ໄທ ລົງປະຊາມະຕິ ກ່ຽວກັບ ລັດຖະທຳມະນູນ ໃນວັນເລືອກຕັ້ງທົ່ວປະເທດ

05/01/2026 11:33
ຂປລ ຈົດໝາຍ ທາງລາຊະການຂອງໄທ ໄດ້ລົງຂໍ້ຕົກລົງຂອງລັດຖະບານປະເທດນີ້ ທີ່ກຳນົດ ວັນທີ 8 ກຸມພານີ້ ແມ່ນວັນ ຜູ້ມີສິດເລືອກຕັ້ງໄທ ໄດ້ໄປລົງ ປະຊາມະຕິ ກ່ຽວກັບເລື່ອງ ເຂົາເຈົ້າສະໜັບສະໜູນໃຫ້ແກ່ ການຮຽບຮຽງ ລັດຖະ ທຳມະນູນ ສະບັບໃໝ່

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຈົດໝາຍ ທາງລາຊະການຂອງໄທ ໄດ້ລົງຂໍ້ຕົກລົງຂອງລັດຖະບານປະເທດນີ້ ທີ່ກຳນົດ ວັນທີ 8 ກຸມພານີ້ ແມ່ນວັນຜູ້ມີສິດເລືອກຕັ້ງໄທ ໄດ້ໄປລົງ ປະຊາມະຕິ ກ່ຽວກັບເລື່ອງ ເຂົາເຈົ້າສະໜັບສະໜູນໃຫ້ແກ່ ການຮຽບຮຽງ ລັດຖະທຳມະນູນ ສະບັບໃໝ່ ເພື່ອປ່ຽນແທນ ລັດຖະທຳມະນູນ ສະບັບ ພວມປະກາດໃຊ້ (ລັດຖະທຳມະນູນ ສະບັບ ອອກໃນປີ 2017) ຫລື ບໍ່, ການລົງປະຊາມະຕິ ກ່ຽວກັບ ລັດຖະທຳມະນູນ ຈະໄດ້ດຳເນີນກົງກັບ ວັນເລືອກຕັ້ງທົ່ວປະເທດ ໃນວັນທີ 8 ກຸມພາ ຢູ່ໄທ. ກ່ອນໜ້ານັ້ນ, ວິວັດການຈົດທະບຽນ ໃຫ້ແກ່ບັນດາ ຜູ້ອອກ ສະໝັກ ເລືອກຕັ້ງ ສະມາຊິກ ລັດຖະສະພາ ຕາມເຂດເລືອກຕັ້ງ ແລະ ຕາມບັນຊີ ລາຍຊື່ພັກ ໄດ້ປະຕິບັດ ສຳເລັດ ໃນວັນທີ 31 ທັນວາ 2025. ຍອດຈຳນວນ ຜູ້ອອກສະໝັກ ຮັບເລືອກຕັ້ງມີ 3.526 ທ່ານ ຕາມເຂດເລືອກຕັ້ງ ທີ່ມາຈາກ 60 ພັກການເມືອງ, ຜູ້ອອກສະໝັກ ເລືອກຕັ້ງ 1.570 ທ່ານ ຕາມບັນຊີ ລາຍຊື່ພັກ ທີ່ມາຈາກ 57 ພັກ ແລະ ຜູ້ອອກສະໝັກ ຮັບເລືອກຕັ້ງ ນາຍົກລັດຖະມົນຕີ 94 ທ່ານ ໂດຍມີ 43 ພັກ ສະເໜີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top