ໄທ ປະກາດ ມາດຕະການຫລາຍຂໍ້ ເພື່ອເພີ່ມຄວາມປອດໄພ ໃຫ້ນັກທ່ອງທ່ຽວຈີນ

23/10/2025 21:08
ຂປລ ລັດຖະບານໄທ ໃຫ້ຄວາມສຳຄັນຢ່າງສູງ ຕໍ່ນັກທ່ອງທ່ຽວຈີນ ໂດຍໄດ້ປະ​ກາດ ມາດຕະການ ຫລາຍ​ຂໍ້ ​ເພື່ອ​ຮັບ​ປະ​ກັນ ຄວາມປອດໄພ ສຳລັບ ນັກທ່ອງທ່ຽວຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 22 ຕຸ​ລານີ້, ກະຊວງທ່ອງທ່ຽວ ແລະ ກິລາ ຂອງໄທ ປະກາດວ່າ: ລັດຖະບານໄທ ໃຫ້ຄວາມສຳຄັນຢ່າງສູງ ຕໍ່ນັກທ່ອງທ່ຽວຈີນ ໂດຍໄດ້ປະ​ກາດ ມາດຕະການ ຫລາຍ​ຂໍ້ ​ເພື່ອ​ຮັບ​ປະ​ກັນ ຄວາມປອດໄພ ສຳລັບ ນັກທ່ອງທ່ຽວຈີນ. ປັດຈຸບັນ, ໃນທົ່ວປະເທດໄທ ມີສູນບໍລິການ ນັກທ່ອງທ່ຽວ ທັງໝົດ 79 ແຫ່ງ ໂດຍໃຊ້​ຫລາຍ​ພາ​ສາ​ ເຊິ່ງລວມ​ທັງ ພາສາຈີນ. ນັກທ່ອງທ່ຽວ ທີ່​ພົບ​ຄວາມ ອັນຕະລາຍຢູ່ໄທ ສາມາດ ໂທຫາສາຍດ່ວນ ຕຳຫລວດ​ ທ່ອງທ່ຽວ 1.155 ຄັ້ງ ໂດຍ​ໃຫ້ບໍລິການ ດ້ວຍພາສາຈີນ ຫລື ​ກົດເຂົ້າ App “ຕຳຫລວດທ່ອງທ່ຽວໄທເພື່ອແຈ້ງ​ ຕຳ​ຫລວດ ລາຍງານເຫດການ. ນອກຈາກນີ້, ໄທ ຍັງໄດ້ຕິດຕັ້ງກ້ອງ​ວົງ​ຈອນ ​ຮັກ​ສາ​ຄວາມ​ປອດ​ໄພ ຫລາຍໜ່ວຍ ຢູ່​ແຫລ່ງທ່ອງທ່ຽວ ທີ່ສຳຄັນ. ພ້ອມກັນນັ້ນ, ໄທ ຍັງມີແຜນ ຈະເປີດ​ບໍ​ລິ​ການ ປະກັນໄພ ທ່ອງທ່ຽວ ສຳລັບ ນັກທ່ອງທ່ຽວ ຕ່າງປະເທດ. ຂໍ້ມູນຈາກ ກະຊວງທ່ອງທ່ຽວ ແລະ ກິລາຂອງໄທ ສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 1 ມັງກອນຫາວັນທີ 30 ກັນຍາປີນີ້, ຈຳນວນ ນັກທ່ອງ ທ່ຽວຈີນ ທີ່ໄປທ່ຽວໄທ ຫລາຍກວ່າ 3.417.000 ເທື່ອຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top