ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

07/01/2026 14:39
Email Print 463
ຂປລ ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.


ຂະນະດຽວກັນກອງປະຊຸມຄັ້ງນີ້, ແຕກຕ່າງຈາກກອງປະຊຸມໃນສະໄໝກ່ອນໆ ເນື່ອງຈາກວ່າ ໄດ້ມີໂຄງການ ການເມືອງສະບັບທີ III ຂອງພັກ ຕະຫລອດໄລຍະ 50 ກວ່າປີຜ່ານມາ ພວກເຮົາບໍ່ໄດ້ວາງໂຄງການການເມືອງ, ແຕ່ໄດ້ນຳພາດ້ວຍແນວທາງ, ແຜນຍຸດທະສາດ ແລະ ນະໂຍບາຍຂອງພັກໃນແຕ່ລະສະໄໝ.
ສະຫາຍ ຄຳມອນ ຈັນທະຈິດ ຍັງໃຫ້ຮູ້ຕື່ມວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເປັນພິເສດໂດຍສະເພາະມີໂຄງ ການການເມືອງ ສະບັບທີ III ຊຶ່ງເປັນໂຄງການການເມືອງທີ່ກຳນົດທິດທາງວິໄສທັດລະອຽດ. ໃນນີ້, ມີ 11 ນະໂຍ ບາຍໃຫຍ່ທີ່ໄດ້ກຳນົດອອກໃນໂຄງການການເມືອງ ແຕ່ນີ້ຮອດປີ 2055 ຖືວ່າໄດ້ກຳນົດຊັດເຈນ ຊຶ່ງສະແດງເຖິງ ຄວາມພິເສດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ສໍາລັບວຽກງານຂອງຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ກໍເປັນວຽກໜຶ່ງທີ່ມີຄວາມສໍາຄັນ ແລະ ເປັນກະບອກສຽງໃຫ້ແກ່ພັກ ບົນຈິດໃຈເນື້ອໃນກອງປະຊຸມດັ່ງ ກ່າວ, ພວກເຮົາຈະເອົາເນື້ອໃນກອງປະຊຸມນີ້ ໄປເຜີຍແຜ່ ແລະ ໂຄສະນາດ້ວຍພາຫະນະສື່ມວນຊົນຕ່າງໆ ເພື່ອນໍາ ເອົາຂໍ້ມູນຂ່າວສານດັ່ງກ່າວ ໃຫ້ມັນເກີດດອກອອກຜົນຕົວຈິງ. ຂະນະທີ່ຈິດໃຈທີ່ພວກເຮົາ ຢາກບັນລຸໃຫ້ໄດ້ ໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ນີ້ ກໍຄືໃນ 5 ປີຕໍ່ໜ້າຄື ເຮັດໃຫ້ເນື້ອໃນກອງປະຊຸມນີ້ ປະກົດຜົນ ເປັນຈິງຢ່າງແທ້ຈິງ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານອື່ນໆ ໄດ້ວາງເປົ້າໝາຍ ຈຸດໝາຍ ແລະ ວິໄສທັດໄວ້ຢ່າງລະອຽດຄົບຖ້ວນ.
ເພື່ອບັນລຸຈິດໃຈດັ່ງກ່າວ, ໃນນາມ ຄອສພ ກໍຄື ສະພາທິດສະດີສູນກາງພັກ ຂໍຮຽກຮ້ອງມາຍັງປະຊາຊົນ, ພະນັກງານ, ສະມາຊິກພັກ ຈົ່ງຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ມະຕິກອງປະຊຸມໃຫຍ່ປະກົດຜົນເປັນຈິງ ແລະ ກາຍເປັນຮູບປະທຳ ຕິດພັນກັບການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນທົ່ວພັກ ທົ່ວປວງຊົນ ເພື່ອເຮັດວຽກ ໃຫຍ່ໃຫ້ສຳເລັດ (ທັງແຜນ 5 ປີ ແລະ ຮອດປີ 2055). ນອກຈາກນີ້, ແຕ່ລະພາກສ່ວນຕ້ອງຍົກສູງຄວາມຮັບຜິດ ຊອບເປັນເຈົ້າການໃນສະພາບທີ່ຫຍຸ້ງຍາກ ໄປພ້ອມໆກັບການປະຕິບັດຕາມທິດຊີ້ນໍາທີ່ວ່າ “ຍິ່ງຫຍຸ້ງຍາກກໍຍິ່ງອົດ ທົນ ຍິ່ງສັບສົນກໍຍິ່ງອຸ່ນອ່ຽນ ຍິ່ງລະອຽດຂ້ຽວຂາດ ກໍຍິ່ງມີຄວາມສະຫລາດສ່ອງໃສ ຈົ່ງນໍາເອົາຄວາມສະຫລາດສ່ອງ ໃສຂອງຕົນເອງ ມາປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ: ຢ່າຕົ່ງ
KPL

ຂ່າວອື່ນໆ

ads
ads

Top