ສປ ຈີນ ຍົກສູງບົດບາດແມ່ຍິງ ໃນວຽກງານການດ້ານການພັດທະນາໃນຕໍ່ໜ້າ

17/10/2025 07:33
Email Print 165
ຂປລ ໃນ​ເວ​ລາ​ເຂົ້າ​ຮ່ວມ ​ພິ​ທີ​ເປີດ ກອງ​ປະ​ຊຸມ ​ສຸດຍອດ ​ແມ່​ຍິງ​ໂລກ, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ ​ໄດ້​ກ່າວ​ວ່າ: “ໃນ​ຂະ​ບວນ​ການ​ໃໝ່ ​ແຫ່ງ​ການ​ສ້າງ ​ຄວາມ​ທັນ​ສະ​ໄໝ ​ແບບ​ຈີນ​, ແມ່​ຍິງ​ທຸກ​ຄົນ ກໍແມ່ນ​ ນາງ ​ເອກ!”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນ​ເວ​ລາ​ເຂົ້າ​ຮ່ວມ ​ພິ​ທີ​ເປີດ ກອງ​ປະ​ຊຸມ ​ສຸດຍອດ ​ແມ່​ຍິງ​ໂລກ, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ ​ໄດ້​ກ່າວ​ວ່າ: “ໃນ​ຂະ​ບວນ​ການ​ໃໝ່ ​ແຫ່ງ​ການ​ສ້າງ ​ຄວາມ​ທັນ​ສະ​ໄໝ ​ແບບ​ຈີນ​, ແມ່​ຍິງ​ທຸກ​ຄົນ ກໍແມ່ນ​ ນາງ ​ເອກ!” ​ຄຳ​ປາ​ໄສ​ຂອງ​ ທ່ານ ສີ ​ຈິ້ນ​ຜິງ ​ໄດ້​ເຮັດ​ໃຫ້​ແມ່​ຍິງ ​ແລະ ​ຜູ້​ເຮັດ​ວຽກ ກ່ຽວ​ກັບ​ແມ່​ຍິງ​ ຂອງ ສປ ​ຈີນ ​ອັນ​ໄພ​ສານ ​ໄດ້​ຮັບ​ກຳ​ລັງ​ໃຈ ​ຢ່າງ​ເລິກ​ເຊິ່ງ, ໂດຍ​ສະ​ແດງວ່າ: ແມ່​ຍິງ ​ແລະ ​ຜູ້​ເຮັດ​ວຽກ​ກ່ຽວ​ກັບ​ແມ່​ຍິງ ​ທັງ​ຫລາຍ​ເຫັນ​ວ່າ: ຄຳ​ປາ​ໄສ​ ຂອງ​ທ່ານ ສີ​ ຈິ້ນ​ຜິງ ໄດ້​ຢືນ​ຢັນ ​ຜົນ​ສຳ​ເລັດ ແລະ​ ການ​ປ່ຽນ​ແປງ​ ທີ່​ມີ​ລັກ​ສະ​ນະ​ ປະ​ຫວັດ​ສາດ​ ຂອງ​ພາ​ລະ​ກິດ​ ແມ່​ຍິງ​ຈີນ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ ຄວາມ​ເອົາ​ໃຈ​ໃສ່ ​ໃນ​ລະ​ດັບສູງ ​ຕໍ່​ພາ​ລະ​ກິດ​ແມ່​ຍິງ ​ຂອງ​ທ່ານ ສີ ​ຈິ້ນ​ຜິງ ຢ່າງ​ເຕັມ​ສ່ວນ, ເຊິ່ງ​ໄດ້ສ້າງ​ຄວາມ​ໝັ້ນ​ໃຈ ​ແລະ ​ກຳ​ລັງ​ແຮງ​ ໃຫ້ຂະ​ບວນ​ການ​ໃໝ່ ​ແຫ່ງ​ການ​ເລັ່ງ​ລັດ ​ພັດ​ທະ​ນາ​ແມ່​ຍິງ​ ຢ່າງ​ຮອບ​ດ້ານ. ໃນ​ອະ​ນາ​ຄົດ,ຈະ​ຖືເອົາ​ຈິດໃຈ ​ຄຳ​ປາ​ໄສ ອັນ​ສຳ​ຄັນ​ຂອງ ​ທ່ານ​ ສີ ​ຈິ້ນ​ຜິງ​ ເປັນ​ທິດ​ຊີ້​ນຳ, ສ້າງ​ຜົນ​ງານ​ດີ​ເດັ່ນ ​ໃນ​ໜ້າ​ທີ່​ການ​ງານ​ຂອງ​ຕົນ ແລະ ປະ​ກອບ​ສ່ວນ ​ເຂົ້າ​ໃນ​ພຶດ​ຕິ​ກຳ ​ທີ່​ຍິ່ງ​ໃຫຍ່ ແຫ່ງ​ການ​ສ້າງ​ ຄວາມ​ທັນ​ສະ​ໄໝ ​ແບບ​ຈີນ ​ຢ່າງ​ບໍ່​ຢຸດ​ຢັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top