ຂປລ
ອົງການພະລັງງານສາກົນ (IEA) ກ່າວເຕືອນ ລະດັບ ການພັດທະນາ ພະລັງງານ ທົດແທນທົ່ວໂລກ ພວມມີສັນຍານ ຊັກຊ້າລົງ, ເຮັດໃຫ້ໂລກ ຍາກທີ່ຈະບັນລຸໄດ້ ເປົ້າໝາຍ ເພີ່ມປະລິມານໄຟຟ້າທົດແທນຂຶ້ນທົບ 3 ເທົ່າ ໃນປີ 2030

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ອົງການ ພະລັງງານ ສາກົນ (IEA) ກ່າວເຕືອນ ລະດັບ ການພັດທະນາ ພະລັງງານ ທົດແທນທົ່ວໂລກ ພວມມີສັນຍານ ຊັກຊ້າລົງ, ເຮັດໃຫ້ໂລກ ຍາກທີ່ຈະບັນ ລຸໄດ້ ເປົ້າໝາຍ ເພີ່ມປະລິມານໄຟຟ້າທົດແທນຂຶ້ນທົບ 3 ເທົ່າ ໃນປີ 2030, ເຊິ່ງເປັນເປົ້າໝາຍໜຶ່ງ ທີ່ສຳຄັນໃນຄວາມມານະ ພະຍາຍາມ ຈຳກັດການປ່ຽນແປງ ຂອງດິນຟ້າອາກາດ. ຕາມບົດລາຍງານ ຫລ້າສຸດ, IEA ຄາດຄະເນວ່າ ກຳລັງແຮງ ພະລັງງານ ທົດແທນທົ່ວໂລກ ພຽງແຕ່ເພີ່ມຂຶ້ນ ປະມານ 4.600 GW ເທົ່ານັ້ນ, ເທົ່າກັບ 2,6 ເທົ່າ ເມື່ອທຽບໃສ່ ລະດັບຂອງປີ 2022, ຕ່ຳ ຫລາຍພໍສົມຄວນ ເມື່ອທຽບ ໃສ່ ການຄາດຄະເນ ກ່ອນໜ້ານັ້ນແມ່ນ 5.500 GW. ເຫດຜົນຫລັກ ໄດ້ຮັບຖືວ່າແມ່ນຍ້ອນບັນດາການປ່ຽນແປງ ກ່ຽວກັບ ນະໂຍບາຍ, ຂໍ້ກຳນົດ ແລະ ຕະຫລາດ ນັບແຕ່ເດືອນຕຸລາ 2024. IEA ເນັ້ນໜັກວ່າ ພະລັງງານທົດແທນ ໄດ້ຊ່ວຍໃຫ້ຫລາຍປະເທດ ຫລຸດຜ່ອນການເອືອຍອີງ ຕໍ່ການນຳເຂົ້າ ເຊື້ອເພີງ, ເພີ່ມທະວີຄວາມໝັ້ນຄົງ ດ້ານພະລັງງານ, ພ້ອມທັງ ຮຽກຮ້ອງ ໃຫ້ບັນດາປະເທດ ລົງທຶນ ຍົກລະດັບ ຕາໜ່າງໄຟຟ້າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL