ຊາວຕ່າງປະເທດ ເຂົ້າເມືອງຈີນ ຜ່ານທາງລົດໄຟລາວ-ຈີນ ດ້ວຍການຍົກເວັ້ນວີຊາ ເພີ່ມຂຶ້ນ 48% ປີ

05/01/2026 11:33
ຂປລ ດ່ານກວດກາ ຄົນເຂົ້າ-ອອກເມືອງ ບໍ່ຫານ ແຂວງຢຸນນານ ຂອງ ສປ ຈີນໃຫ້ຮູ້ວ່າ: ປີ 2025,ຜູ້ໂດຍສານທີ່ມາຈາກ 110 ປະເທດ ແລະ ເຂດ ແຄວ້ນ ທີ່ເຂົ້າ-ອອກເມືອງຈີນ ຜ່ານທາງລົດໄຟລາວ-ຈີນ ລວມທັງໝົດ ມີຫລາຍກວ່າ 290.000 ເທື່ອຄົນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ດ່ານກວດກາ ຄົນເຂົ້າ-ອອກເມືອງ ບໍ່ຫານ ແຂວງຢຸນນານ ຂອງ ສປ ຈີນໃຫ້ຮູ້ວ່າ: ປີ 2025,ຜູ້ໂດຍສານທີ່ມາຈາກ 110 ປະເທດ ແລະ ເຂດ ແຄວ້ນ ທີ່ເຂົ້າ-ອອກເມືອງຈີນ ຜ່ານທາງລົດໄຟລາວ-ຈີນ ລວມທັງໝົດ ມີຫລາຍກວ່າ 290.000 ເທື່ອຄົນ. ໃນ  ຜູ້ເຂົ້າ-ອອກເມືອງ ເຫລົ່ານັ້ນ, ຄົນຕ່າງປະເທດ ມີຫລາຍກວ່າ 50.000 ເທື່ອຄົນ, ເພີ່ມຂຶ້ນ ຫລາຍກວ່າ 34% ເມື່ອທຽບໃສ່ ປີ2024, ໃນນັ້ນ ຄົນຕ່າງປະເທດ ທີ່ຍົກເວັ້ນວີຊາ ມີຫລາຍກວ່າ 13.400 ເທື່ອຄົນ, ເພີ່ມຂຶ້ນ 48% ເມື່ອທຽບໃສ່ປີ2024.ນັບມາຮອດ ວັນທີ 31 ທັນວາ ປີ 2025, ຜູ້ໂດຍສານເຂົ້າ-ອອກເມືອງຈີນ ຜ່ານຂະບວນ ລົດໄຟສາກົນ ຂອງເສັ້ນທາງ ລົດໄຟລາວ-ຈີນ ທີ່ມາຈາກ 123 ປະເທດ ແລະ ເຂດແຄວ້ນ ມີຫລາຍກວ່າ 710.000 ເທື່ອຄົນ, ໃນນັ້ນຄົນຕ່າງປະ ເທດ ມີຫລາຍກວ່າ 55.000 ເທື່ອຄົນຄົນຕ່າງປະເທດ ທີ່ຍົກເວັ້ນວີຊາ ມີຫລາຍກວ່າ 24.000 ເທື່ອຄົນຜູ້ໂດຍສານ ສັນຊາດລາວໄທ ແລະ ມາເລເຊຍ ເປັນອັນດັບ ແຕ່ທີ 1-3 ຕາມລຳດັບ, ເຫດຜົນ ເຂົ້າເມືອງຈີນ ທີ່ຢູ່ອັນດັບແຖ້ວໜ້າ ແມ່ນການທ່ອງທ່ຽວປະຊຸມທຸລະກິດ ແລະ ຢ້ຽມຢາມ ຍາດພີ່ນ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top