ຂປລ
ຈີນ ເລີ່ມດຳເນີນການທຸລະກຳ ຂາຍຫລັກຊັບ ພ້ອມສັນຍາ ຈະຊື້ຄືນ (reverse repo) ດ້ວຍມູນຄ່າ 600.000 ລ້ານຢວນ , ໂດຍມີ ເປົ້າໝາຍ ເພື່ອຮັກສາ ສະພາບຄ່ອງ ໃນລະບົບ ທະນາຄານ ແຫ່ງຊາດ.

ຂປລ.ຕາມຂ່າວ ເອເອຟພີ: ເມື່ອບໍ່ດົນມານີ້, ທະນາຄານ ປະຊາຊົນຈີນ (ພີບີໂອຊີ) ຊຶ່ງເປັນ ທະນາຄານກາງຂອງ ປະເທດ ຈີນ ເລີ່ມດຳເນີນການທຸລະກຳ ຂາຍຫລັກຊັບ ພ້ອມສັນຍາ ຈະຊື້ຄືນ (reverse repo) ດ້ວຍມູນຄ່າ 600.000 ລ້ານຢວນ , ໂດຍມີ ເປົ້າໝາຍ ເພື່ອຮັກສາ ສະພາບຄ່ອງ ໃນລະບົບ ທະນາຄານ ແຫ່ງຊາດ.
ການເຄື່ອນໄຫວ ດັ່ງກ່າວ ຈະມີໄລຍະ ເວລາ 182 ວັນ ແລະ ຈະດຳເນີນການ ໂດຍໃຊ້ວິທີ ການສະເໜີລາຄາ ແບບປະລິມານ ຄົງທີ່, ອັດຕາດອກເບ້ຍ ແລະ ການສະເໜີຫລາຍ ລາຄາ. ນອກຈາກນີ້ ຍັງຈະຊ່ວຍເພີ່ມ ສະພາບຄ່ອງ ເຂົ້າສູ່ຕະຫລາດ, ໂດຍເນັ້ນໜັກ ຈຸດຢືນ ຂອງ ນະໂຍບາຍ ການເງິນ ທີ່ ສະໜັບສະໜູນ ຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຄວາມຄາດຫວັງ ຂອງ ຕະຫລາດ ມີຄວາມສະຖຽນ./
KPL