ຂປລ
ທ່ານ ທັດ ສຸກຂະ (Touch Sokhak) ໂຄສົກ ກະຊວງ ປ້ອງກັນ ປະເທດ ຂອງ ກຳປູເຈຍ ໄດ້ລາຍງານ ກ່ຽວກັບ ການສົ່ງຊາວຕ່າງປະເທດ, ລັກລອບເຂົ້າເມືອງ ຜິດກົດໝາຍກັບຄືນ ຈຳນວນ 72.426 ຄົນ
ຂປລ. ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ທັດ ສຸກຂະ (Touch Sokhak) ໂຄສົກ ກະຊວງ ປ້ອງກັນ ປະເທດ ຂອງ ກຳປູເຈຍ ໄດ້ລາຍງານ ກ່ຽວກັບ ການສົ່ງຊາວຕ່າງປະເທດ, ລັກລອບເຂົ້າເມືອງ ຜິດກົດໝາຍກັບຄືນ ຈຳນວນ 72.426 ຄົນ ໃນໄລຍະ ເດືອນກັນຍາ 2023 ເຖິງ ເດືອນກັນຍາ 2026. ໃນນັ້ນ ລວມມີ ຜູ້ທີ່ເຊື່ອມໂຍງກັບ ຂະບວນການ ສໍ້ໂກງ ທາງອອນລາຍ ປະມານ 25.703 ຄົນ.
ໂດຍສະເພາະ ໃນໄລຍະ ເດືອນມັງກອນ-ສິງຫາ ຂອງ ປີ 2026, ກຳປູເຈຍ ໄດ້ສົ່ງກັບທີ່ຊາວຕ່າງປະເທດ ທີ່ເຂົ້າເມືອງ ຢ່າງຜິດກົດໝາຍ ຈຳນວນ 52.224 ຄົນ ຈາກ 85 ປະເທດ. ໃນຈຳນວນ ດັ່ງກ່າວ ເປັນຊາວຕ່າງປະເທດ ທີ່ເຂົ້າມາອາໄສຢູ່ ແລະ ເຮັດວຽກຜິດກົດໝາຍ ເຊິ່ງກ່ຽວຂ້ອງກັບ ຂະບວນ ການສໍ້ໂກງ ທາງອອນລາຍ ຈຳນວນ 18.393 ຄົນ ມາຈາກ 38 ສັນຊາດ.
ປັດຈຸບັນ ມີຊາວຕ່າງປະເທດ ຖືກຄວບຄຸມຕົວ ຢູ່ທີ່ສູນກັກກັນ ຄົນເຂົ້າເມືອງ 5 ແຫ່ງ ຈຳນວນ 1.605 ຄົນ ຈາກ 30 ປະເທດ ເຊິ່ງໃນນີ້ ມີຜູ້ທີ່ເຂົ້າມາອາໄສ ແລະ ເຮັດວຽກ ຜິດກົດໝາຍ ທີ່ກ່ຽວຂ້ອງກັບ ຂະບວນການສໍ້ໂກງທາງອອນລາຍ ຈຳນວນ 469 ຄົນ ມາຈາກ 15 ສັນຊາດ./
KPL