ຍອດການຝາກເຄື່ອງທາງໄປສະນີຂອງ ສປ ຈີນ ບັນລຸ 216 ຕື້ກວ່າອັນ ໃນປີ 2025

07/01/2026 17:15
Email Print 428
ຂປລ ປີ 2025, ຍອດ​ການ​ຝາກ​ເຄື່ອງ ​ທາງ​ໄປ​ສະ​ນີ​ຂອງ ສປ ​ຈີນ​ ໄດ້​​ບັນ​ລຸເຖິງ 216 ຕື້ 500 ລ້ານ​​ອັນ, ເພີ່ມ​ຂຶ້ນ 11,5% ເມື່ອ​ທຽບ​ໃສ່​​ປີ​ 2024. ໃນ​ນັ້ນ, ຈຳ​ນວນ​ ການ​ສົ່ງ​ເຄື່ອງ​ດ່ວນ ​ມີ​ເຖິງ 199 ຕື້​ອັນ, ເພີ່ມ​ຂຶ້ນ 13,7% ເມື່ອ​ທຽບ​ໃສ່​​ປີ​ 2024.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ຕາມ​ນັກ​ຂ່າວ​ ໄດ້​ຮັບ​ຊາບ ​ຂໍ້​ມູນ ​ຈາກກອ​ງ​ປະ​ຊຸມ​ ວຽກ​ງານ​​ ໄປ​ສະ​ນີ ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ ແຫ່ງ​ຊາດ​ຈີນ ​ຈັດ​ຂຶ້ນ​ ໃນ​ວັນ​ທີ 7 ມັງ​ກອນ​ນີ້​​ວ່າ: ປີ 2025, ຍອດ​ການ​ຝາກ​ເຄື່ອງ ​ທາງ​ໄປ​ສະ​ນີ​ຂອງ ສປ ​ຈີນ​ ໄດ້​​ບັນ​ລຸເຖິງ 216 ຕື້ 500 ລ້ານ​​ອັນ, ເພີ່ມ​ຂຶ້ນ 11,5% ເມື່ອ​ທຽບ​ໃສ່​​ປີ​ 2024. ໃນ​ນັ້ນ, ຈຳ​ນວນ​ ການ​ສົ່ງ​ເຄື່ອງ​ດ່ວນ ​ມີ​ເຖິງ 199 ຕື້​ອັນ, ເພີ່ມ​ຂຶ້ນ 13,7% ເມື່ອ​ທຽບ​ໃສ່​​ປີ​ 2024.  ປີ 2025, ລາຍ​ຮັບ​ ດ້ານ​ການ​ບໍ​ລິ​ການ​ ຂອງ​ຂະ​ແໜງ ​ການ​ໄປ​ສະ​ນີ​ຂອງ​ ສປ ຈີນ ​ໄດ້​ບັນ​ລຸ​ເຖິງ 1.800 ຕື້ຢວນ, ເພີ່ມ​ຂຶ້ນ 6,4% ເມື່ອ​ທຽບ​ໃສ່​ປີ 2024. ໃນ​ນັ້ນ, ລາຍ​ຮັບ ​ດ້ານ​ການ​ບໍ​ລິ​ການ ​ສົ່ງ​ເຄື່ອງ​ດ່ວນ​​ ມີ​ເຖິງ 1.500 ຕື້ຢວນ, ເພີ່ມ​ຂຶ້ນ 6,5% ເມື່ອ​ທຽບ​ໃສ່​ປີ 2024./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top