ການຄ້າຈີນ-ອາຊຽນ ເພີ່ມຂຶ້ນ 9,6% ໃນໄລຍະ 3ໄຕມາດປີນີ້

15/10/2025 09:54
ຂປລ ໃນ 3 ໄຕ​ມາດ ຜ່ານ​ມາ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ ການ​​ຄ້ານຳ​ເຂົ້າ​ ແລະ ​ສົ່ງ​ອອກ ລະ​ຫວ່າງ ສປ ​ຈີນ-ອາ​ຊຽນ ບັນ​ລຸ 5.570 ຕື້ຢວນ, ເພີ່ມ​ຂຶ້ນ 9,6% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອ​ງ​ປີ​ກາຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຫ້ອງ​ການ ​ຖະ​ແຫລງ​ຂ່າວ ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ເມື່ອບໍ່ດົນມານີ້ ໂດຍ​ລາຍ​ງານ ​ສະ​ພາບ​ ການ​ຄ້າ​ ນຳ​ເຂົ້າ ​ແລະ ສົ່ງ​ອອກ​ໃນ 3 ໄຕ​ມາດ​ປີ 2025​ ວ່າ: ໃນ 3 ໄຕ​ມາດ ຜ່ານ​ມາ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ ການ​​ຄ້ານຳ​ເຂົ້າ​ ແລະ ​ສົ່ງ​ອອກ ລະ​ຫວ່າງ ສປ ​ຈີນ-ອາ​ຊຽນ ບັນ​ລຸ 5.570 ຕື້ຢວນ, ເພີ່ມ​ຂຶ້ນ 9,6% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອ​ງ​ປີ​ກາຍ, ກວມ 16,6% ໃນ​ຍອດ​ມູນ​ຄ່າ ​ການ​ຄ້າ​ກັບ ​ຕ່າງ​ປະ​ເທດ​ຂອງ ​ສປ ຈີນ, ອາ​ຊຽນ​​ ຍັ​ງ​ຄົງສືບ​ຕໍ່​ ເປັນ​ຄູ່​ການ​ຄ້າ​ໃຫຍ່ ​ອັນ​ດັບ​ໜຶ່ງ​ຂອງ​ ສປ ຈີນ. ອາ​ຊຽນ​ ໄດ້​ເປັນ​ຄູ່​ການ​ຄ້າ ​ດ້ານ​ກະ​ສິ​ກຳໃຫຍ່​ທີ່​ສຸດ​ຂອງ​ ສປ ຈີນ ​ໃນ 8 ປີ​ລຽນ​ຕິດ​. ໃນ 3 ໄຕ​ມາດ​​ຜ່ານ​ມາ​ປີ​ນີ້ ​ເຫັນ​ວ່າ ສະ​ເພາະມູນ​ຄ່າ​ ສິນ​ຄ້າ​ ກະ​ສິ​ກຳ​ ທີ່​ ສປ ຈີນ​ ນຳ​ເຂົ້າ​ຈາກ​ ອາ​ຊຽນ​ ນັ້ນ​ໄດ້​ເພີ່ມ​ຂຶ້ນ 15,3%, ມູນ​ຄ່າ​ສິນ​ຄ້າ​ ເຄື່ອງ​​ກົນຈັກ ແລະ ວັດ​ຖຸ​ດິບ ​ແຜ່ນແພ​ທີ່​ ສປ ຈີນ ​ສົ່ງ​​ອອກໄປ ​ອາ​ຊຽນ ​ຕ່າງ​ໄດ້​ເພີ່ມ​ຂຶ້ນ 28,2% ແລະ 13,4%, ເຄື່ອງ​ນຸ່ງ​ທີ່ ສປ ​ຈີນ ​ນຳ​ເຂົ້າ​ຈາກ ​ອາ​ຊຽນ ​ກໍ່​ເພີ່ມ​ຂຶ້ນ 9,3%. ສິນ​ຄ້າ​ນຳ​ເຂົ້າ​ ແລະ ສົ່ງ​ອອກໄປ​ ອາ​ຊຽນ ​​ເຫລົ່າ​ນັ້ນ ​ຂົນ​ສົ່ງ​ ຜ່ານ​ທາງ​ບົກ ໄດ້​ເພີ່ມ​ຂຶ້ນ 21%, ​ພ້ອມ​ດຽວ​ກັນ​ນີ້ ​ຍັງ​ຂົນ​ສົ່ງ ​ຜ່ານ​ທາງ​ນ້ຳ​ ແລະ​ ທາງ​ອາ​ກາດ​ ກໍ່​ໄດ້​ມີ​ການ​ເພີ່ມ​ຂຶ້ນ ​ຢ່າງວ່ອງ​ໄວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top