ຂປລ
ໂດຍການຕົກລົງ ຮ່ວມກັນ ລະຫວ່າງ ສປ ຈີນ ກັບ ສ.ອາເມລິກາ, ທ່ານ ເຮີລີ້ເຟີ່ງ ກຳມະການ ກົມການເມືອງ ສູນ ກາງພັກ ກອມມູນິດຈີນ, ຮອງນາຍົກ ລັດຖະ ມົນຕີຈີນ ຈະນຳພາຄະນະຜູ້ແທນ ເດີນທາງໄປ ມາເລເຊຍ ເພື່ອເຂົ້າ ຮ່ວມ ກອງປະຊຸມ ປຶກສາຫາລື ດ້ານເສດຖະກິດ ການຄ້າກັບ ສ.ອາເມລິກາ ລະຫວ່າງ ວັນທີ 24 ຫາ 27 ຕຸລານີ້.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໂດຍການຕົກລົງ ຮ່ວມກັນ ລະຫວ່າງ ສປ ຈີນ ກັບ ສ.ອາເມລິກາ, ທ່ານ ເຮີລີ້ເຟີ່ງ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ຮອງນາຍົກ ລັດຖະ ມົນຕີຈີນ ຈະນຳພາຄະນະຜູ້ແທນ ເດີນທາງໄປ ມາເລເຊຍ ເພື່ອເຂົ້າຮ່ວມ ກອງປະຊຸມ ປຶກສາຫາລື ດ້ານເສດຖະກິດ ການຄ້າກັບ ສ.ອາເມລິກາ ລະຫວ່າງ ວັນທີ 24 ຫາ 27 ຕຸລານີ້. ໂດຍສອງຝ່າຍ ຈະຫາ ລື ບັນຫາສຳຄັນ ໃນການພົວພັນ ດ້ານເສດຖະກິດ ການຄ້າຈີນ-ອາເມລິ ກາ ໂດຍອີງຕາມເນື້ອໃນ ສຳຄັນ ທີ່ໄດ້ຫາລືກ່ອນໜ້ານີ້ ຜ່ານໂທລະສັບ ລະຫວ່າງ ປະມຸກລັດ ສອງປະເທດ ນັບແຕ່ຕົ້ນປີ ນີ້ມາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL