ຂປລ
ຂໍ້ມູນຈາກສຳນັກງານສື່ສານເຕັກໂນໂລຊີ ດ້ານພະລັງງານ ສ.ອາເມລິກາ (ອີໄອເອ) ຊຶ່ງເປັນໜ່ວຍງານໃນ ສັງກັດກະຊວງ ພະລັງງານລະບຸວ່າ: ເວເນຊູເອລາ ຖືຄອງຊັບພະຍາກອນ ນໍ້າມັນດິບມະຫາສານເຖິງ 303.000 ລ້ານຖັງ
ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 4 ມັງກອນ2026 ວ່າ: ຂໍ້ມູນຈາກສຳນັກງານ ສື່ສານເຕັກໂນໂລຊີ ດ້ານ ພະລັງງານ ສ.ອາເມລິກາ (ອີໄອເອ) ຊຶ່ງເປັນໜ່ວຍງານໃນສັງກັດກະຊວງ ພະລັງງານລະບຸວ່າ: ເວເນຊູເອລາ ຖືຄອງຊັບພະຍາກອນ ນໍ້າມັນດິບມະຫາສານເຖິງ 303.000 ລ້ານຖັງ, ຊຶ່ງກວມ ເອົາ ອັດຕາສ່ວນເກືອບ 1 ໃນ 5 ຂອງປະລິມານ ນໍ້າມັນສຳຮອງທົ່ວໂລກ, ຊຶ່ງຫລາຍກວ່າ ອາຣັບບີ ຊາອຸດິດ; ອີຣານ, ອີຣັກ ແລະ ສະຫະນະຄອນ ເອເມເຣັດອາຣັບ (ຢູເອອີ).
ຊຶ່ງນໍ້າມັນທີ່ພົບໃນ ເວເນຊູເອລານັ້ນ ເປັນປະເພດ ນໍ້າມັນດິບໜັກ ແລະ ມີກຳມະຖັນສູງ ຊຶ່ງຈຳເປັນຕ້ອງໃຊ້ເຄື່ອງຈັກພິເສດ ແລະ ເຕັກໂນໂລຊີຂັ້ນສູງ ໃນຂະບວນການຜະລິດ.
ເຖິງວ່າ ສ.ອາເມລິກາ ເປັນປະເທດຜູ້ຜະລິດ ລາຍໃຫຍ່ທີ່ສຸດຂອງໂລກ ໃນປັດຈຸບັນ ແຕ່ຜົນຜະລິດ ສ່ວນໃຫຍ່ເປັນປະເພດ ນໍ້າມັນດິບເບົາ ແລະ ມີກຳມະຖັນຕໍ່າ ຊຶ່ງເໝາະສຳລັບ ການຜະລິດນໍ້າມັນ ແອັດຊັງເປັນຫລັກ ແຕ່ສຳລັບການຜະລິດ ຕະພັນອື່ນເຊັ່ນ: ນໍ້າມັນກະຊວນ, ຢາງຫມາກຕອຍ ແລະ ເຊື້ອໄຟສຳລັບໂຮງງານ ອຸດສາຫະກຳ ຫລື ເຄື່ອງຈັກໜັກ ຈຳເປັນ ຕ້ອງໃຊ້ ນໍ້າມັນດິບຊະນິດໜັກຈາກ ເວເນຊູເອລາ ເປັນສ່ວນປະກອບສຳຄັນ ໃນຂະບວນການກັ່ນ. ປັດຈຸບັນ ເວເນຊູເອລາ ມີແຫລ່ງນໍ້າມັນສຳຮອງ ທີ່ພິສູດແລ້ວ ຂະໜາດໃຫຍ່ ທີ່ສຸດຂອງ ໂລກ.
KPL