ການຄ້າຂອງ ສປ ຈີນ ກັບປະເທດ ຄູ່ຮ່ວມ“ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 6,2%

15/10/2025 10:24
ຂປລ ໃນ 3 ໄຕ​ມາດ​ຜ່ານ​ມາ​ຂອງ​ປີ​ນີ້, ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ຂອງ​ ສປ ຈີນ ກັບ​ບັນ​ດາ​ປະ​ເທດ ​ຄູ່​ຮ່ວມ​ມື “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ໄດ້​ບັນ​ລຸ​ມູນ​ຄ່າ​ເຖິງ 17.370 ຕື້ຢວນ,ເພີ່ມ​ຂຶ້ນ 6,2% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ.

    ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ຫ້ອງ​ການ ​ຖະ​ແຫລງ​ຂ່າວ​ ຂອງ​ຄະ​ນະ​ ລັດ​ຖະ​ບານ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​​ ຖະ​ແຫລງຂ່າວ ​ໂດຍ​ໄດ້​ແຈ້ງ​ ສະ​ພາບ​​ການ​ຄ້າ​ ຂາ​ເຂົ້າ-ຂາ​ອອກ ​ຂອງ ສປ ​ຈີນ​ ໃນ 3 ໄຕ​ມາດ​ຜ່ານ​ມາ​ ຂອງ​ປີ​ນີ້ວ່າ: ໃນ 3 ໄຕ​ມາດ​ຜ່ານ​ມາ​ຂອງ​ປີ​ນີ້, ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ຂອງ​ ສປ ຈີນ ກັບ​ບັນ​ດາ​ປະ​ເທດ ​ຄູ່​ຮ່ວມ​ມືໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງໄດ້​ບັນ​ລຸ​ມູນ​ຄ່າ​ເຖິງ 17.370 ຕື້ຢວນ,ເພີ່ມ​ຂຶ້ນ 6,2% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ.ໃນ​ດ້ານ​ການ​ນຳ​ເຂົ້າ,​ເຫັນ​ວ່າ​ ໃນ​ສິນ​ຄ້າ​ນຳ​ເຂົ້າ​ປະ​ເພດ​ຕ່າງໆ ​ລາຍ​ໃຫຍ່​ຂອງ​ ສປ ຈີນ ປະ​ລິ​ມານ ​ທີ່ນຳ​ເຂົ້າ​ຈາກ ​ປະ​ເທດ​​ ຄູ່ຮ່ວມ​ມື ໜຶ່ງ​ແລວ​ ໜຶ່ງ​ເສັ້​ນ​ທາງກວມ 64,6%; ​ມູນ​ຄ່າ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ ຂອງ​ ສປ ຈີນ,ຈາກປະ​ເທດ​ ຄູ່​ຮ່ວມ​ມືໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງກວມ 69,1%. ​ສ່ວນດ້ານ​ການ​ສົ່ງ​ອອກ: ການ​ສົ່ງ​ອອກ ຜະ​ລິດ​ຕະ​ພັນ ​ຂໍ້​ມູນ​ຂ່າວ​ສານ ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ ສປ ຈີນ ​ຕໍ່​ປະ​ເທດ ຄູ່​ຮ່ວມ​ມື ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງໄດ້​ເພີ່ມ​ຂຶ້ນ 16,6%, ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຊີ ​ທັນ​ສະ​ໄໝ ​ເພີ່ມ​ຂຶ້ນ 37%, ຫົວ​ຈັກ​ ຜະ​ລິດໄຟ​ຟ້າ​ ດ້ວຍ​ລົມເພີ່ມ​ຂຶ້ນ 58%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top