ປູກເຫັດຂາຍພາໃຫ້ຊີວິດການເປັນຢູ່ຂອງສະມາຊິກພາຍໃນກຸ່ມດີຂຶ້ນ

14/01/2026 13:44
ຂປລ ຂປລ. ເຫັດ​ແມ່ນ​ອາຫານ​ທີ່​ຄົນ​ນິຍົມ​ບໍລິ​ໂພ​ກ​ເພາະ​ປຸງ​ແຕ່ງອາຫານ​ໄດ້​ຫລາຍ​ເຍື່ອງ ບໍ່​ວ່າ​ຈະ​ຂົ້ວ,​ ແຈ່ວ, ແກງ, ໜຶ້ງ ແລະ ອື່ນໆ ຈຶ່ງ​ເຮັດ​ໃຫ້​ເຫັດ​ມີ​ລາຄາ​ສູງຂຶ້ນ ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ​ຈົນ​ເຮັດ​ໃຫ້​ປະຊາຊົນ​ຫັນ​ມາ ​ປູກ​ເຫັດ​ເປັນ​ອາຊີບ​ຈົນ​ຊີວິດ​ດີ​ຂຶ້ນ​ເໝືອນດັ່ງ ທ່ານ ນາງ ບຸນຕາ ຢູ່ບ້ານເມືອງສີ ເມືອງແມດ ແຂວງວຽງຈັນ ທີ່​ເຮັດ​ອາຊີບ​ປູກ​ເຫັດ​ຂາຍ​ສາມາດ​ສ້າງ​ລາຍ​ຮັບໄດ້​ຫລາຍ​ລ້ານ​ກີບ​ຕໍ່​ເດືອນ.

     ຂປລ. ເຫັດ​ແມ່ນ​ອາຫານ​ທີ່​ຄົນ​ນິຍົມ​ບໍລິ​ໂພ​ກ​ເພາະ​ປຸງ​ແຕ່ງອາຫານ​ໄດ້​ຫລາຍ​ເຍື່ອງ ບໍ່​ວ່າ​ຈະ​ຂົ້ວ,​ ແຈ່ວ, ແກງ, ໜຶ້ງ ແລະ ອື່ນໆ ຈຶ່ງ​ເຮັດ​ໃຫ້​ເຫັດ​ມີ​ລາຄາ​ສູງຂຶ້ນ ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ​ຈົນ​ເຮັດ​ໃຫ້​ປະຊາຊົນ​ຫັນ​ມາ ​ປູກ​ເຫັດ​ເປັນ​ອາຊີບ​ຈົນ​ຊີວິດ​ດີ​ຂຶ້ນ​ເໝືອນດັ່ງ ທ່ານ ນາງ ບຸນຕາ ຢູ່ບ້ານເມືອງສີ ເມືອງແມດ ແຂວງວຽງຈັນ ທີ່​ເຮັດ​ອາຊີບ​ປູກ​ເຫັດ​ຂາຍ​ສາມາດ​ສ້າງ​ລາຍ​ຮັບໄດ້​ຫລາຍ​ລ້ານ​ກີບ​ຕໍ່​ເດືອນ.

      ທ່ານ ນາງ ບຸນຕາ ຢູ່ບ້ານເມືອງສີ ເມືອງແມດ ແຂວງວຽງຈັນ ​ໃຫ້​ຮູ້ວ່າ: ກຸ່ມປູກເຫັດ ໄດ້ຮັບການຊ່ວຍເຫລືອ ຈາກອົງການກອຍກາ ໃນປີ 2023 ດ້ວຍຈໍານວນເງິນ 12 ພັນໂດລາ, ເງິນຈໍານວນດັ່ງກ່າວນໍາໃຊ້ເຂົ້າ ໃນການຊື້ອຸປະກອນເຮືອນຮົ່ມ ກຽມການປູກເຫັດ ຈໍານວນ 15 ຫລັງ, 1 ກຸ່ມມີ 15 ຄອບຄົວ, ຝຶກສອນໃຫ້ສະມາຊິກພາຍໃນກຸ່ມຈົນມີຄວາມຊໍານານ. ມາເຖິງປັດຈຸບັນ ສະມາຊິກພາຍໃນກຸ່ມ ແມ່ນມີຄວາມໝັ້ນຄົງ, ຜົນຜະລິດໄດ້ສົ່ງຂາຍຕະ ຫລາດພາຍໃນເມືອງ-ແຂວງ, ກ່ອນເວລາຈໍາໜ່າຍ ແມ່ນໃຫ້ບັນດາສະມາຊິກນໍາເອົາຜົນຜະລິດທີ່ໄດ້ນັ້ນມາລວມກັນແລ້ວຂາຍ ໝາຍຄວາມວ່າຜົນຜະລິດໜ້ອຍ ຫລື ຫລາຍ ກໍແມ່ນໄດ້ຮັບເງິນຕາມຕົວຈິງ. ສະນັ້ນ, ຈຶ່ງສາມາດສະຫລຸບໄດ້ວ່າ ພາຍໃນ 1 ເດືອນ ຕໍ່ 1 ຄອບຄົວ, ລາຍຮັບປະມານ 5 - 7 ລ້ານກີບ, ຂາຍອອກສະເລ່ຍ 1 ກິໂລ 40 ພັນກີບ,ໃນນັ້ນ ໜຶ່ງຄອບຄົວແມ່ນປູກເຫັດຈໍານວນ 3 ພັນເບົ້າ, ສ່ວນວິທີຂັ້ນຕອນກຽມການເຮັດເບົ້າເຫັດ: ນໍາເອົາຂີ້ເລື່ອຍ, ຂີ້ໄກ່ ປະສົມກັນ ແລ້ວຮ່າຍໃສ່ຖົງ ຈາກນັ້ນ ຈຶ່ງນໍາໄປໜຶ້ງ, ພາຍຫລັງໜຶ້ງແລ້ວ ກໍເອົາລົງປະໄວ້ ຈົນກວ່າຈະເຢັນ ຈຶ່ງຢອດຫົວເຊື້ອ ແລະ ຫລັງຈາກນັ້ນ ຈຶ່ງນໍາໄປອະນຸບານໄວ້ໃນເຮືອນຮົ່ມ 25 – 30 ວັນ ໄວ້ໃນໂຮງເຮືອນຮົ່ມ ແລະ ຈຶ່ງເປີດອອກ, ພາຍຫລັງເປີດອອກ ແລະ ຫົດນໍ້າໄປເລື້ອຍໆ ຈົນເຖິງ 5 ວັນ ກໍສາມາດເກັບເຫັດອອກຂາຍໄດ້ເລີຍ. ສຳລັບເຫັດທີ່ປູກມີ: ເຫັດນາງຟ້າພູຖານ, ນາງລົມ, ຂອນຂາວ ເຫລົ່ານີ້ເປັນຕົ້ນ.

ທ່ານນາງ ບຸນຕາ ກ່າວຕື່ມວ່າ: ໃນນາມຕາງໜ້າກຸ່ມປູກເຫັດ ຂໍສະແດງຄວາມຂອບໃຈນໍາອົງການກອຍກາທີ່ໄດ້ໃຫ້ການສະໜັບສະໜູນປະຊາຊົນພາຍໃນບ້ານ ກໍຄືສະມາຊິກພາຍໃນກຸ່ມປູກເຫັດ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ເຖິງວ່າ ໂຄງການປູກເຫັດຈະສິ້ນສຸດລົງເດືອນ 9 ປີ 2025 ຜ່ານມາ ກໍຕາມ, ແຕ່ຫົວໜ້າກຸ່ມໄດ້ນໍາພາສະມາຊິິກພາຍໃນກຸ່ມສືບຕໍ່ວຽກງານປູກ-ຈໍາໜ່າຍ ໄປເລື້ອຍໆເພື່ອໃຫ້ມີຄວາມຍືນຍົງ, ຮັບປະກັນສ້າງລາຍຮັບໃຫ້ກັບຄອບຄົວ ຂອງກຸ່ມມີຊີວິດການເປັນຢູ່ທີ່ດີ ໝັ້ນຄົງເລື້ອຍໆ ແລະ ໄດ້ອວຍພອນໃຫ້ການນໍາຂອງອົງການກອຍກາ (ຜູ້ໃຫ້ທຶນ) ພ້ອມດ້ວຍວິຊາການ ທີ່ຖ່າຍທອດຄວາມຮູ້-ວິຊາການປູກເຫັດ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານຂອງພວກທ່ານ ແລະ ຢາກໃຫ້ພວກທ່ານ ຈົ່ງໄດ້ສືບຕໍ່ໃຫ້ການສະໜັບສະໜູນກຸ່ມປູກເຫັດ ບ້ານເມືອງສີ ພ້ອມທັງຈັດງານວາງສະແດງ ຜະລິດຕະພັນສິນຄ້າກະສິກໍາ ລາວ-ເກົາຫລີ ຕື່ມອີກ, ເນື່ອງຈາກສະມາຊິກພາຍໃນກຸ່ມ ຈະໄດ້ນໍາເອົາຜົນຜະລິດເຂົ້າມາຂາຍ ແລະ ທັງໄດ້ທ່ອງທ່ຽວອີກດ້ວຍ, ເອົາເປັນວ່າ ຖ້າທ່ານໃດຢາກສັ່ງ ຈອງເຫັດເປັນຈໍານວນຫລາຍ ຫລື ນໍາໄປຂາຍ ສາມາດຕິດຕໍ່ໄດ້ ໂທ: 020 77827959.

ໂດຍ: ແສງຈັນ


KPL

ຂ່າວອື່ນໆ

ads
ads

Top