10 ປີຜ່ານມາ ຜະເຊີນກັບ ສະພາບ ອາກາດຮ້ອນສຸດ ໃນປະຫວັດສາດ

23/10/2025 21:09
ຂປລ ບົດລາຍງານ​ສະ​ບັບຫລ້າສຸດ ສະແດງໃຫ້ເຫັນວ່າ: 10 ປີ​ຜ່ານ​ມາ ແມ່ນ 10 ປ ທີ່ມີ​ສະ​ພາບ​ອາ​ກາດ​ ຮ້ອນ​ທີ່​ສຸດ​ ໃນ​ການ​ບັນ​ທຶກ ​ຂອງ​ປະ​ຫວັດ​ສາດ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 22 ຕຸ​ລານີ້, ທ່ານ ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ ສະ​ຫະ ປ​ະ​ຊາ​ຊາດ (ສປຊ)​ ໄດ້ເຂົ້າຮ່ວມ ກອງປະຊຸມ ວິ​ສາ​ມັນ ​ຂອງກອງ ປະຊຸມ ອຸ​ຕຸ​ນິ​ຍົມ​ໂລກ. ພ້ອມທັງ ໄດ້ກ່າວເນັ້ນໜັກວ່າ: ວິກິດການປ່ຽນ​ແປງ ດິນຟ້າອາກາດ ພວມ​ເຮັດ​ໃຫ້ໂລກ ໄປສູ່ຂອບ​ເຫວ ອັນຕະລາຍ. ບົດລາຍງານ​ສະ​ບັບຫລ້າສຸດ ສະແດງໃຫ້ເຫັນວ່າ:  10 ປີ​ຜ່ານ​ມາ ແມ່ນ 10 ປ ທີ່ມີ​ສະ​ພາບ​ອາ​ກາດ​ ຮ້ອນ​ທີ່​ສຸດ​ ໃນ​ການ​ບັນ​ທຶກ ​ຂອງ​ປະ​ຫວັດ​ສາດ, ອຸນຫະພູມ ທາງທະເລສູງຂຶ້ນ ​ແລະ ​ສ້າງ​ສະ​ຖິ​ຕິ​ໃໝ່ເລື້ອຍໆ, ເຊິ່ງສິ່ງນີ້​ ໄດ້​ທຳ​ລາຍ ລະບົບນິເວດ ​ຢ່າງ​ຮ້າຍ​ແຮງ. ນອກຈາກນີ້, ສະພາບອາກາດ ທີ່ຮຸນແຮງ ຜິດປົກກະຕິ ເກີດຂຶ້ນຢ່າງ​ຕໍ່​ເນື່ອງ ກໍ່​ໃຫ້​ເກີດໄຟໄໝ້, ນໍ້າຖ້ວມ, ພາຍຸ ແລະ ຄື້ນອາກາດຮ້ອນ ໄດ້​ຂົ່ມ​ຂູ່ ຕໍ່ທຸກປະເທດ, ສ່ວນປະເທດ ທີ່ທຸກຍາກ ແລະ ອ່ອນແອ ທີ່ສຸດ, ໂດຍສະເພາະ ແມ່ນປະເທດ ​ເກາະ​ດອນນ້ອຍ​ ທີ່ພວມພັດທະນາ ແລະ ປະເທດ ດ້ອຍພັດທະນາທີ່ສຸດ, ລ້ວນ​ແຕ່​ ໄດ້ຮັບ​ຜົນ​ກະ​ທົບ​ ແລະ​ເສຍ​ຫາຍສູງທີ່ສຸດ./.

 (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top