ຂປລ
ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມ ສຸດຍອດ ການຄ້າ ແລະ ການລົງທຶນຈີນ-ອາຊຽນ ຄັ້ງທີ 22 ໄດ້ໄຂຂຶ້ນຢູ່ນະຄອນ ນານນິງ ເຂດກວາງຊີ ຂອງ ສປ ຈີນ.

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 17 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມ ສຸດຍອດ ການຄ້າ ແລະ ການລົງທຶນຈີນ-ອາຊຽນ ຄັ້ງທີ 22 ໄດ້ໄຂຂຶ້ນຢູ່ນະຄອນ ນານນິງ ເຂດກວາງຊີ ຂອງ ສປ ຈີນ. ໃນປີມໍ່ໆມານີ້, ສປ ຈີນ ແລະ ອາຊຽນ ໄດ້ຮັບການບຸກທະລຸໃໝ່ ຢ່າງບໍ່ຢຸດຢັ້ງ ໃນການຊຸກຍູ້ ການເຊື່ອມໂຍງ ເສດຖະກິດ ຂອງພາກພື້ນ, ໄດ້ປະຕິບັດລັດທິ ຫລາຍຝ່າຍ ຢ່າງສຸດຂີດ ທ່າມກາງສະຖານະການສາກົນ ທີ່ມີການປ່ຽນແປງ ແລະ ຄວາມປັ່ນປ່ວນ. ຜົນການສຳຫລວດ ຄວາມຄິດເຫັນ ຊາວເນັດທົ່ວໂລກ ທີ່ຈັດຂຶ້ນໂດຍ ເວັບໄຊໂທລະພາບສາກົນ ຫລື CGTN ຂອງວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 92,8% ເຫັນວ່າ: ການຈັດງານ ວາງສະແດງ ສິນຄ້າ ຈີນ-ອາຊຽນ ໄດ້ສະແດງໃຫ້ເຫັນວ່າ: ສປ ຈີນ ແລະ ອາຊຽນ ມີຄວາມຕັດສິນໃຈ ໃນການຕັ້ງໜ້າຊຸກຍູ້ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ ແລະ ປົກປ້ອງລະບົບ ການຄ້າເສລີ ແລະ ການຄ້າ ຫລາຍຝ່າຍ; ຜູ້ຕອບແບບສອບຖາມ 93,9% ມີຄວາມເຫັນວ່າ, ສປ ຈີນ ແລະ ປະເທດ ສະມາຊິກ ອາຊຽນ ສ້າງການພົວພັນດ້ານເສດຖະກິດ ການຄ້າ ທີ່ແໜ້ນແຟ້ນກວ່າເກົ່າ ຈະນຳເອົາຄວາມແນ່ນອນ ມາໃຫ້ການຟື້ນຟູ ເສດຖະກິດໂລກ; ຜູ້ຕອບແບບສອບຖາມ 91,3% ເຫັນວ່າ, ການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ທີ່ແໜ້ນແຟ້ນ ກວ່າເກົ່າ ສອດຄ່ອງກັບ ກະແສ ຍຸກສະໄໝ ທີ່ສະແຫວງຫາ ສັນຕິພາບ ແລະ ການພັດທະນາ.ການສຳຫລວດດັ່ງກ່າວ ໄດ້ຈັດຂຶ້ນໂດຍຜ່ານທາງສື່ອອນລາຍຕ່າງໆ ດ້ວຍພາສາ ອັງກິດ, ແອັດສະປາຍ, ຝຣັ່ງ, ອາຣັບ ແລະ ພາສາ ຣັດເຊຍ ຂອງ CGTN, ມີຜູ້ຕອບແບບສອບຖາມ ແລະ ສະແດງຄວາມເຫັນ 6.260 ຄົນ ພາຍໃນ 24 ຊົ່ວໂມງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL