ຂປລ
ປີ 2025, ໃນສະພາບການ ເສດຖະກິດທົ່ວໂລກ ມີການຜັນປ໋ຽນ ຫລາຍຢ່າງ, ຂະແໜງສິນໃນນ້ຳ ຫວຽດນາມ ຍັງຮັກ ສາ ທ່າເຕີບໂຕ ທີ່ຕັ້ງໜ້າ ດ້ວຍ ຍອດ ປະລິມານ ບັນລຸເກືອບ 9,95 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີ 2024 ແລະ ລື່ນກາຍ ແຜນການວາງອອກ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ປີ 2025, ໃນສະພາບການ ເສດຖະກິດທົ່ວໂລກ ມີການຜັນປ໋ຽນ ຫລາຍຢ່າງ, ຂະແໜງສິນໃນນ້ຳ ຫວຽດນາມ ຍັງຮັກສາທ່າເຕີບໂຕ ທີ່ຕັ້ງໜ້າ ດ້ວຍ ຍອດ ປະລິມານ ບັນລຸເກືອບ 9,95 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີ 2024 ແລະ ລື່ນກາຍ ແຜນການວາງອອກ. ຍອດມູນຄ່າການສົ່ງອອກສິນໃນນ້ຳ ຄາດວ່າ ບັນລຸກ່ວາ 11 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7,8% ເມື່ອທຽບໃສ່ ແຜນການ ແລະ ເພີ່ມຂຶ້ນ 12,7%ເມື່ອທຽບໃສ່ປີກ່ອນ. ນີ້ແມ່ນປີ ການສົ່ງອອກ ສິນໃນນ້ຳ ຕ້ອງຜະເຊີນໜ້າກັບ ກຳລັງດັນຫລາຍຢ່າງ, ຈາກພາສີ ສົມທົບ ຂອງ ສ.ອາເມ ລິກາ, ຄວາມສ່ຽງຈັດວາງ ອັດຕາພາສີ ຕ້ານການຂາຍ ບູບລາຄາ ສຳລັບ ກຸ້ງ, ຄ່າໃຊ້ຈ່າຍເພີ່ມຂຶ້ນ ຈາກບບັນດາຮົ່ວກີດຂວາງ ດ້ານເຕັກນິກນັບມື້ ນັບເຄັ່ງຄັດ. ເຖິງຢ່າງໃດກໍຕາມ, ການສົ່ງອອກ ສິນໃນນ້ຳ ຍັງຮັບຮູ້ ບັນດາບາດກ້າວ ເຕີບໂຕ ລື່ນກາຍ ລະບັດ ຄາດຄະເນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL