ສປ ຈີນ ໄຂກອງປະຊຸມສົນທະນາຂອງເຈົ້າຄອງນະຄອນໂລກ

07/01/2026 16:42
Email Print 270
ຂປລ ກອງປະຊຸມ ສົນທະນາ ຂອງເຈົ້າຄອງນະຄອນໂລກ ໄຂຂຶ້ນຢູ່ນະຄອນຮາບີນ ແຂວງເຮີ່ຍລຸງຈ່ຽງ ຂອງ ສປ ຈີນ. ເຈົ້າ ຄອງ-ຮອງເຈົ້າ ຄອງນະຄອນ, ພ້ອມດ້ວຍ ຜູ້ຕາງໜ້າ ເຈົ້າຄອງນະຄອນຕ່າງໆ ທີ່ມາຈາກການາດາ, ແຟງລັງ, ເຢຍ ລະມັນ, ເກຣັກ, ສ.ເກົາຫລີ, ໄທ, ຕູຣາເຄຍ, ສປ ຈີນ ແລະ ປະເທດອື່ນໆ ໄດ້ເຂົ້າຮ່ວມ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 6 ມັງກອນນີ້, ກອງປະຊຸມ ສົນທະນາ ຂອງເຈົ້າຄອງນະຄອນໂລກ ໄຂຂຶ້ນຢູ່ນະຄອນຮາບີນ ແຂວງເຮີ່ຍລຸງຈ່ຽງ ຂອງ ສປ ຈີນ. ເຈົ້າຄອງ-ຮອງເຈົ້າ ຄອງນະຄອນ, ພ້ອມດ້ວຍ ຜູ້ຕາງໜ້າ ເຈົ້າຄອງນະຄອນຕ່າງໆ ທີ່ມາຈາກການາດາ, ແຟງລັງ, ເຢຍລະມັນ, ເກຣັກ, ສ.ເກົາຫລີ, ໄທ, ຕູຣາເຄຍ, ສປ ຈີນ ແລະ ປະເທດອື່ນໆ ໄດ້ເຂົ້າຮ່ວມ ເພື່ອແລກປ່ຽນ ປະສົບການ ແລະ ການປະຕິບັດກ່ຽວກັບ ການພັດທະນາ ດ້ານເສດຖະກິດຫິມະ ແລະ ນ້ຳກ້ອນ ຢ່າງເລິກເຊິ່ງ.ງານຄັ້ງນີ້ ພາຍໃຕ້ຫົວຂໍ້ຫິມະ ແລະ ນ້ຳກ້ອນ ເຊື່ອມຕໍ່ທົ່ວໂລກ ຮ່ວມມື ສ້າງອະນາຄົດ ທີ່ໄດ້ຮັບຜົນປະໂຫຍດ ຮ່ວມກັນຜ່ານການທັດສະນະສຶກສາ ຢ້ຽມຢາມ ແລະ ການສົນທະນາ ໂດຍຖືນະຄອນຮາບີນ ເປັນປ່ອງຢ້ຽມ, ສະແດງ ໃຫ້ທົ່ວໂລກ ເຫັນປະສົບການ ແລະ ການປະຕິບັດ ໃນການພັດທະນາອຸດສາຫະກຳຫິມະ ແລະ ນ້ຳກ້ອນ ຂອງ ສປ ຈີນ ແລະ ດ້ານອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top