ຂປລ
ການຄາດການ ຂອງ ອົງການ ສະຫະ ປະຊາຊາດ (ຢູເອັນ) ໄດ້ສະແດງ ໃຫ້ເຫັນວ່າ ການເຕີບໂຕ ຂອງ ເງິນທຶນ ດ້ານນະວັດຕະກຳ ລະດັບໂລກ ໄດ້ຫລຸດລົງສູ່ ລະດັບ ຕ່ຳສຸດ ນັບແຕ່ ປີ 2010
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນເຈນີວາ ປະເທດສະວິດ ໃນວັນທີ 17 ກັນຍານີ້ວ່າ: ການຄາດການ ຂອງ ອົງການ ສະຫະ ປະຊາຊາດ (ຢູເອັນ) ໄດ້ສະແດງ ໃຫ້ເຫັນວ່າ ການເຕີບໂຕ ຂອງ ເງິນທຶນ ດ້ານນະວັດຕະກຳ ລະດັບໂລກ ໄດ້ຫລຸດລົງສູ່ ລະດັບ ຕ່ຳສຸດ ນັບແຕ່ ປີ 2010, ເນື່ອງຈາກ ອັດຕາເງິນເຟີ້ ເພີ່ມຂຶ້ນ ສົ່ງຜົນກະທົບ ຕໍ່ການໃຊ້ຈ່າຍ ໃນການ ຄົ້ນຄ້ວາ, ການພັດທະນາ ແລະ ຂໍ້ຕົກລົງ ເງິນຮ່ວມລົງທຶນ ຢຸດຈຶ້ງເຊັ່ນກັນ.
ໃນການ ຈັດອັນດັບ ປະຈຳປີ ສຳລັບ ເສດຖະກິດ ທີ່ມີ ນະວັດຕະກຳ ຫລາຍທີ່ສຸດ ໃນໂລກ ຂອງ ອົງການຊັບສິນທາງປັນຍາ (ດັບເບີລຢູໄອພີໂອ) ສະວິດ ຢູ່ໃນອັນດັບ 1 ເປັນປີທີ 15 ຕິດຕໍ່ກັນ. ໃນຂະນະທີ່ ຊູແອດ ແລະ ສ.ອາເມລິກາ ຍັງຄົງຮັກສາ ອັນດັບ 2 ແລະ 3 ຕາມລໍາດັບ ເປັນປີທີ 3 ຕິດຕໍ່ກັນ. ສ່ວນຕຳແໜ່ງຂອງ ຈີນ ກ້າວຂຶ້ນສູ່ໃນ 10 ອັນດັບທຳອິດ. ເຖິງແມ່ນວ່າ ສະພາບລວມ ຂອງ ການຈັດອັນດັບ ຈະຄ້າຍຄືກັນ ໃນໄລຍະບໍ່ເທົ່າໃດປີຜ່ານມາ ແຕ່ດັບເບິລຢູໄອພີໂອ ເຕືອນວ່າ ການເຕີບໂຕ ຂອງ ເງິນທຶນ ດ້ານນະວັດຕະກຳ ທົ່ວໂລກ ຢຸດຈຶ້ງຢ່າງເຫັນໄດ້ຊັດເຈນ. /
KPL