ຂປລ
ຜູ້ນຳຕ່າງໆ ຈາກຫລາຍປະເທດ ແລະ ອົງການ ຈັດຕັ້ງສາກົນ ໄດ້ຈັດກອງປະຊຸມ ສຸດຍອດ ທີ່ນະຄອນ ຊາມເອນເຊນ ອິກ ຂອງປະເທດ ເອຢິບ ເຊິ່ງໄດ້ສຸມໃສ່ ການປຶກສາຫາລື ໃນການຢຸດຍິງ ໄລຍະທຳອິດ ຢູ່ເຂດກາຊາ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ຜູ້ນຳຕ່າງໆ ຈາກຫລາຍປະເທດ ແລະ ອົງການ ຈັດຕັ້ງສາກົນ ໄດ້ຈັດກອງປະຊຸມ ສຸດຍອດ ທີ່ນະຄອນ ຊາມເອນເຊນອິກ ຂອງປະເທດ ເອຢິບ ເຊິ່ງໄດ້ສຸມໃສ່ ການປຶກສາຫາລື ໃນການຢຸດຍິງ ໄລຍະທຳອິດ ຢູ່ເຂດກາຊາ. ຜູ້ນຳຂອງ ເອຢິບ, ສ.ອາເມລິກາ, ຕູຣາເຄຍ ແລະ ກາຕາ ໄດ້ລົງນາມ ໃນເອກກະສານສະບັບໜຶ່ງ, ເພື່ອຮັບປະກັນໃຫ້ ແກ່ ສັນຍາຢຸດຍິງ. ໂດຍອີງຕາມ ຖະແຫລງການ ຈາກທຳນຽບ ປະທານາທິບໍດີ ເອຢິບ ໄດ້ລາຍງານວ່າ: ກອງປະຊຸມ ສຸດຍອດ ຄັ້ງນີ້ ໄດ້ເນັ້ນໜັກຄື: ປະຊາຄົມໂລກ ຕ້ອງຮ່ວມມືກັນ, ສະໜອງ ວິທີທີ່ມີ ຄວາມຈຳເປັນທັງໝົດ, ຮັບປະກັນ ໃຫ້ມາດຕາ ສັນຍາຢຸດຍິງ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຮັກສາລັກສະນະຕໍ່ເນື່ອງ, ລວມທັງ ການຊຸກຍູ້ ໃຫ້ເຂດກາຊາ ບັນລຸການຢຸດຍິງຮອບດ້ານ, ຕ້ອງເຮັດໃຫ້ ສຳເລັດ ການແລກບຸກຄົນ ທີ່ຖືກກັກຕົວ ແລະ ນັກໂທດ, ຕ້ອງບັນລຸ ການຖອນທະຫານ ຂອງກອງທັບ ອິດສະຣາແອນ ແລະ ການເຂົ້າສູ່ເຂດກາຊາ ຂອງການຊ່ວຍເຫລືອ ມະນຸດສະທຳ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL