແລະ ປະສິດທິພາບ. ກອງປະຊຸມໃຫຍ່ ຈະຕັດສິນບັນດານະໂຍບາຍຢ່າງ ສະຫລາດສ່ອງໃສ ເພື່ອຈັດຕັ້ງປະ ຕິບັດເປົ້າໝາຍພັດທະນາປະເທດ ຊາດຢ່າງມີໄຊຮອດປີ 2030 ແລະ ຮັບຮູ້ວິໄສທັດຮອດປີ 2045 ກາຍເປັນຈິງ; ວາງແຜນດຳເນີນ gru j ,mt;u dkooerk{-U oe0v'vq '7totra dm5 d0A o8dkog]n vd8A ' lt,k-y dltrkcsj '-kf -5 fmu X c]t ltrkxt-k-q o0A oc0;' -5 fmu V + ຂປລ. ສະມາຊິກສະພາແຫ່ງຊາດ ແມ່ນຕົວແທນແຫ່ງ ສິດ ແລະ ຜົນ ປະໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ຊຶ່ງແມ່ນພົນລະເມືອງລາວເປັນຜູ້ ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດ ກາຂອງປະຊາຊົນ ໂດຍຜ່ານແນວ ລາວສ້າງຊາດ, ສະຫະພັນນັກຮົບເກົ່າ ລາວ, ສະຫະພັນກໍາມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະ ຊາວຫນຸ່ມປະຊາຊົນປະຕິວັດລາວ. ຜູ້ທີ່ຈະເປັນສະມາຊິກສະພາ ແຫ່ງຊາດ ຕ້ອງມີມາດຕະຖານຄົບ ຖ້ວນດັ່ງນີ້: 1. ເປັນພົນລະເມືອງ ລາວ ໂດຍກໍາເນີດ; 2. ມີນໍ້າໃຈຮັກ ຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງ ຕໍ່ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນ ປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີ ຄວາມອົດທົນ, ປະຢັດ, ສັດຊື່, ທ່ຽງ ທໍາ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ ອໍານາດ, ເດັດດ່ຽວຕ້ານການສໍ້ລາດ ບັງຫລວງ, ຕ້ານພະຍາດອາດຍາ ສິດ ແລະ ເປັນແບບຢ່າງທີ່ດີໃນການ ປະຕິບັດກົດໝາຍ; 3. ກໍາແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານ ມີຫລັກການ, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວ ສູ້ຊົນເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມ ມີຄວາມສາມັກຄີປອງດອງປະຊາ ທິປະໄຕຍຸຕິທໍາ ແລະ ສີວິໄລ; 4. ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການ ເມືອງ, ຄົ້ນຄວ້າ, ມີຄໍາເຫັນຕໍ່ບັນຫາ ສໍາຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດ ໜ້າທີ່ຂອງຕົນໄດ້; 5. ມີລະດັບ ການສຶກສາຈົບຊັ້ນມັດທະຍົມຕອນ ຕົ້ນຂຶ້ນໄປ, ຮູ້ນໍາໃຊ້ໄອທີ ແລະ ມີ ວິຊາສະເພາະໃດໜຶ່ງ ແລະ 6. ມີ ສຸຂະພາບດີ. ຊົນລາວບັນດາເຜົ່າ ຄົບຮອບ 105 ປີ) ແລະ ໃນບັນຍາກາດທີ່ອົງຄະນະ ພັກຂັ້ນຕ່າງໆໄດ້ສໍາເລັດການດໍາ ເນີນກອງປະຊຸມໃຫຍ່ ຂັ້ນຮາກຖານ, ຂັ້ນເມືອງ, ກະຊວງ, ອົງການ, ນະ ຄອນຫລວງ, ແຂວງ ແລະ ກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວ, ພ້ອມກັບການ ປັບປຸງກົງຈັກການຈັດຕັ້ງບໍລິຫານ ປົກຄອງຂັ້ນລັດຖະບານ ແລະ ຂັ້ນ ທ້ອງຖິ່ນຢ່າງຂຸ້ນຂ້ຽວ (ທັງຍຸບ, ທັງ ໂຮມ, ທັງສ້າງຕັ້ງຂຶ້ນໃໝ່ ຄື: ຄະນະ ກຳມະການປົກຄອງຕາແສງ) ແລະ ໃນທ່າມກາງທີ່ສະພາບການຂອງ ໂລກ ແລະ ພາກພື້ນພວມຜັນແປໄປ ຢ່າງສັບສົນ, ຄາດຄະເນໄດ້ຍາກ ຊຶ່ງ ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຕໍ່ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ຄຽງຄູ່ກັບຜົນສໍາເລັດອັນໃຫຍ່ ຫລວງຫລາຍດ້ານໃນການປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ ນັ້ນ ຢູ່ພາຍໃນປະເທດພວກເຮົາຍັງ ຜະເຊີນໜ້າກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫລາຍຢ່າງເປັນຕົ້ນ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ທີ່ແກ່ຍາວມາຫລາຍ ປີ ແລະ ອິດທິກຳລັງປໍລະປັກກໍຍັງ ສືບຕໍ່ກົນອຸບາຍມ້າງເພທໍາລາຍລະ ບອບໃໝ່ຂອງພວກເຮົາຢ່າງບໍ່ລົດ ລະ. ອີກປະການໜຶ່ງ, ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີVຈະມີພະນັກງານ ນໍາພາ-ຄຸ້ມຄອງຂັ້ນສູງຂອງພັກ ແລະ ລັດ ມີຈໍານວນທີ່ເພີ່ມຂຶ້ນ ອອກ ສະໝັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ, ນອກ ນັ້ນ ຍັງຈະມີຜູ້ສະໝັກຈາກຂົງເຂດ ຕ່າງໆຢູ່ສູນກາງ ແລະ ທ້ອງຖິ່ນ, ໃນນັ້ນ ມີທັງຂົງເຂດທຸລະກິດ, ການ ຜະລິດ, ຊັ້ນຄົນອີກຈໍານວນໜຶ່ງ. ສະນັ້ນ, ການເພີ່ມທະວີການນໍາ ພາ-ຊີ້ນໍາຢ່າງໃກ້ຊິດ, ຕິດແທດຂອງ ອົງຄະນະພັກ ທຸກຂັ້ນຕໍ່ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຈຶ່ງມີຄວາມສໍາ ຄັນ ແລະ ຈໍາເປັນເພື່ອເຮັດໃຫ້ການ ເລືອກຕັ້ງຄັ້ງນີ້ ບັນລຸຜົນສໍາເລັດ ຕາມຈຸດປະສົງລະດັບຄາດໝາຍ. ສະມາຊິກສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ເປັນ ແບບຢ່າງໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ, ລັດຖະທໍາມະ ນູນ, ກົດໝາຍ, ມະຕິກອງປະຊຸມ ສະພາແຫ່ງຊາດ ແລະ ມະຕິກອງ ປະຊຸມຄະນະປະຈໍາສະພາແຫ່ງ ຊາດ, ເຄົາລົບສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງປະຊາຊົນ. 2. ໂຄສະນາເຜີຍແຜ່, ປຸກລະດົມ ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນ ຄົນ ໃຫ້ເຊື່ອມຊຶມ ແລະ ເຂົ້າຮ່ວມໃນ ການປະຕິບັດແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ, ມະຕິ ກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງ ຊາດ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນງົບ ປະມານແຫ່ງລັດ, ເຂົ້າຮ່ວມໃນການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ, ໃຫ້ຮູ້ ແລະ ເຂົ້າໃຈ ພາລະ ບົດບາດ, ສິດ ແລະໜ້າທີ່ຂອງສະພາ ແຫ່ງຊາດ ແລະ ຂອງສະມາຊິກສະ ພາແຫ່ງຊາດ. 3. ເຂົ້າຮ່ວມກອງປະຊຸມສະພາ ແຫ່ງຊາດຢ່າງເປັນປົກກະຕິ; ໃນ ກໍລະນີບໍ່ສາມາດເຂົ້າຮ່ວມກອງປະ ຊຸມໄດ້ຍ້ອນສາເຫດຈໍາເປັນໃດໜຶ່ງ ຕ້ອງສະເໜີຢ່າງເປັນລາຍລັກອັກ ສອນ ເພື່ອຂໍອະນຸຍາດນໍາປະທານ ຄະນະປະຈໍາສະພາແຫ່ງຊາດ. 4. ຄົ້ນຄວ້າ ແລະ ກະກຽມເນື້ອ ໃນ ເພື່ອປະກອບຄໍາເຫັນໃນກອງ ປະຊຸມ ແລະ ລົງຄະແນນສຽງດ້ວຍ ຄວາມຮັບຜິດຊອບສູງ. 5. ຊັກຖາມ ປະທານ, ຄະນະ ປະຈໍາສະພາແຫ່ງຊາດ, ປະທານປະ ເທດ, ນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ, ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ປະທານສານ ປະຊາຊົນສູງສຸດ, ປະທານອົງການ ກວດກາແຫ່ງລັດ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງ ສູນກາງ, ປະທານອົງການກວດ ສອບແຫ່ງລັດ ໃນກອງປະຊຸມສະພາ ແຫ່ງຊາດ; 6. ລາຍງານການເຄື່ອນໄຫວ ວຽກງານຕໍ່ປະຊາຊົນໃນເຂດເລືອກ ຕັ້ງຂອງຕົນ ແລະ ເຂົ້າຮ່ວມກອງ ປະຊຸມຄົບຄະນະສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ ຂອງຕົນ. 7. ໃກ້ຊິດຕິດແທດ, ພົບປະ, ຮັບ ຕ້ອນປະຊາຊົນ, ເກັບກໍາ ແລະ ນໍາ ເອົາຄວາມຄິດຄວາມເຫັນ ແລະ ຄໍາ ສະເໜີຂອງປະຊາຊົນ ເພື່ອສະເໜີ ຕໍ່ສະພາແຫ່ງຊາດ, ຄະນະປະຈໍາ ສະພາແຫ່ງຊາດ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງພິຈາລະນາ, ແກ້ໄຂທັງ ຕິດຕາມຜົນການແກ້ໄຂ. 8. ໃຫ້ຄໍາປຶກສາ ແລະ ຄໍາແນະ ນໍາແກ່ພົນລະເມືອງກ່ຽວກັບການ ຍື່ນຄໍາຮ້ອງທຸກ ແລະ ບັນຫາຕ່າງໆ ທີ່ຕິດພັນກັບຜົນປະໂຫຍດຂອງປະ ຊາຊົນ. 9. ເຂົ້າຮ່ວມກອງປະຊຸມ, ການ ເຄື່ອນໄຫວ ແລະ ພິທີທີ່ສໍາຄັນຕ່າງໆ ຂອງອົງການຈັດຕັ້ງພັກ , ລັດ, ແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມຕາມ ການເຊີນ ຫລື ໂດຍໜ້າທີ່. 10. ໄດ້ຮັບ ຫລື ສະເໜີເອົາຂໍ້ມູນ ຂ່າວສານທີ່ຈໍາເປັນຈາກພາກສ່ວນ ທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ ຂອງຕົນ. 11. ສະຫລຸບ, ລາຍງານການ ເຄື່ອນໄຫວວຽກງານຂອງຕົນໃນ ແຕ່ລະໄລຍະເປັນລາຍລັກອັກສອນ ໃຫ້ກໍາມາທິການທີ່ຕົນສັງກັດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະ ຈໍາເຂດເລືອກຕັ້ງຂອງຕົ້ນ. ສໍາລັບຜູ້ ເປັນທັງສະມາຊິກສະພາປະຊາຊົນ ຂັ້ນແຂວງຍັງຕ້ອງລາຍງານສະພາ ປະຊາຊົນຂັ້ນແຂວງທີ່ຕົນເປັນສະມາ ຊິກອີກດ້ວຍ. 12. ນໍາໃຊ້ສິດ ແລະ ປະຕິບັດ ໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ. ງານເພື່ອໃຫ້ແຕ່ລະຂະແໜງການ, ທ້ອງຖິ່ນ, ອົງການ ແລະ ຫົວໜ່ວຍ ເຫັນໄດ້ໜ້າວຽກລະອຽດໃນການ ເດີນທາງລວມ. ກອງປະຊຸມໃຫຍ່ຍັງ ຈະກຳນົດທິດທາງແລະ ຍຸດທະສາດ ການພັດທະນາຂອງປະເທດຊາດໃນ ຍຸກສະໄໝໃໝ່. ເມື່ອ 40 ປີກ່ອນ, ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກ (ໃນປີ 1986) ໄດ້ຕັດ ສິນດຳເນີນພາລະກິດປ່ຽນແປງ ໃໝ່ປະເທດຊາດ, ໂດຍສະເພາະ ແມ່ນການປ່ຽນແປງໃໝ່ທາງ ດ້ານຈິນຕະນາການເສດຖະກິດ, ນະໂຍບາຍຕ່າງປະເທດ, ລົບລ້າງ ບັນດາສິ່ງກີດຂວາງທີ່ກົດໜ່ວງ ການພັດທະນາ, ນຳພາພື້ນຖານ ເສດຖະກິດຂອງປະເທດຊາດຫລຸດ ພົ້ນອອກຈາກສະພາວະວິກິດການ, ຄ່ອຍໆພັດທະນາ ແລະ ເຊື່ອມໂຍງ ເຂົ້າກັບສາກົນ, ປັບປຸງ ແລະ ຍົກ ສູງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ. ບັນດາການຕົກລົງທີ່ ຖືກຕ້ອງ ແລະ ທັນການຂອງກອງ ປະຊຸມໃຫຍ່ ຄັ້ງທີ VI ໄດ້ຊ່ວຍໃຫ້ ຫວຽດນາມ ຢືນຢັນຄວາມໜັກ ແໜ້ນຕໍ່ກັບບັນດາການຜັນແປທີ່ສັບ ສົນທີ່ສຸດຂອງສະພາບການການ ເມືອງໂລກ, ຫລີກເວັ້ນບັນດາໄພ ອັນຕະລາຍທີ່ບໍ່ເອື້ອອຳນວຍ, ພ້ອມ ທັງກຳແໜ້ນບັນດາໂອກາດໃນການ ພັດທະນາ. ພາຍຫລັງໄລຍະເວລາສັ້ນໆທີ່ ດຳເນີນການປ່ຽນແປງໃໝ່, ຈາກ ປະເທດທີ່ທຸກຍາກ ແລະ ຫລ້າຫລັງ, ພື້ນຖານເສດຖະກິດໄດ້ຄ່ອຍໆຟື້ນ ຟູ, ຮັບປະກັນສະບຽງອາຫານພາຍ ໃນປະເທດ ແລະ ເລີ່ມສົ່ງອອກເຂົ້າ ສານ. ຈາກປະເທດທີ່ຖືກປິດລ້ອມ, ໂດດດ່ຽວ ແລະ ຖືກຂວ້າມບາດ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດກັບຫລາຍປະເທດໃນ ທົ່ວໂລກ. ມາເຖິງປັດຈຸບັນ, ພຶດຕິ ກຳແຫ່ງການພັດທະນາປະເທດ ຊາດ ໄດ້ຢືນຢັນວ່າແນວທາງການ ປ່ຽນແປງໃໝ່ຂອງພັກ ແມ່ນມີ ຄວາມຖືກຕ້ອງ, ສ້າງສັນ, ໄດ້ຮັບ ຄວາມໄວ້ເນື້ອເຊື່ອໃຈ, ການສະໜັບ ສະໜູນ ແລະ ການເຂົ້າຮ່ວມຢ່າງ ຕັ້ງໜ້າຈາກປະຊາຊົນ, ປະກອບ ສ່ວນເຂົ້າໃນການຮັກສາໝາກຜົນ ຂອງການປະຕິວັດ ແລະ ສ້າງໄດ້ ຜົນງານອັນສຳຄັນໃນທຸກຂົງເຂດ, ເປັນພື້ນຖານໃຫ້ແກ່ການພັດທະນາ ແບບຍືນຍົງ. ປະເທດຊາດບໍ່ເຄີຍ ມີພາລະກໍາ, ທ່າແຮງ, ບົດບາດ ແລະ ອິດທິພົນໃນເວທີສາກົນ ຄືດັ່ງ ທຸກມື້ນີ້. ສິ່ງທີ່ສຳຄັນແມ່ນ, ພາຍຫລັງ 40 ປີແຫ່ງການຈັດຕັ້ງປະຕິບັດພາ ລະກິດປ່ຽນແປງໃໝ່, ພັກໄດ້ຄ່ອຍໆ ສ້າງສັນ ແລະ ປັບປຸງທິດສະດີກ່ຽວ ກັບແນວທາງການປ່ຽນແປງໃໝ່ໃຫ້ ສົມບູນຄົບຖ້ວນ, ກຳນົດຢ່າງຈະ ແຈ້ງກ່ຽວກັບຮູບແບບສັງຄົມນິຍົມຢູ່ ສສຫວຽດນາມ. ພັກສືບຕໍ່ປ່ຽນແປງ ໃໝ່ ແລະ ປັບປຸງຕົນເອງຢ່າງບໍ່ ຢຸດຢັ້ງ, ຍົກສູງຄວາມສາມາດ, ສະ ຕິປັນຍາ, ຄວາມສາມາດນຳພາ ແລະ ຈິດໃຈຕໍ່ສູ້, ນຳພາທົ່ວປະເທດ ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທັງໝົດຢ່າງໜັກແໜ້ນ. ໃນໄລຍະ ປີ 2020-2025 ໄດ້ ບັນທຶກບັນດາຂີດໝາຍທີ່ບໍ່ອາດ ລືມໄດ້, ໂດຍສະເພາະແມ່ນໃນປີ 2025, ເປັນປີແຫ່ງການເລັ່ງລັດ ບຸກທະລຸເພື່ອບັນລຸເປົ້າໝາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XIII ຂອງພັກ ໃຫ້ຢ່າງ ມີໄຊ. ນັບຕັ້ງແຕ່ເລີ່ມຕົ້ນສະໄໝ ຂອງກອງປະຊຸມ, ປະເທດຊາດໄດ້ ຜະເຊີນໜ້າກັບຄວາມຫຍຸ້ງຍາກ ຫລາຍປະການ; ເປັນຕົ້ນແມ່ນການ ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດ, ໄພ ທຳມະຊາດ, ພະຍຸ ແລະ ອຸທົກກະໄພ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ, ການຜັນ ແປທາງດ້ານພູມສາດການເມືອງ ໂລກທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ການຂັດ ຂວາງລະບົບຕ່ອງໂສ້ການສະໜອງ, ບັນຫາການຈ້າງງານ... ແຕ່ດ້ວຍ ເຈດຈຳນົງ, ພະລັງແຫ່ງຄວາມມຸ່ງ ໝັ້ນ ແລະ ຄວາມມຸ່ງຫວັງໃນການ ພັດທະນາ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງກຳລັງໄດ້ມີຄວາມ ສາມັກຄີ, ປະດິດສ້າງ, ມີຄວາມ ພະຍາຍາມຢ່າງຕໍ່ເນື່ອງ, ປະຕິບັດ ຢ່າງເດັດຂາດ, ແລະ ເຮັດວຽກ ຮ່ວມກັນດ້ວຍຄວາມຕັ້ງໃຈເພື່ອ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ໃຫ້ປະສົບຜົນສຳເລັດ, ບັນລຸຜົນ ໄດ້ຮັບທີ່ສຳຄັນ, ຮອບດ້ານ, ແລະ ກ້າວໜ້າ, ດ້ວຍຈຸດເດັ່ນທີ່ໂດດເດັ່ນ ຫລາຍຢ່າງ, ແລະ ໂດຍພື້ນຖານ ແລ້ວສຳເລັດເປົ້າໝາຍ ແລະ ເປົ້າ ໝາຍທີ່ວາງໄວ້. ເສດຖະກິດມະຫາພາກ ໄດ້ຮັບ ການຮັກສາໃຫ້ມີສະຖຽນລະພາບ; ຂະໜາດຂອງພື້ນຖານເສດຖະກິດ ຈັດຢູ່ໃນອັນດັບທີ 32 ຂອງໂລກ; ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ ຫລາຍກວ່າ 5.000 ໂດລາສະຫະ ລັດ, ນຳພາຫວຽດນາມ ກ້າວເຂົ້າ ສູ່ກຸ່ມປະເທດທີ່ມີລາຍຮັບປານກາງ ລະດັບສູງ (ສຳເລັດໜຶ່ງໃນບັນດາ ຄາດໝາຍໃຫຍ່ທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກວາງໄວ້). ວຽກ ງານສະຫວັດດີການສັງຄົມໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຮອບດ້ານ ແລະ ສະເໝີຕົ້ນສະເໝີປາຍເພື່ອ “ບໍ່ ປະໃຜໄວ້ຂ້າງຫລັງ”. ທ່າແຮງດ້ານ ປ້ອງກັນຊາດ ແລະ ປ້ອງກັນຄວາມ ສະຫງົບ ສືບຕໍ່ໄດ້ຮັບການປັບປຸງ ໃຫ້ເຂັ້ມແຂງ ເພື່ອສ້າງພື້ນຖານອັນ ໜັກແໜ້ນໃຫ້ແກ່ສະຖຽນລະພາບ ທາງດ້ານການເມືອງ ແລະ ການ ພັດທະນາປະເທດຊາດ. ເຄືອຂ່າຍ ການພົວພັນຕ່າງປະເທດ ນັບມື້ນັບ ກວ້າງຂວາງ ແລະ ມີຄວາມສົມ ດຸນ, ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາປະ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==