ຂປລ
ດ່ານກວດກາ ຄົນເຂົ້າ-ອອກ ເມືອງບໍ່ຫານ ແຂວງຢຸນນານ ຂອງ ສປ ຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ນັບມາຮອດ ວັນທີ 9 ກັນຍານີ້, ດ່ານດັ່ງກ່າວ ໄດ້ກວດການັກທ່ອງທ່ຽວ ເຂົ້າ-ອອກເມືອງຈີນ ຈາກ 108 ປະເທດ ແລະ ເຂດແຄວ້ນ ໃຫ້ຜ່ານດ່ານ ທັງໝົດ 2,01 ລ້ານກວ່າເທື່ອຄົນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ດ່ານກວດກາ ຄົນເຂົ້າ-ອອກ ເມືອງບໍ່ຫານ ແຂວງຢຸນນານ ຂອງ ສປ ຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ນັບມາຮອດ ວັນທີ 9 ກັນຍານີ້, ດ່ານດັ່ງກ່າວ ໄດ້ກວດການັກທ່ອງທ່ຽວ ເຂົ້າ-ອອກເມືອງຈີນ ຈາກ 108 ປະເທດ ແລະ ເຂດແຄວ້ນ ໃຫ້ຜ່ານດ່ານ ທັງໝົດ 2,01 ລ້ານກວ່າເທື່ອຄົນ ເຊິ່ງໄດ້ບັນລຸຕົວເລກນີ້ ໄວກວ່າປີກາຍນີ້ປະມານ 1 ເດືອນ. ໃນຈຳນວນນັກທ່ອງທ່ຽວ ທີ່ດ່ານດັ່ງກ່າວ ໄດ້ກວດກາ ແລະ ໃຫ້ຜ່ານນັ້ນ, ມີນັກທ່ອງທ່ຽວ ຕ່າງປະເທດເຖິງ 9,77 ແສນກວ່າ ເທື່ອຄົນ, ກວມຫລາຍກວ່າ 48%, ເພີ່ມຂຶ້ນຫລາຍກວ່າ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະເທດທີ່ຢູ່ໃນ 3 ອັນດັບທຳອິດແມ່ນ: ສປປ ລາວ,ໄທ ແລະ ມາເລເຊຍ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າເມືອງຈີນ ໂດຍການຍົກເວັ້ນວີຊາ ມີເຖິງ 4,76 ແສນກວ່າ ເທື່ອຄົນ, ເພີ່ມຂຶ້ນ ຫລາຍກວ່າ 30% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL