ເຟດ ປະກາດຫລຸດອັດຕາດອກເບ້ຍລົງ 0,25%

18/09/2025 16:29
ຂປລ ລະ​ບົບ​ຄັງ​ສຳຮອງ ​​ສະ​ຫະ​ລັດ ອາເມລິກາ ຫລື FED ຊຶ່ງ​ເປັນ​ທະ​ນາ​ຄານ​ກາງ ​ຂອງ​ ສ.ອາ​ເມ​ລິ​ກາ ຕົກ​ລົງ ​ປັບອັດ​ຕາ ​ກອງ​ທຶນ​ສະ​ຫະ​ລັດ ​ໃຫ້​ຕ່ຳ​ລົງ 0,25%, ຊຶ່ງຢູ່​ລະ​ຫວ່າງ 4,00%-4,25%.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 17 ກັນ​ຍາ​ນີ້, ​ລະ​ບົບ​ຄັງ​ສຳຮອງ ​​ສະ​ຫະ​ລັດ ອາເມລິກາ ຫລື FED ຊຶ່ງ​ເປັນ​ທະ​ນາ​ຄານ​ກາງ ​ຂອງ​ ສ.ອາ​ເມ​ລິ​ກາ ຕົກ​ລົງ ​ປັບອັດ​ຕາ ​ກອງ​ທຶນ​ສະ​ຫະ​ລັດ ​ໃຫ້​ຕ່ຳ​ລົງ 0,25%, ຊຶ່ງຢູ່​ລະ​ຫວ່າງ 4,00%-4,25%. ນີ້​​ແມ່ນ​ການ​ຫລຸດ ອັດ​ຕາດອກ​ເບ້ຍ​ ເປັນ​ຄັ້ງ​ທຳ​ອິດ​ ນັບ​ແຕ່ ​ເດືອນ​ທັນ​ວາ ​ປີ 2024 ເປັນ​ຕົ້ນ​ມາ. ເຖິງວ່າ​ອັດ​ຕາ​ເງິນເຟີ້​ ຂອງ​ ສ.ອາ​ເມ​ລິກາ ​ເພີ່ມ​ສູງ​ຂຶ້ນ ​​ເລັກ​ນ້ອຍ ແລະ ​ຍັງ​ໄດ້ຮັກ​ສາ​ ລະ​ດັບ​ອ່າວ​ສູງ​ ຢູ່​ກໍ​ຕາມ, ແຕ່​ການ​ປະ​ກອບ​ອາ​ຊີບ ​ໃນ​ຫລາຍ​ເດືອນ​ ມໍ່ໆ​ມາ​ນີ້ ຕ່ຳ​ກວ່າ ​ການ​ຄາດ​ຄະ​ເນ​ຫລາຍ ຈຶ່ງ​ເຮັດ​ໃຫ້ FED ໃຊ້​ມາດ​ຕະ​ການ​ຫລຸດ​ອັດ​ຕາດອກ​ເບ້ຍ. ​ດັດ​ສະ​ນີ​ ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ ໃນ 6 ເດືອນ​ຕົ້ນ​ປີ​ນີ້, ການ​ເພີ່​ມ​ທະ​ວີການ​ເຄື່ອນ​ໄຫວ ​ດ້ານ​ເສດ​ຖະ​ກິດ​ຊ້າ​ລົງ ແລະ ການ​ເຕີບ​ໂຕ ​ທາງ​ດ້ານ​ການ​ສ້າງວຽກ​ເຮັດ​ ງານ​ທຳ ​ກໍ່​​ຊ້າ​ລົງ ເຊັ່ນ​ດຽວ​ກັນ. ອະ​ນາ​ຄົດ ​ຂອງ​ເສ​ດ​ຖະ​ກິດ ​ຍັງ​ມີ​ຄວາມ​ບໍ່​ແນ່ນອນ ແລະ ​ຄວາມ​ສ່ຽງ​ດ້ານ​ການ​ຫລຸດ​ລົງ​ ຂອງ​ການ​ຈ້າງ​ງານ ​ເພີ່ມ​ຫລາຍ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top