ສປຈີນ ນຳເຂົ້າແຮ່ເຫລັກ-ທອງແດງ-ຖ່ານຫີນ ເພີ່ມຂຶ້ນ

15/10/2025 07:08
ຂປລ ເດືອນກັນຍາ ຜ່ານມາ, ຈີນ ນໍາເຂົ້າ ສິນຄ້າບໍລິໂພກ ຫລາຍປະເພດ ເນື່ອງຈາກ ຜູ້ຊື້ເລັ່ງສຳຮອງສິນຄ້າ ເພື່ອຮັບຮອງຄວາມຕ້ອງການ ຂອງ ພາກອຸດສາຫະກຳ ທີ່ເພີ່ມຂຶ້ນ ຕາມລະດູການ, ໂດຍສະເພາະ ໂຄງການ ນຳເຂົ້າ ແຮ່ເຫລັກ

ຂປລ. ສຳນັກຂ່າວ ອິນໂຟເຄວສ ລາຍງານ ໂດຍອີງຕາມ ຂໍ້ມູນຈາກ ສຳນັກງານ ພາສີຈີນ ເປີດເຜີຍວ່າ:​ ເດືອນກັນຍາ ຜ່ານມາ, ຈີນ ນໍາເຂົ້າ ສິນຄ້າບໍລິໂພກ ຫລາຍປະເພດ ເນື່ອງຈາກ ຜູ້ຊື້ເລັ່ງສຳຮອງສິນຄ້າ ເພື່ອຮັບຮອງຄວາມຕ້ອງການ ຂອງ ພາກອຸດສາຫະກຳ ທີ່ເພີ່ມຂຶ້ນ ຕາມລະດູການ, ໂດຍສະເພາະ ໂຄງການ ນຳເຂົ້າ ແຮ່ເຫລັກ, ທອງແດງ ແລະ ຖ່ານຫີນ ຢ່າງຫລວງຫລາຍ ເຊິ່ງເປັນຕົວເລກ ສະຖິຕິສູງສຸດ ໃນປີນີ້. ໃນຂະນະທີ່ ຍອດການຊື້ ຖົ່ວເຫລືອງ ໄດ້ປັບຕົວຂຶ້ນສູ່ ລະດັບສູງສຸດ ໃນຮອບ 4 ເດືອນ.

ໂດຍການນຳເຂົ້າ ແຮ່ເຫລັກ ແລະ ຖ່ານຫີນ ເພີ່ມຂຶ້ນສູ່ ລະດັບສູງສຸດ ຂອງປີນີ້, ໂດຍ ຈີນນຳເຂົ້າ ແຮ່ເຫລັກສູງເຖິງ 116,326 ລ້ານໂຕນ, ຖ່ານຫີນ 46 ລ້ານໂຕນ ເພີ່ມຂຶ້ນ 7,6%. ເນື່ອງຈາກ ການຫລຸດ ກຳລັງ ຜະລິດ ພາຍໃນປະເທດ ເຮັດໃຫ້ລາຄາເພີ່ມສູງຂຶ້ນ ແລະ ສົ່ງຜົນໃຫ້ ການນຳເຂົ້າ ຈາກຕ່າງປະເທດ ທີ່ມີລາຄາເໝາະສົມ ສາມາດ ດຶງດູດຫລາຍຂຶ້ນ, ໂດຍສະເພາະ ໃນໄລຍະທີ່ໂຮງໄຟຟ້າ ສຳຮອງ ຖ່ານຫີນ ສຳລັບ ລະດູໜາວ.

ສ່ວນການນຳເຂົ້າທອງແດງ ແລະ ຜະລິດຕະພັນ ອື່ນໆ ກໍເພີ່ມຂຶ້ນ  13% ເນື່ອງຈາກ ຜູ້ຊື້ປ່ຽນໄປໃຊ້ໂລຫະທີ່ຜ່ານການແປຮູບແລ້ວ ເພື່ອທົດແທນ ຄວາມຕ້ອງການ ຂອງ ແຮ່ທອງແດງ ເຂັ້ມຂຸ້ນ ທີ່ ຫລຸດລົງ 6,3%, ໂດຍໄດ້ຮັບຜົນກະທົບຈາກ ການຢຸດຈຶ້ງຂອງບໍ່ແຮ່. ນອກຈາກນັ້ນ ການນໍາເຂົ້າຖົ່ວເຫລືອ ໄດ້ປັບຕົວຂຶ້ນ ສູ່ລະດັບ ສູງສຸດ ໃນຮອບ 4 ເດືອນ ລວມມີ 12,569 ລ້ານໂຕນ./

 

KPL

ຂ່າວອື່ນໆ

ads
ads

Top