ພັນທະມິດການສຶກສາສິລະປະອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ສ້າງຕັ້ງຂຶ້ນຢູ່ ສປ ຈີນ

07/01/2026 17:02
Email Print 369
ຂປລ ກິດ​ຈະ​ກຳ​ ແລກ​ປ່ຽນ ສາ​ກົນ ​​ພາຍ​ໃນ​ ຂອບການ​ຮ່ວມ​ມື​ ສອງ​ຝ່າຍ​ ແລະ ​ຫລາຍ​ຝ່າຍ​ ດ້ານ​ການ​ສຶກ​ສາ​ ສິ​ລະ​ປະ ​ແລະ ​ພິ​ທີ​ສ້າງ​ຕັ້ງ​​ພັນ​ທະ​ມິດ ການ​ສຶກ​ສາ ​ສິ​ລະ​ປະ​ ອາ​ຊີ​ໃຕ້ ​ແລະ​ ອາ​ຊີ​ ຕາ​ເວັນ​ອອກ​ ສຽງ​ໃຕ້ ​ທີ່​ມະ​ຫາ​​ວິ​ທະ​ຍ​າ​ໄລ​ ສິ​ລະ​ປະ​ ແຂວງຢຸນ​ນານ ​ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຄຸນ​ໝິງ ​ແຂວງ​ຢຸນ​ນານ ຂອງ ສປ ​ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນ​ທີ 6 ມັງ​ກອນ​ນີ້, ກິດ​ຈະ​ກຳ​ ແລກ​ປ່ຽນ ສາ​ກົນ ​​ພາຍ​ໃນ​ ຂອບການ​ຮ່ວມ​ມື​ ສອງ​ຝ່າຍ​ ແລະ ​ຫລາຍ​ຝ່າຍ​ ດ້ານ​ການ​ສຶກ​ສາ​ ສິ​ລະ​ປະ ​ແລະ ​ພິ​ທີ​ສ້າງ​ຕັ້ງ​​ພັນ​ທະ​ມິດ ການ​ສຶກ​ສາ ​ສິ​ລະ​ປະ​ ອາ​ຊີ​ໃຕ້ ​ແລະ​ ອາ​ຊີ​ ຕາ​ເວັນ​ອອກ​ ສຽງ​ໃຕ້ ​ທີ່​ມະ​ຫາ​​ວິ​ທະ​ຍ​າ​ໄລ​ ສິ​ລະ​ປະ​ ແຂວງຢຸນ​ນານ ​ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຄຸນ​ໝິງ ​ແຂວງ​ຢຸນ​ນານ ຂອງ ສປ ​ຈີນ. ຜູ້​ຕາງ​ໜ້າ​ ມະ​ຫາ​ວິ​ທະ​ຍາ​ໄລ ​ສິ​ລະ​ປະ, ຜູ້​ຊ່ຽວ​ຊານ​,ນັກ​ວິ​ຊາ​ການ​ ແລະ​ອື່ນໆ​ ທີ່​ມາ​ຈາກ​ ສປ ຈີນ, ກຳ​ປູ​ເຈຍ, ສປປ ລາວ, ມາ​ເລ​ເຊຍ, ສິງ​ກະ​ໂປ,ໄທ​ ແລະ​ ປະ​ເທດ​​ອື່ນໆ​ ໄດ້​ເຕົ້າ​ໂຮມ​ກັນ ​ເພື່ອ​ແລກ​ປ່ຽນ ​ແລະ ​ຄົ້ນ​ຄວ້າ ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ ການ​ຮ່ວມ​ມື ​ດ້ານ​ການ​ສຶກ​ສາ ​ສິ​ລະ​ປະ​​ ໃນ​ລະ​ດັບພາກ​ພື້ນ.ພັນ​ທະ​ມິດ​ດັ່ງ​ກ່າວ​ ຈະ​ຊຸກ​ຍູ້​ໃຫ້​ດຳ​​ເນີນ​ການ​ຮ່ວມ​ມື​ ຢ່າງ​ເລິກ​ເຊິ່ງ ​ລະ​ຫວ່າງ​ ປະ​ເທດ​ສະ​ມາ​ຊິກ​ ໃນ​ຂົງ​ເຂດ​ການ​ສິ​ດ​ສອນ ​ແລະ ຄົ້ນ​ຄວ້າ​ ວິ​ທະ​ຍາ​ສາດ, ການ​ແລກ​ປ່ຽນ​ ດ້ານ​ອາ​ຈານ ​ເປັນ​ຕົ້ນ​ ໂດຍ​ປິ່ນ​ອ້ອ​ມ​ທັງ 3 ດ້ານ​ຄື: ການ​ບົ່ມ​ເພາະສ້າງ​ ບຸກ​ຄະ​ລາ​ກອນ, ການ​ຮ່ວມ​ມື ​ດ້ານ​ວິ​ຊາ​ການ ແລະ ການ​ບໍ​ລິ​ການ​ ທາງ​ສັງ​ຄົມ ເພື່ອ​ຮ່ວມ​ກັນ ​ຍົກ​ຄຸນ​ນະ​ພາບ ​ໂດຍ​ລວມ​ ຂອງ​ການ​ສຶກ​ສາ​ ສິ​ລະ​ປະ ​​ໃນ​ພາກ​ພື້ນ ​ໃຫ້​ສູງ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top