ຖ້ຳກອງລໍ ອີກໜຶ່ງສະຖານທີ່ທ່ອງທ່ຽວທຳມະຊາດທີ່ສວຍງາມ ຍັງລໍຄອຍທ່ານໄປສຳຜັດ

22/12/2025 11:48
ຂປລ ຂປລ. ຖ້ຳກອງລໍ ແຂວງຄຳມ່ວນ ກໍແມ່ນອີກໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມ ແລະ ກຳລັງເປັນທີ່ນິຍົມຊົມຊອບ, ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດແມ່ນແວະວຽນມາທ່ຽວຊົມຖ້ຳ, ເບິ່ງສິ່ງມະຫັດສະຈັນທີ່ທຳມະຊາດສ້າງຂຶ້ນພາຍໃນຖ້ຳ ເຊັ່ນ ຜາຫີນ, ນົມຜາ, ຫີນຍ້ອຍ, ນ້ຳຍ້ອຍ ແລະ ອື່ນໆ.

ຂປລ. ຖ້ຳກອງລໍ ແຂວງຄຳມ່ວນ ກໍແມ່ນອີກໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມ ແລະ ກຳລັງເປັນທີ່ນິຍົມຊົມຊອບ, ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດແມ່ນແວະວຽນມາທ່ຽວຊົມຖ້ຳ, ເບິ່ງສິ່ງມະຫັດສະຈັນທີ່ທຳມະຊາດສ້າງຂຶ້ນພາຍໃນຖ້ຳ ເຊັ່ນ ຜາຫີນ, ນົມຜາ, ຫີນຍ້ອຍ, ນ້ຳຍ້ອຍ ແລະ ອື່ນໆ.

ຖ້ຳກອງລໍ ຕັ້ງຢູ່ລະຫວ່າງບ້ານນາຕານ ແລະ ບ້ານກອງລໍ ເມືອງຄູນຄຳ ແຂວງຄຳມ່ວນ, ຖືກສຳຫລວດ ແລະ ຄົ້ນພົບໃນປີ 1995 ແລະ ສືບຕໍ່ພັດທະນາເປັນແຫລ່ງທ່ອງທ່ຽວໃນປີ 2002 ພາຍໃນຖ້ຳໃຫ້ມີສິ່ງອຳນວຍຄວາມສະດວກຫລາຍຢ່າງລວມມີຂັ້ນໄດ, ໄຟເຍືອງ ແລະ ເຮືອຈັກທີ່ພານັກທ່ອງທ່ຽວໄປຊົມຕາມຈຸດສຳຄັນຕ່າງໆພາຍໃນຖ້ຳ. ຖ້ຳກອງລໍ ມີຄວາມຍາວປະມານ 7 ພັນກວ່າແມັດ, ມີຄວາມກວ້າງປະມານ 30 ແມັດ ແລະ ມີຄວາມສູງແຕກຕ່າງກັນໄປມີບາງບ່ອນສູງແຕ່ 20 ແມັດຫາ 100, ພາຍໃນຖ້ຳນັກທ່ອງທ່ຽວສາມາດຂີ່ເຮືອຈັກຫາງຍາວຊົມຄວາມສວຍງາມພ້ອມກີ່ນອາຍ ແລະ ນ້ຳໃສໄຫລເຢັນ ທີ່ເປັນເອກະລັກຂອງຖ້ຳກອງລໍໄດ້ຢ່າງໃກ້ຊິດ, ສຳຜັດໄດ້ເຖິງຄວາມງົດງາມອາລັງການຂອງທຳມະຊາດພາຍໃນຖ້ຳ ໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳ ແລ້ວກໍສາມາດລົງຈາກເຮືອແວ່ທ່ຽວຊົມ ທິວທັດ ແລະ ຍ່າງເລາະຫລິ້ນຕາມ ຫາດຊາຍຂາວ ດ້ວຍການສຳຜັດກັບອາກາດທີ່ເຢັນ ສະບາຍ ພາຍໃຕ້ບັນຍາກາດອັນສວຍສົດງົດງາມເປັນທີ່ຈັບອົກຈັບໃຈທີ່ສຸດ. ສ່ວນດ້ານໜ້າຂອງຖ້ຳຍັງເປັນຫາດຊາຍ ເໝາະສຳລັບພັກຜ່ອນກັບສາຍລົມ ແລະ ແສງແດດ ສາມາດລົງອາບນ້ຳໃສເຢັນໄດ້ຕະຫລອດເວລາ, ສິ່ງສຳຄັນຢ່າງໜຶ່ງທີ່ມາທ່ຽວຖ້ຳກອງລໍແລ້ວຕ້ອງໄດ້ມາເບິ່ງວັງສະຫງວນທີ່ໜ້າຖ້ຳ ແລະ ຮ່ວມກິດຈະກຳເກືອປາເປັນໝູ່ເປັນພຶງ ເຊິ່ງເປັນອີກກິດຈະກຳໜຶ່ງທີ່ບໍ່ຄວນພາດ.  

ແນວໃດກໍດີ, ຖ້ຳກອງລໍ ໄດ້ຖືກຂະໜານນາມວ່າ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ໜ້າປະທັບໃຈທີ່ສຸດຂອງລາວ ເຊິ່ງນັກທ່ອງທ່ຽວທີ່ເຂົ້າໄປໃນຖ້ຳຈະໄດ້ຢູ່ໃນຄວາມມືດໃນຂະນະທີ່ເຮືອຫາງຍາວລ່ອງໄປຕາມແມ່ນ້ຳ, ນັກທ່ອງທ່ຽວ ແລະ ຊາວບ້ານທີ່ເຂົ້າໄປຈະມີໄຟສາຍຄົນລະອັນເພື່ອໃຊ້ໃນການສ່ອງເບິ່ງຖ້ຳ ແລະ ເສັ້ນທາງໃນຂະນະທີ່ລ່ອງເຮືອ, ແສງໄຟຈາກໂຄມໄຟທີ່ກະທົບໃສ່ຫີນຍ້ອຍ-ຫີນປູນຈະປະກາຍແສງເຫລື້ອຍຫຍິບຍັບດັ່ງກັບເພັດພອຍອັນເຮັດສະດຸດຕາຕ້ອງໃຈ, ສ້າງຄວາມປະທັບໃຈໃຫ້ກັບຜູ້ພົບເຫັນເໜືອນເວນມົນສະກົດຈິດໃຈກໍວ່າໄດ້, ເມື່ອໄປຮອດບໍລິເວນປາຍຖ້ຳ, ທ່ານຈະໄດ້ເຫັນແສງແດດທີ່ຄ່ອຍໆສາດສ່ອງເຂົ້າມາໃນຖ້ຳ, ນັກທ່ອງທ່ຽວຈະໄດ້ໄປຢ້ຽມຢາມໝູ່ບ້ານນ້ອຍໆຊື່ວ່າ: ບ້ານ ນາຕານ ເຊິ່ງຈະມີຮ້ານຄ້າທີ່ທ່ານສາມາດຊື້ອາ ຫານຫວ່າງ ແລະ ເຄື່ອງຫັດຖະກຳຕ່າງໆໄດ້. ນອກຈາກນັ້ນ, ຍັງມີລົດຖີບໃຫ້ທ່ານໄດ້ເຊົ່າ ແລະ ຂີ່ສຳຫລວດ ຖ້າທ່ານຕ້ອງການຈະສຳຫລວດພູເຂົາໄດ້ໂດຍຈະມີໄກ້ນຳທ່ຽວທ້ອງຖິ່ນພາໄປ.

ຖໍ້າກອງລໍ-ນາຕານ ຖືກຄົ້ນພົບແຕ່ສະ​ຕະວັດທີ XVI, ໃນຊຸມປີ 1960 ເລີ່ມນຳໃຊ້ ເຮືອຫາງຍາວເປັນພາຫະນະເດີນທາງ ໄປ-ຜ່ານຖ້ຳແຫ່ງນີ້ ຂອງຄົນທ້ອງຖິ່ນ. ການສໍາຫລວດຢ່າງຈິງຈັງ ເປັນຄັ້ງທໍາອິດ ເລີ່ມໃນເດືອນກຸມພາ 1995 ແລະ ພົບວ່ານັກທ່ອງທ່ຽວ ສາມາດ ຂີ່ເຮືອຈັກຫາງ ຍາວແລ່ນລອດເຂົ້າຖໍ້າ ແລະ ຜ່ານອອກອີກດ້ານອື່ນ ເຊິ່ງຫລຸດຜ່ອນເວລາໃນການສັນຈອນຈາກ 2 ຊົ່ວໂມງມາເປັນປະມານ 1 ຊົ່ວໂມງ. ດ້ວຍເຫດນີ້, ອຸມົງຂອງຖ້ຳນີ້ ຈຶ່ງເປັນເສັ້ນທາງການທ່ອງທ່ຽວທາງເຮືອ ໂດຍເກີດຂຶ້ນ ແລະ ຖືກນໍາໃຊ້ ທົ່ວໄປນັບແຕ່ປີ 2002 ເປັນຕົ້ນມາ. ປັດຈຸບັນນີ້ອຸມົງ ລອດ ຖ້ຳສາຍນີ້ ຈຶ່ງເປັນເສັ້ນທາງຄົມມະນະຄົມ ເຊື່ອມຕໍ່ລະຫວ່າງບ້ານກອງລໍ ຫາບ້ານນາຕານ.ພ້ອມທັງໄດ້ຮັບການປັບປຸງພັດທະນາ ແລະ ເປີດໃຫ້ບໍລິການແຕ່ປີ 2002 ເປັນຕົ້ນມາ ຈົນຮອດປັດຈຸບັນ.ເຖິງແນວໃດກໍໄດ້ຖ້ຳດັ່ງກ່າວໄດ້ສືບຕໍ່ພັດທະນາຂຶ້ນມາເລື້ອຍໆຈົນກາຍເປັນສະຖານທີ່ທ່ອງທ່ຽວທີ່ສາມາດອຳນວຍຄວາມສະດວກດ້ານຕ່າງໆໃຫ້ກັບແຂກຄົນທີ່ມາຢາມ ແລະ ກາຍເປັນອີກໜຶ່ງສະຖານທີ່ທີ່ມີຊື່ສຽງຂອງແຂວງຄຳມ່ວນ, ສາມາດດຶງດູດນັກທ່ອງເຂົ້າມາທ່ຽວບໍ່ໄດ້ຂາດ, ພ້ອມນັ້ນແຫລ່ງທ່ອງທ່ຽວຖ້ຳກອງລໍຫ ຍັງມີຫລາຍກິດຈະກຳອັນສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ ເຊັ່ນ: ກິດຈະກຳຂີ່ເຮືອລອດຖ້ຳ, ຂີ່ເຮືອກາຍັກ, ຍ່າງປ່າ, ຍ່າງຂ້າມພູ, ເກືອປາທີ່ວັງສະຫງວນ ແລະ ອື່ນໆ. ພ້ອມນີ້, ຍັງມີສິ່ງອຳນວຍຄວາມສະດວກເຮືອນພັກ 12 ແຫ່ງ ສາມາດຮັບແຂກໄດ້ປະມານ 200 ຄົນຕໍ່ວັນ ແລະ ມີໂຮມສະເຕ ປະມານ 20 ກວ່າແຫ່ງ ໄວ້ຄອຍບໍລິການແຂກຄົນທີ່ມີຈຸດປະສົງຢາກພັກຄ້າງຄືນນຳອີກ.

KPL

ຂ່າວອື່ນໆ

ads
ads

Top