ນັກລົງທຶນ ອັງກິດ ຄອງອັນດັບໜຶ່ງການຊື້-ຂາຍຫຸ້ນ ໃນສ.ເກົາຫລີ

15/10/2025 07:08
ຂປລ ນັກລົງທຶນຕ່າງປະເທດ ໄດ້ຊື້-ຂາຍຫຸ້ນໃນ ສ.ເກົາຫລີ ລວມມີ ມູນຄ່າ 1.247,7 ພັນຕື້ວອນ ໃນໄລຍະເດືອນມັງກອນ-ເດືອນສິງຫາປີ 2025.

./.

ຂປລ. ສຳນັກຂ່າວຕ່າງປະເທດ ອີງຕາມໜ່ວຍງານ ກຳກັບດູແລ ທາງການເງິນ ຂອງ ສ.ເກົາຫລີ (FSS) ລາຍງານວ່າ: ນັກລົງທຶນຕ່າງປະເທດ ໄດ້ຊື້-ຂາຍຫຸ້ນໃນ ສ.ເກົາຫລີ ລວມມີ ມູນຄ່າ 1.247,7 ພັນຕື້ວອນ ໃນໄລຍະເດືອນມັງກອນ-ເດືອນສິງຫາປີ 2025.

ໃນຈຳນວນນີ້ ນັກລົງທຶນ ຈາກອັງກິດ ເປັນກຸ່ມທີ່ ຊື້-ຂາຍສູງສຸດ ດ້ວຍມູນຄ່າ 557,4 ພັນຕື້ວອນ ຫລື ກວມເອົາອັດຕາສ່ວນ 44,7% ຂອງ ມູນຄ່າ ການຊື້-ຂາຍທັງໝົດ ຂອງ ນັກລົງທຶນ ຕ່າງປະເທດ, ຖັດມາແມ່ນນັກລົງທຶນ ຈາກໝູ່ເກາະເຄຍແມນ ແລະ ສິງກະໂປ ໂດຍມີ ອັດຕາສ່ວນການຊື້-ຂາຍ ກວມເອົາ 14,1% ແລະ 12,1% ຕາມລຳດັບ.ເມື່ອຄິດໄລ່ລວມ ນັກລົງທຶນ ຈາກ 3 ປະເທດດັ່ງກ່າວ ກວມເອົາ ອັດຕາສ່ວນ ສູງສຸດເຖິງ 70% ຂອງ ການຊື້-ຂາຍຫຸ້ນທັງໝົດໃນສ.ເກົາຫລີ ./.

KPL

ຂ່າວອື່ນໆ

ads
ads

Top