ສ.ອາເມລິກາ ສະເໜີຈີນ ສ້າງກົນໄກ ແຈ້ງເຕືອນຄວາມສ່ຽງເອໄອ

21/09/2026 12:49
ຂປລ ທ່ານ ສະກັອດ ເບສເຊນທ໌ (Scott Bessent) ລັດຖະມົນຕີ ກະຊວງ ການເງິນ ສ.ອາເມລິກາ ແລະ ທ່ານ ເຫີ ລີ່ເຟິງ ຮອງນາຍົກ ລັດຖະມົນຕີ ຈີນ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນນິວຢອກ ສ.ອາເມລິກາ ເມື່ອວັນທີ 21 ກັນຍາ,  ທ່ານ ສະກັອດ ເບສເຊນທ໌ (Scott Bessent) ລັດຖະມົນຕີ ກະຊວງ ການເງິນ ສ.ອາເມລິກາ ແລະ ທ່ານ ເຫີ ລີ່ເຟິງ ຮອງນາຍົກ ລັດຖະມົນຕີ ຈີນ ແລະ ປະທານ ຄະນະ ກຳມະການ ກິດຈະການ ການເງິນ ແລະ ເສດຖະກິດ ສູນກາງຂອງພັກກອມມູນິດ ຈີນ ໄດ້ພົບປະ ເຈລະຈາກັນ ຢູ່ນະຄອນນິວຢອກ.

ທ່ານ ເບສເຊນທ໌ ເປີດເຜີຍ ວ່າ: ຝ່າຍສ.ອາເມລິກາ ໄດ້ສະເໜີໃຫ້ ຈັດຕັ້ງກົນໄກ ແຈ້ງເຕືອນ ດ້ານຄວາມປອດໄພປັນຍາປະດິດ (AI) ເພື່ອໃຫ້ ປະທານາທິບໍດີ ໂດນັນ ທຣຳ (Donald Trump) ຂອງ ສ.ອາເມລິກາ ແລະ ປະທານປະເທດ ສີ ຈິ້ນຜິງ ຂອງຈີນ ພິຈາລະນາຮ່ວມກັນ ໃນກອງປະຊຸມ ສຸດຍອດ ຊຶ່ງຕາມກຳນົດ ຈະຈັດຂຶ້ນໃນໄວໆນີ້. ພ້ອມດຽວກັນນັ້ນ, ຍັງມີການ ປຶກສາຫາລື ກ່ຽວກັບ ການຈັດຕັ້ງ ເວທີເຈລະຈາ ເອໄອ ລະຫວ່າງ ສ.ອາເມລິກາ ກັບ ຈີນ ໂດຍແນໃສ່ ປະເດັນ ຄວາມໝັ້ນຄົງ ແຫ່ງຊາດ ແລະ ລະບົບ ແຈ້ງເຕືອນ ເຫດການ ກ່ຽວກັບ ເອໄອ ທີ່ ອາດຈະຍົກລະດັບເປັນໄພຂົ່ມຂູ່ ດ້ານຄວາມໝັ້ນຄົງ ເພື່ອເພີ່ມ ຄວາມໂປ່ງໃສ ລະຫວ່າງ ສອງປະເທດ ຊຶ່ງເປັນ ມະຫາອຳນາດ ດ້ານເອໄອອັນດັບ 1 ແລະ 2 ຂອງໂລກ.

ສ່ວນທ່ານ ນາຍ ເຈມີສັນ ກຽດ (Jamieson Greer) ຜູ້ຕາງໜ້າ ການຄ້າ ສ.ອາເມລິກາ ເປີດເຜີຍວ່າ: ການຄວບຄຸມ ການສົ່ງອອກ ຊິບເອໄອ ຂັ້ນສູງ ແລະ ອຸປະກອນ ການຜະລິດ ເຊມີຄອນດັກເຕີ ຂອງ ສ.ອາເມລິກາ ແມ່ນ ບໍ່ໄດ້ຢູ່ໃນວາລະ ການຫາລື ກົນໄກ ດັ່ງກ່າວ, ເນື່ອງຈາກ ການພົບປະໃນຄັ້ງນີ້ ມີເປົ້າໝາຍຫລັກຄື: ການວາງຮາກຖານສຳລັບ ກອງປະຊຸມ ສຸດຍອດ ລະຫວ່າງ ທ່ານ ໂດນັນ ທຣຳ ແລະ ທ່ານສີຈິ້ນຜິງ. ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ແຜນການ ຫລຸດຜ່ອນ ພາສີ ສິນຄ້າ ທີ່ບໍ່ກ່ຽວຂ້ອງກັບ ຍຸດທະສາດ ພາຍໃຕ້ ຂະບວນການ ທີ່ໄດ້ຕົກລົງກັນໄວ້ ເມື່ອເດືອນພຶດສະພາ ຜ່ານມາ./

KPL

ຂ່າວອື່ນໆ

ads
ads

Top