ຂປລ
ຄວາມຕ້ອງການຄຳ ໃນຕະຫລາດ ຈີນ ເຕີບໂຕ ຢ່າງຕໍ່ເນື່ອງ, ກ່ອນເຂົ້າສູ່ ໄລຍະ ເທດສະການ ທີ່ສຳຄັນ ທີ່ມີຍອດຂາຍ ເພີ່ມສູງຂຶ້ນ, ສົ່ງຜົນໃຫ້ລາຄາຄຳ ໃນຕະຫລາດໂລກ ປັບຕົວຂຶ້ນກວ່າ 30% ແລະ ຍັງເຮັດໃຫ້ຄຳ ຣີໄຊເຄີລ ໄດ້ຮັບຄວາມສົນໃຈ ຢ່າງຫລວງຫລາຍ.

ຂປລ. ສຳນັກຂ່າວ ເອເອຟພີ, ຄວາມຕ້ອງການຄຳ ໃນຕະຫລາດ ຈີນ ເຕີບໂຕ ຢ່າງຕໍ່ເນື່ອງ, ກ່ອນເຂົ້າສູ່ ໄລຍະ ເທດສະການ ທີ່ສຳຄັນ ທີ່ມີຍອດຂາຍ ເພີ່ມສູງຂຶ້ນ, ສົ່ງຜົນໃຫ້ລາຄາຄຳ ໃນຕະຫລາດໂລກ ປັບຕົວຂຶ້ນກວ່າ 30% ແລະ ຍັງເຮັດໃຫ້ຄຳ ຣີໄຊເຄີລ ໄດ້ຮັບຄວາມສົນໃຈ ຢ່າງຫລວງຫລາຍ. ໂດຍມີ ປັດໄຈຫລັກ ມາຈາກ ໄລຍະ ລະດູການ ຂາຍຄຳເພີ່ມຂຶ້ນສູງສຸດ ທີ່ພວມໃກ້ ຈະມາເຖິງ ຊຶ່ງເປັນ ໄລຍະເທດສະການ ສຳຄັນຕ່າງໆ ເຊັ່ນ: ວັນພັກວັນຊາດຈີນ ເຮັດໃຫ້ຄຳກາຍ ເປັນໜຶ່ງ ໃນສິນຄ້າ ທີ່ໃຫ້ຜົນ ຕອບແທນ ທີ່ດີທີ່ສຸດໃນໂລກ ໃນປັດຈຸບັນ.
ໃນໄລຍະໃກ້ ເທດສະການວັນພັກ, ວັນຊາດຈີນ ຄາດວ່າ ຄວາມຕ້ອງການຄຳ ໃນຕະຫລາດ ຈະເພີ່ມສູງຂຶ້ນ, ຜູ້ບໍລິໂພກ ຈຳນວນ ຫລວງຫລາຍ ຈຶ່ງພາການແຫ່ໄປຊື້ຄຳ ແລະ ລາຄາກໍ່ອາດຈະປັບຂຶ້ນອີກ. ໂດຍຜູ້ຊຽວຊານ ລະບຸວ່າ ລາຄາຄຳ ມີການປັບຂຶ້ນ ປະມານ 30-50% ເມື່ອທຽບກັບ ປີຜ່ານມາ. ໃນຂະນະທີ່ ຍອດຂາຍຄຳຮ້ານຄ້າຍ່ອຍ ບາງແຫ່ງໃນເດືອນສິງຫາ ຜ່ານມາ ກໍເພີ່ມຂຶ້ນ ປະມານ 30-40% ເມື່ອທຽບກັບ ເດືອນກໍລະກົດ. ນອກຈາກນັ້ນ, ລາຄາຄຳສູງຂຶ້ນ ຍັງເຮັດໃຫ້ ຄວາມຕ້ອງການຄຳ ຣີໄຊເຄີລ ເພີ່ມຂຶ້ນ ຕາມໄປດ້ວຍ, ໂດຍລາຄາຄຳ ຣີໄຊເຄີລ ປັບເພີ່ມຂຶ້ນສະເລ່ຍ 7-8 ຢວນ ຊຶ່ງຖືວ່າ ເປັນການປັບ ເພີ່ມຂຶ້ນ ເມື່ອທຽບກັບ ອາທິດຜ່ານມາ ເພີ່ມຂຶ້ນພຽງ 1-2 ຢວນ./
KPL