ຂປລ
ປະຊາຊົນທີ່ອົບພະຍົບອອກຈາກພື້ນທີ່ຄວາມຂັດແຍ່ງທາງຊາຍແດນ ໄດ້ເລີ່ມທະຍອຍກັບພູມລຳເນົາຢ່າງ ໜ້ອຍ 167.478 ຄົນ, ຫລັງສະຖານະການຄວາມ ເຄັ່ງຕຶງຕາມຊາຍແດນລະຫວ່າງ ໄທ-ກໍາປູເຈຍ ເລີ່ມ ຜ່ອນຄາຍລົງ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງປ້ອງກັນປະເທດ ກຳປູເຈຍ ເປີດເຜີຍວ່າ: ປະຊາຊົນທີ່ອົບພະຍົບ ອອກຈາກພື້ນທີ່ຄວາມຂັດແຍ່ງ ທາງຊາຍແດນ ໄດ້ເລີ່ມທະຍອຍ ກັບ ພູມລຳເນົາ ຢ່າງໜ້ອຍ 167.478 ຄົນ, ຫລັງສະຖານະການຄວາມ ເຄັ່ງຕຶງຕາມຊາຍແດນລະຫວ່າງ ໄທ-ກໍາປູເຈຍ ເລີ່ມຜ່ອນຄາຍລົງ.
ໂດຍຖະແຫລງການ ລະບຸວ່າ ແຂວງບັນເຕີຍມຽນເຈຍ ມີຜູ້ອົບພະຍົບກັບບ້ານ ຫລາຍທີ່ສຸດຈຳນວນ 110.924 ຄົນ, ຖັດມາແມ່ນແຂວງ ອຸດອນມີໄຊ 47.594 ຄົນ ແລະ ແຂວງ ພະວິເຮຍ 8.960 ຄົນ.
ເຖິງຢ່າງໃດກໍ່ຕາມ ປັດຈຸບັນຍັງມີ ປະຊາຊົນອີກປະມານ 512.263 ຄົນ ທີ່ພັກອາໄສຢູ່ຕາມສູນພັກຊົ່ວຄາວ ແລະ ພື້ນທີ່ປອດໄພໃນຫລາຍແຂວງ.
ໃນຂະນະທີ່ ສະຖານະການດັ່ງກ່າວ ເກີດຂຶ້ນຫລັງຈາກ ກຳປູເຈຍ ແລະ ໄທ ລົງນາມໃນຖະແຫລງການຮ່ວມ ເມື່ອວັນທີ 27 ທັນວາ 2025 ຜ່ານມາ, ຊຶ່ງທັງສອງປະເທດ ຕົກລົງ ຢຸດຍິງໂດຍ ທັນທີ ຫລັງຈາກເກີດການປະທະກັນທາງທະຫານ ຕໍ່ເນື່ອງມາເປັນເວລາປະມານ 3 ອາທິດ.
KPL