ຂປລ
ປີ2025 ຜ່ານມາ, ສປ ຈີນ ໄດ້ບັນລຸ ການບຸກທະລຸຫລາຍຢ່າງ ແລະ ສ້າງສະຖິຕິເປັນຄັ້ງທຳອິດ ໃນປະຫວັດສາດ ໃນຫລາຍຂົງເຂດເຊັ່ນ: ການບິນອະວະກາດ ບັນທຸກຄົນ, ການສຳຫລວດ ອະວະກາດ, ການບິນອະວະກາດ ທາງການຄ້າແລະ ອື່ນໆ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ອົງການ ການບິນອະວະກາດ ແຫ່ງຊາດຈີນ ແຈ້ງໃຫ້ຮູ້ວ່າ: ປີ2025 ຜ່ານມາ, ສປ ຈີນ ໄດ້ບັນລຸ ການບຸກທະລຸຫລາຍຢ່າງ ແລະ ສ້າງສະຖິຕິເປັນຄັ້ງທຳອິດ ໃນປະຫວັດສາດ ໃນຫລາຍຂົງເຂດເຊັ່ນ: ການບິນອະວະກາດ ບັນທຸກຄົນ, ການສຳຫລວດ ອະວະກາດ, ການບິນອະວະກາດ ທາງການຄ້າແລະ ອື່ນໆ. ສຳລັບ ປີ2025 ຜ່ານມາ, ສປ ຈີນ ໄດ້ປະຕິບັດ ພາລະກິດ ຍິງສົ່ງດາວທຽມ ແລະ ຍານອະວະກາດເຖິງ 92 ຄັ້ງ, ສ້າງສະຖິຕິ ເປັນປະຫວັດສາດ. ປີ2025, ຈຸນັກບິນອະວະກາດ ເສີນໂຈ່ວ20 ໄດ້ປະຕິບັດພາລະກິດ ຢູ່ສະຖານີອະວະກາດ ເປັນເວລາ 204 ວັນ, ສ້າງສະຖິຕິ ການປະຕິບັດ ພາລະກິດ ຢູ່ສະຖານີ ອະວະກາດ ເປັນເວລາດົນທີ່ສຸດ ໃນປະຫວັດສາດ ການບິນອະວະກາດ ບັນທຸກຄົນຂອງ ສປ ຈີນ. ຍານອະວະກາດ ເສີນໂຈ່ວ21 ໄດ້ສ້າງສະຖິຕິ ເຊື່ອມຕໍ່ກັບ ຍານແກນກາງ ຂອງສະຖານີ ອະວະກາດ ໄວສຸດດ້ວຍເວລາພຽງ 3,5 ຊົ່ວໂມງເທົ່ານັ້ນ. ເມື່ອປະເຊີນກັບສະພາບສຸກເສີນ ທີ່ເກີດຂຶ້ນກະທັນຫັນ ຢູ່ຍານອະວະກາດ ບັນທຸກຄົນ ເສີນໂຈ່ວ21, ສປ ຈີນ ໄດ້ປະຕິບັດ ພາລະກິດ ຍິງສົ່ງຍານ ຊ່ວຍເຫລືອ ແບບສຸກເສີນ ຂຶ້ນສູ່ ອະວະກາດ ພາຍໃນເວລາ 16 ວັນ ຢ່າງສຳເລັດຜົນ ເປັນຄັ້ງທຳອິດ, ສະແດງໃຫ້ເຫັນເຖິງ ຄວາມສາມາດ ຂອງການບິນ ອະວະກາດ ບັນທຸກຄົນຂອງ ສປ ຈີນ ໃນການຮັບມືກັບ ເຫດການສຸກເສີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL