ສປ ຈີນ-ຝຣັ່ງ ຈັດການສົນທະນາດ້ານຍຸດທະສາດ

17/10/2025 07:32
Email Print 171
ຂປລ ທ່ານ ຫວາງຢີ້ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຈີນ ຫົວໜ້າຫ້ອງການ ຄະນະກຳມະການ ວຽກງານ ການຕ່າງປະເທດ ສູນກາງຮ່ວມກັບ ທ່ານ ແອມມານູແອນ ໂບເນ ທີ່ປຶກສາວຽກງານ ການຕ່າງປະເທດ ຂອງປະທານາທິບໍດີຝຣັ່ງ ໄດ້ຈັດການສົນທະນາ ດ້ານຍຸດທະສາດ ລະຫວ່າງ ສປ ຈີນ-ຝຣັ່ງ ຄັ້ງທີ 27 ຢູ່ນະຄອນຫາງໂຈ່ວ ຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 15 ຕຸລານີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຈີນ ຫົວໜ້າຫ້ອງການ ຄະນະກຳມະການ ວຽກງານ ການຕ່າງປະເທດ ສູນກາງຮ່ວມກັບ ທ່ານ ແອມມານູແອນ ໂບເນ ທີ່ປຶກສາວຽກງານ ການຕ່າງປະເທດ ຂອງປະທານາທິບໍດີຝຣັ່ງ ໄດ້ຈັດການສົນທະນາ ດ້ານຍຸດທະສາດ ລະຫວ່າງ ສປ ຈີນ-ຝຣັ່ງ ຄັ້ງທີ 27 ຢູ່ນະຄອນຫາງໂຈ່ວ ຂອງ ສປ ຈີນ. ທ່ານ ຫວາງຢີ້ ກ່າວວ່າ: ສປ ຈີນ ຍິນດີເພີ່ມທະວີ ການໄປມາຫາສູ່ກັນ ລະຫວ່າງ ການນຳຂັ້ນສູງ ສປ ຈີນ-ຝຣັ່ງ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນ ດ້ານຍຸດທະສາດ, ຊຸກຍູ້ການຮ່ວມມື ທຸກທິດທາງ,​ ພ້ອມເພີ່ມທະວີ ການປະສານງານຫລາຍຝ່າຍ ພາຍໃຕ້ຂອບ ອົງການ ສະຫະປະຊາຊາດ ແລະ ຫວັງວ່າ ຝຣັ່ງ ຈະຊຸກຍູ້ ໃຫ້ສະຫະພາບ ເອີຣົບ ຍຶດໝັ້ນ ຄວາມເປັນເຈົ້າຕົນເອງ ດ້ານຍຸດທະສາດ ຢ່າງແທ້ຈິງ, ສ້າງຄວາມຮັບຮູ້ຕໍ່ ສປ ຈີນ ຢ່າງຖືກຕ້ອງ.ໃນໂອກາດດັ່ງກ່າວ ທ່ານ ແອມມານູແອນ ໂບເນກ່າວວ່າ: ຫວັງວ່າ ການຮ່ວມມືກັບ ສປ ຈີນ ຖືຈິດໃຈ ສະເໝີພາບກັນແລະ ຕ່າງຝ່າຍ ຕ່າງໄດ້ຜົນປະໂຫຍດ, ສືບຕໍ່ເພີ່ມທະວີ ການຮ່ວມມື ຕົວຈິງ ດ້ານເສດຖະກິດການຄ້າ, ພະລັງງານນິວເຄຣຍ ທີ່ໃຊ້ສຳລັບພົນລະເຮືອນ ແລະ ຂົງເຂດອື່ນໆ. ຝຣັ່ງ ຄັດຄ້ານການກໍ່ສົງຄາມການຄ້າ, ຄັດຄ້ານ ການເປັນ ປໍລະປັກກັນລະຫວ່າງ ກຸ່ມຕ່າງໆ. ຍິນດີ ເສີມຂະຫຍາຍບົດບາດ ຢ່າງຕັ້ງໜ້າ ເຂົ້າໃນການເພີ່ມທະວີ ການສົນທະນາ ແລະ ການຮ່ວມມື ລະຫວ່າງ ເອີຣົບ-ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top