ຂປລ
ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ເມືອງສິງ ແຂວງຫລວງນ້ຳທາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ້ານບໍລິການກິນດ່ືມທ່ີບ່ໍຖືກຕ້ອງຕາມລະບຽບການ.
ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ເມືອງສິງ ແຂວງຫລວງນ້ຳທາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ້ານບໍລິການກິນດ່ືມທ່ີບ່ໍຖືກຕ້ອງຕາມລະບຽບການ (ຮ້ານສາວບໍລິການ) ຢູ່ເມືອງສິງ ເມື່ອມໍ່ໆມານີ້ ໂດຍມີທ່ານ ກອນແກ້ວ ບັນນາວົງ ຮັກສາການຮອງຄະນະອົງການປົກຄອງເມືອງ, ທ່ານ ທອງວັນ ເລືອງຄໍາພະຫານ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ ພ້ອມດ້ວຍພະນັກງານຫ້ອງການ, ສອງກອງບັນຊາການ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງວັນ ເລືອງຄໍາພະຫານ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການລົງກວດກາການຕັ້ງຮ້ານກິນດື່ມ, ຮ້ານອາຫານ, ສວນອາຫານ ແລະ ຮ້ານບັນເທີງ ສະບັບ ເລກທີ 239/ຈມ, ລົງວັນທີ 03 ກັນຍາ 2025 ເຊ່ິງ ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ຄົ້ນຄວ້າກັນຢ່າງກົງໄປກົງມາໂດຍສະເພາະສະເໜີໃຫ້ຄະນະປະຈຳ ຄົ້ນຄວ້າ 7 ບ້ານ ໃນເທສະບານເມືອງ ບໍ່ໃຫ້ມີຮ້ານສາວບໍລິການ, ຮ້ານກິນດື່ມບໍ່ໃຫ້ໃສ່ໄຟແສງສີຫລາຍເກີນໄປ ແລະ ການນຸ່ງຖືຂອງແມ່ຍິງ ທີ່ຢູ່ໃນຮ້ານຕ້ອງໃຫ້ເໝາະສົມກັບຮີດຄອງປະເພນີລາວ ພ້ອມທັງໃຫ້ມີສະຖານທີ່ຈອດລົດ ແລະ ສາມາດລະບາຍນໍ້າເສຍໄດ້ດີ, ຮັບປະກັນລະບົບເຄື່ອງສຽງ ບໍ່ໃຫ້ດັງເກີນໄປ, ຜູ້ທີ່ມາອອກແຮງງານຕ້ອງແມ່ນອາຍຸ 18 ປີ ຂຶ້ນໄປ, ກໍລະນີຄົນຕ່າງເມືອງຕ່າງແຂວງ ຕ້ອງມີເອກະສານບັດປະຈຳຕົວ ແລະ ປຶ້ມສຳມາໂນຄົວ, ກໍານົດການເປີດ-ປິດຮ້ານ ແມ່ນໃຫ້ປະຕິບັດຕາມເຈົ້າໜ້າທີ່ກໍານົດໄວ້. ນອກຈາກນີ້, ການອະນຸມັດບັນດາຮ້ານທີ່ຈະສ້າງຕັ້ງໃໝ່ ແມ່ນມອບໃຫ້ຫ້ອງການ ວທ ເປັນຈຸດໃຈກາງໃນການປະກອບເອກະສານຕ່າງໆ ເຊິ່ງການລົງຈັດຕັ້ງປະຕິບັດລົງວຽກຕົວຈິງ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງ ເລກທີ 239/ ຈມ.
ໃນໂອກາດນີ້, ທ່ານ ກອນ ແກ້ວ ບັນນາວົງ ໄດ້ເນັ້ນໃຫ້ຄະນະຮັບບຜິດຊອບຈົ່ງເອົາໃຈໃສ່ລົງຕິດຕາມກວກກາເປັນປະຈຳເພື່ອໃຫ້ເມືອງສິງ ມີຄວາມສະຫງົບ ແລະ ປອດໄພ 100%.
ຂ່າວ: ບຸນທັນ ແສງອາລຸນ
KPL