ກອງປະຊຸມອາຊຽນ (10+3) ຄັ້ງທີ 11 ກ໋ຽວກັບການຮ່ວມມືດ້ານສື່ມວນຊົນ ຢູ່ແຂວງຢຸນນານ

18/09/2025 20:57
ຂປລ ກອງປະຊຸມອາຊຽນ (10+3) ຄັ້ງທີ 11 ກ໋ຽວກັບ ການຮ່ວມມື ດ້ານສື່ມວນຊົນ (The Elevent ASEAN Plus Three (10+3) Media Cooperation Forum) ໄດ້ຖືກຈັດຂຶ້ນ ໃນວັນທີ 17 ກັນຍາ ຜ່ານມານີ້ ຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງ ສປ ຈີນ

ຂປລ. ກອງປະຊຸມອາຊຽນ (10+3) ຄັ້ງທີ 11 ກ໋ຽວກັບ ການຮ່ວມມື ດ້ານສື່ມວນຊົນ (The Elevent ASEAN Plus Three (10+3) Media Cooperation Forum) ໄດ້ຖືກຈັດຂຶ້ນ ໃນວັນທີ 17 ກັນຍາ ຜ່ານມານີ້ ຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງ ສປ ຈີນ ໂດຍມີ ຄະນະພັກກອມມູນິດຈີນ ແຂວງຢຸນນານ (CPC Yunnan Provincial Committee) ເຈົ້າໜ້າທີ່ລະດັບສູງ ແຂວງຢຸນນານ ແລະ ອື່ນໆ ເຂົ້າຮ່ວມ ເຊິ່ງແມ່ນ ໜັງສືພິມປະຊາຊົນ ຂອງ ສປ ຈີນ (People's Daily) ເປັນຜູ້ຈັດຂຶ້ນ .

ກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ ເພີ່ມການເຊື່ອມໂຍງ ພາຍໃນ ພາກພື້ນ ສໍາລັບ ການພັດທະນາ ຮ່ວມກັນ ແລະ ແບ່ງບັນຜົນປະໂຫຍດ ຮ່ວມກັນ (Increase Inter-connectivity for Common Development and Shared Benefits). ຄຽງຄູ່ກັນນັ້ນ, ບັນດາຜູ້ແທນ ຍັງໄດ້ສົນທະນາແລກປ໋ຽນ 2 ຫົວຂໍ້:

1. ການສົ່ງເສີມ ບັນດາສິ່ງຂັບເຄື່ອນໃໝ່ ຂອງ ການເຕີບໂຕ ແລະ ແບ່ງປັນກາລະໂອກາດໃໝ່ ຂອງ ການພັດທະນາ (Foster New Growth Drivers and Share New Development Opportunities)D

2. ສ້າງຄວາມເປັນເອກະພາບ ແລະ ຊຸກຍູ້ຄວາມຜຸກພັນໃກ້ຊິດ ການໄປມາຫາສູ່ ລະຫວ່າງປະຊາຊົນ ກັບ ປະຊາຊົນ ໃນຂົງເຂດ ອາຊີ ຕາເວັນອອກ (Build Consensus and Enhance People-to-People Bonds in East Asia).

ໃນຂະນະດຽວກັນ, ຄະນະ ສື່ມວນຊົນລາວ ກໍ່ໄດ້ເຂົ້າຮ່ວມ ໃນກອງປະຊຸມ ດັ່ງກ່າວ, ຊຶ່ງນໍາພາ ໂດຍ ທ່ານ ວັນໄຊ ຕາວິນຍານ ຮອງຫົວໜ້າ ຄະນະ ໂຄສະນາອົບຮົມ ສູນກາງພັກ. ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕາວິນຍານ ກໍ່ໄດ້ຂຶ້ນກ່າວເຖິງ ຄວາມສໍາຄັນ ຂອງ ການຮ່ວມມືດ້ານວຽກງານ ສື່ມວນຊົນ ລະຫວ່າງ ອາຊຽນ-ຈີນ,

ທ່ານ ວັນໄຊ ຕາວິນຍານ ໄດ້ກ່າວເຖິງ ວຽກງານສື່ມວນຊົນລາວ ໄດ້ໂຄສະນາ ເຜີຍແພ່ການພັດທະນາ ເສດຖະກິດ-ສັງຄົມ, ຂໍ້ມູນຂ່າວສານ ແລະ ອື່ນໆ ໂດຍບໍ່ມີ ການແຊກແຊງ ວຽກງານພາຍໃນ ເຊິ່ງກັນແລະກັນ, ໃນຂະນະດຽວກັນ ຍັງເວົ້າເຖິງ ການເພີ່ມຂຶ້ນ ຂອງ ຈໍານວນ ນັກທ່ອງທ່ຽວ ໂດຍສະເພາະ ແມ່ນຈໍານວນ ນັກທ່ອງທ່ຽວຈີນ ເພີ່ມຂຶ້ນ ພາຍຫລັງ ໂຄງການ ທາງລົດໄຟ ລາວ-ຈີນ ໄດ້ເປີດນໍາໃຊ້ ຢ່າງເປັນທາງການ./

KPL

ຂ່າວອື່ນໆ

ads
ads

Top