ຂປລ
ອີງຕາມ ແຫລ່ງຂ່າວ ຈາກ ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາຄຸນຫມິງຈຳກັດໃຫ້ຮູ້ວ່າ: ນັບແຕ່ສູນໂມງ ຂອງ ວັນທີ 26 ມັງກອນນີ້ ເປັນຕົ້ນໄປ, ເສັ້ນທາງລົດໄຟ ທົ່ວປະເທດຈີນ ໄດ້ປະຕິບັດ ຕາຕະລາງ ການແລ່ນລົດໄຟ ສະບັບໃໝ່ ຢ່າງເປັນທາງການ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ (CMG): ອີງຕາມ ແຫລ່ງຂ່າວ ຈາກ ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາຄຸນຫມິງຈຳກັດໃຫ້ຮູ້ວ່າ: ນັບແຕ່ສູນໂມງ ຂອງ ວັນທີ 26 ມັງກອນນີ້ ເປັນຕົ້ນໄປ, ເສັ້ນທາງລົດໄຟ ທົ່ວປະເທດຈີນ ໄດ້ປະຕິບັດ ຕາຕະລາງ ການແລ່ນລົດໄຟ ສະບັບໃໝ່ ຢ່າງເປັນທາງການ. ການປັບປຸງຄັ້ງນີ້, ສຳລັບ ເສັ້ນທາງ ລົດໄຟລາວ-ຈີນ ແມ່ນໄດ້ເພີ່ມ ການບໍລິການ ຂະບວນລົດໄຟ ຂົນສົ່ງ ສິນຄ້າ ອາຊີກາງ 4 ຂະບວນ, ເຊິ່ງ ຂະບວນທຳອິດ ໄດ້ເປີດແລ່ນລົດແລ້ວ ເມື່ອ ວັນທີ 26 ມັງກອນນີ້.
ຂະບວນ ລົດໄຟ ຂົນສົ່ງສິນຄ້າ ອາຊີກາງ ຕາມເສັ້ນທາງ ລົດໄຟ ລາວ-ຈີນ ທີ່ ເປີດແລ່ນລົດໃໝ່ ໃນຄັ້ງນີ້ໄດ້ອອກຈາກ ສະຖານີລົດໄຟ ຈົ່ງຢີຊຸ່ນ, ຢວີ້ຊີໃຕ້ ແລະ ຢຽນເຮີ ແຂວງຢູນນານຈີນ ຢ່າງເປັນລະບຽບ. ສ່ວນພາກສ່ວນທາງລົດໄຟ ຈະປະສານ ສົມທົບ ກັບ ຄວາມຮຽກຮ້ອງ ຕ້ອງການ ດ້ານການ ຈະລາຈອນສິນຄ້າ ຢ່າງສະໜິດແໜ້ນ, ຈັດວາງແຜນ ການແລ່ນລົດ ຢ່າງສົມເຫດສົມຜົນ ຕາມຫລັກ ວິທະຍາສາດ, ສ້າງແຜນ ການບໍລິການ ຂົນສົ່ງ ທີ່ຖືກຕ້ອງຊັດເຈນ ແລະ ມີປະສິດທິພາບສູງ ກວ່າເກົ່າ ໂດຍສະເພາະ ວິສາຫະກິດ ຈະລາຈອນສິນຄ້າ ແລະ ເຈົ້າຂອງສິນຄ້າ.
ພາຍຫລັງ ສິນຄ້າ ນຳເຂົ້າ ແລະ ສົ່ງອອກ ທີ່ກ່ຽວຂ້ອງ ໄດ້ກຽມພ້ອມ ຈາກຖິ່ນກຳເນີດ ແລ້ວຈະຂົນສົ່ງໄປເຖິງດ່ານທາງລົດໄຟ ບໍ່ຫານ ໂດຍກົງ ແບບປະຕູດຽວ, ໂດຍສາມາດ ບັນລຸ ການເຊື່ອມຕໍ່ ລະບົບ ການບໍລິການ ລະຫວ່າງ ຈີນ ກັບ ຕ່າງປະເທດ ຢ່າງມີປະສິດທິພາບສູງ./
KPL